ຫຸ້ນຂອງແມນຢູ ໂດດສູງ ຫລັງຫລາຍຊື່ລາຍງານຂ່າວກຸ່ມທຶນ ຊິກ ກາຕາ ເຂົ້າຊື້ກິດຈະການທີມສຳເລັດ

ເອີ້ນໄດ້ວ່າກິ່ນຄວາມຈະເລີນກະຈາຍໄປທົ່ວບໍລິເວນອ້ອມຮອບ ໂອນ ແທຣ໊ຟຟອດ ຫລັງຈາກທີ່ຫຸ້ນຂອງ ແມນເຊສເຕີ ຢູໄນເຕັດ ໂດດຂຶ້ນສູງ ຫລັງຫລາຍຊື່ລາຍງານວ່າກຸ່ມທຶນ ຊິກ ທາມິນ ບິນ ຮາຫມັດ ບິນ ຄາລິຟາ ອັລ ທານີ ແຫ່ງກາຕາ ເຂົ້າຊື້ກິດຈະການໄດ້ສຳເລັດ ຫລັງມີການເຈລະຈາກັນມາຢ່າງຍາວນານເຖິງ 18 ປີ.
ເປັນທີ່ເຂົ້າໃຈກັນວ່າ ຕະກູນເກລເຊີ ກູ້ເງິນມະຫາສານມາຊື້ກິດຈະການສະໂມສອນແມນຢູ ຍອດທີມແຫ່ງເມືອງແມນເຊສເຕີ ມາຈາກ ເຈພີ ແມັກມານັສ ແລະ ຈອນ ແມັກເນຍ ສອງນັກທຸລະກິດມ້າແຂ່ງຊາວໄອແລນ ເມື່ອປີ 2005 ແລະ ເຖິງພວກເຂົາຈະປະສົບຄວາມສຳເລັດໃນເລື່ອງຂອງລາຍໄດ້ ແລະ ພວກເຂົາກັບຖືກແຟນບານຕໍ່ຕ້ານຕະຫລອດມາ ເນື່ອງຈາກພວກເຂົາເບິ່ງວ່າຈະສົນໃຈແຕ່ທຸລະກິດ ເບິ່ງຂ້າມຜົນງານໃນສະໜາມ ຫລື ໂຄງການສ້າງຂອງສະໂມສອນ ບໍ່ໜຳ່ຊ້ຳຍັງຖືກຜັກດັນພາລະໜີ້ສິນທີ່ກູ້ມາຊື້ທີມໃຫ້ກັບທີມ ໃຫ້ຖືກເບິ່ງວ່າເຂົ້າມາດູດເງິນອອກຈາກໄປຈາກທີມ.

