ລີເວີພູລ ທາບທາມ ບັລເບເດ ຍົກລະດັບແດນກາງ ດ້ວຍຂໍ້ສະເໜີ 60 ລ້ານຢູໂຣ
ສື່ສະເປນລະບຸວ່າ : ລີເວີພູລ ຍື່ນຂໍ້ສະເໜີຈຳນວນ 60 ລ້ານຢູໂຣ ໃຫ້ກັບ ຣຽວ ມາດຣິດ ເພື່ອຂໍເຊັນສັນຍາກັບ ເຟເດຣິໂກ ບັລເບເດ ກອງກາງທີມຊາດອຸຣຸໄກວ.
ສຳລັບ ບັລເບເດ ຖືເປັນກຳລັງສຳຄັນຂອງ ຣຽວ ມາດຣິດ ມາຕະຫລອດ ພ້ອມພາ ຣຽວ ມາດຣິດ ຄວ້າແຊ໊ມມາຄອງໄດ້ຫລາຍລາຍການ ປະກອບດ້ວຍ ລາ ລີກາ ສະເປນ 2 ສະໄຫມ, ຢູຟາ ແຊ໊ມປຽນລີກ 1 ສະໄຫມ ແລະ ຟີຟາ ຄລັບ ເວີນ ຄັບ 1 ສະໄຫມ ເປັນຕົ້ນ.
ດ້ວຍຜົນງານທີ່ເກີດຂຶ້ນ ຫລ້າສຸດ El National ສື່ໃນສະເປນເປີດເຜີຍວ່າ ລີເວີພູລ ໄດ້ມີການຍື່ນຂໍ້ສະເໜີຈຳນວນ 60 ລ້ານຢູໂຣ ໃຫ້ກັບ ຣຽວ ມາດຣິ ໃນການດຶງດາວເຕະອາຍຸ 2 ປີລາຍນີ້ມາຍົກລະດັບແດນກາງໃນລະດູການໜ້າ ຫລັງ ເຈີເກັນ ຄລອບ ຜູ້ຈັດການທີມລີເວີພູລ ຕິດຕາມຜົນງານຂອງນັກເຕະ ມາໄລຍະໜຶ່ງແລ້ວ.
ແນວໃດກໍຕາມມີລາຍງານຂ່າວເພີ່ມວ່າ ຟລໍເຣນຕີໂນ ເປເຣສ ປະທານສະໂມສອນ ຣຽວ ມາດຣິດ ຈະບໍ່ເຮັດການເຈລະຈາໃດໆ ຫາກໄດ້ຂໍ້ສະເໜີທີ່ຕຳ່ກວ່າຕົວເລກ 100 ລ້ານຢູໂຣ.

