ໄດ້ຫລິ້ນ UCL! ນີວຄາສເຊິນ ປາດໜ້າ ສະເປີ ກຽມຄວ້າ ແມດດິສັນ

ສະກາຍ ສະປອດ ລາຍງານວ່າ ນິວຄາສເຊິລ ເປັນທີມເຕັງທີ່ຈະເຊັນສັນຍາກັບ ເຈມ ແມດດິສັນ ກອງກາງໂຕເກັ່ງຂອງ ເລັສເຕີ ຊິຕີ້ ໄປຮ່ວມທັບ.

ກອງກາງອາຍຸ 26 ປີ ເປັນໜຶ່ງໃນຜູ້ຫລິ້ນທີ່ຮ້ອນແຮງທີ່ສຸດໃນຕະຫລາດນັກເຕະໃນຊ່ວງລະດູຮ້ອນນີ້ຫລັງຈາກທີ່ ເລັສເຕີ ຊິຕີ້ ໄດ້ຕົກຊັ້ນ, ໂດຍທີ ທັອດແນມ ຮັອດສະເປີ ສະແດງຄວາມສົນໃຈຢ່າງຊັດເຈນ.

ຢ່າງໃດກໍ່ຕາມ, ສື່ຊື່ດັງເປີດເຜີຍວ່າ ສາລິກາດົງ ກາຍເປັນທີມທີ່ມີໂອກາດຄວ້າດາວເຕະທີມຊາດອັງກິດຫລາຍກວ່າ ໄກ່ເດືອຍທອງ ໃນຊ່ວງເວລານີ້. ເຊິ່ງກ່ອນຫນ້ານີ້ສະໂມສອນໄດ້ຍື່ນສະເຫນີໃຫ້ ເລັສເຕີ ພິຈາລະນາແລ້ວໃນເດືອນມັງກອນທີ່ຜ່ານມາ.

ຕາມການລາຍງານລະບຸວ່າ, ແມດດິສັນ ຕ້ອງການລົງຫລິ້ນໃນ ຢູຟ້າ ແຊ້ມປ້ຽນລີກ ໃນລະດູການຕໍ່ໄປ, ເຮັດໃຫ້ເຂົາມີຄວາມສົນໃຈໃນການສະເຫນີຂອງ ນີວຄາສເຊິນ ຫລາຍກ່ວາ ທັອດແນມ ຮັອດສະເປີ.