ສະຫະພັນບານເຕະເນເທີແລນ ໃຫ້ນັກກິລາ ທີມຊາດໃສ່ເສື້ອທີມສະໂມສອນທີ່ຕົນເອງ ເຄີຍຢູ່ ລົງຝຶກຊ້ອມ

ຫລັງຈາກປະກາດລາຍຊື່ນັກເຕະທີມຊາດລາວຊຸດແຂ່ງ ເນຊັນ ຄັບ ອອກມາຢ່າງເປັນທາງການ ປະຈຸ​ບັນ​ເຫລົ່ານັກເຕະອັດສະວິນສີສົ້ມ  ຫລື ທີມຊາດ​ໂຮນລັງ (ເນເທີແລນ). ກຳລັງ​ຢູ່​ໃນ​ໄລຍະ​ເກັບ​ຕົວ​ໄປ​ຝຶກ​ຊ້ອມ​ໃນ​ແຄ້ມ​ທີມຊາດ ເພື່ອກຽມແຂ່ງຂັນຮອບຮອງຊະນະເລີດ ພົບກັບ ທີມຊາດໂຄຣເອເຊຍ.

ຢ່າງໃດກໍ່ຕາມ, ໃນລະຫວ່າງການຝຶກຊ້ອມໃນທ້າຍອາທິດທີ່ຜ່ານມາ, ຜູ້ຫລິ້ນທັງຫມົດບໍ່ໄດ້ໃສ່ເສື້ອຝຶກຊ້ອມຂອງທີມຊາດໂຮນລັງ, ແຕ່ໃສ່ເສື້ອຝຶກຊ້ອມທີ່ແຕກຕ່າງກັນອອກໄປ.

ຂະບວນການດັ່ງກ່າວເກີດມາຈາກແນວຄວາມຄິດຂອງສະມາຄົມບານເຕະໂຮນລັງເພື່ອສະແດງໃຫ້ເຫັນຄວາມສໍາຄັນຂອງສັງຄົມບານເຕະ. ໂດຍໃຫ້ນັກ​ກິລາ​ທັງ​ໝົດ 25 ຄົນ​​ໄດ້​ໃສ່​ເສື້ອເຍົາວະຊົນທີ່ຕົນເອງເຄີຍຢູ່ ​ລົງ​ຝຶກ​ຊ້ອມ ເພື່ອລະລຶກເຖິງທີມທີ່ເຄີຍປຸກປັ້ນມາ.