ເກີດເຫດປະທ້ວງຢູ່ເນປານ ຈູດຕຶກສະພາ ນາຍົກລາອອກ ມີຜູ້ເສຍຊີວິດແລ້ວ 23 ຄົນ

             ເກີດເຫດປະທ້ວງເດືອດຢູ່ເນປານ ຫລັງກຸ່ມຄົນຮຸ້ນໃໝ່ຢູ່ເນປານລວມຕົວປະທ້ວງຕໍ່ຕ້ານການສໍ້ລາດບັງຫລວງ ເຊິ່ງເປັນບັນຫາທີ່ຝັງຮາກເລິກຢູ່ໃນເນປານມາຍາວນານ ບວກກັບກະແສຄວາມບໍ່ພໍໃຈມາດຕະການຫ້າມນໍາໃຊ້ໂຊຊຽວມີເດຍຕ່າງໆຂອງລັດຖະບານ ເຖິງວ່າຈະມີການຍົກເລີກຄໍາສັ່ງດັ່ງກ່າວໃນເວລາຕໍ່ມາກໍຕາມ, ແຕ່ສະຖານະການກໍລຸກລາມຍິ່ງຂຶ້ນ ພາຍຫລັງກຸ່ມຜູ້ປະທ້ວງປະທະກັບເຈົ້າໜ້າທີ່ຕໍາຫລວດ ໃນວັນທີ 8 ກັນຍາຜ່ານມາ ຈົນເຮັດໃຫ້ມີຜູ້ເສຍຊີວິດ 19 ຄົນ ສົ່ງຜົນເຮັດໃຫ້ກະແສຄວາມບໍ່ພໍໃຈຍິ່ງຂະຫຍາຍວົງກວ້າງ ແລະ ມີຜູ້ເສຍຊີວິດເພີ່ມອີກ 4 ຄົນໃນວັນທີ 9 ກັນຍາ.

             ປະຊາຊົນຊາວເນປານໄດ້ຈູດໄຟເຜົາອາຄານສະພາ ແລະ ໂຈມຕີອາຄານຂອງລັດຖະບານ ລວມທັງເຮືອນພັກຂອງນັກການເມືອງທົ່ວປະເທດ ຈົນນໍາໄປສູ່ການຕັດສິນໃຈລາອອກຂອງທ່ານ ເຄ ພີ ສອນມະ ໂອລີ ນາຍົກລັດຖະມົນຕີເນປານ ສົ່ງຜົນເຮັດໃຫ້ສະຖານະການທາງການເມືອງຂອງເນປານສັ່ນຄອນ ໂດຍປະທານາທິບໍດີເນປານຈະປະຊຸມສະພາເພື່ອຈັດຕັ້ງລັດຖະບານຊົ່ວຄາວ ເຊິ່ງອາດມີອົງກອນຂອງຄົນຮຸ້ນໃໝ່ເຂົ້າຮ່ວມໃນການຫາລື.

ອ້າງອີງ: