ກອງທັບເນປານກະຈາຍກໍາລັງທົ່ວເມືອງຫລວງ ຫວັງຄວບຄຸມຄວາມບໍ່ສະຫງົບ ເຫດການປະທ້ວງຄັ້ງໃຫຍ່
ກອງທັບເນປານກະຈາຍກໍາລັງທະຫານທົ່ວນະຄອນຫລວງກາມານທຸ ຫວັງຄວບຄຸມສະຖານະການຄວາມບໍ່ສະຫງົບ ໂດຍສັ່ງໃຫ້ປະຊາຊົນຢູ່ພາຍໃນທີ່ພັກອາໄສ ພາຍຫລັງເກີດເຫດປະທ້ວງຄັ້ງໃຫຍ່ ເຊິ່ງຮຸນແຮງທີ່ສຸດໃນຮອບຫລາຍທົດສະວັດ ຈົນເຮັດໃຫ້ທ່ານ ເຄ ພີ ສອນມະ ໂອລີ ນາຍົກລັດຖະມົນຕີເນປານ ຈະຕັດສິນໃຈລາອອກຈາກຕໍາແໜ່ງ ມີຜູ້ເສຍຊີວິດແລ້ວຢ່າງໜ້ອຍ 30 ຄົນ ແລະ ມີຜູ້ບາດເຈັບອີກນັບພັນຄົນ.
ການປະທ້ວງທີ່ເລີ່ມຕົ້ນຂຶ້ນໃນວັນທີ 8 ກັນຍາຜ່ານມາ ຫລັງລັດຖະບານປະກາດຫ້າມນໍາໃຊ້ແພກຟອມໂຊຊຽວມີເດຍຍອດນິຍົມຄື Facebook, X ແລະ YouTube ພ້ອມອ້າງເຫດຜົນເລື່ອງບໍ່ປະຕິບັດຕາມກົດລະບຽບໃໝ່ຂອງກະຊວງການສື່ສານ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານ ເພື່ອປາບປາມຂ່າວປອມ ແລະ ຄໍາເວົ້າທີ່ສ້າງຄວາມຄຽດຊັງ ໂດຍຜູ້ຊຸມນຸມປະທ້ວງ ເຊິ່ງສ່ວນຫລາຍເປັນກຸ່ມຄົນຮຸ້ນໃໝ່ ໂດຍສະເພາະ Gen Z ຕ່າງເບິ່ງວ່າ ມາດຕະການນີ້ເປັນການໂຈມຕີເສລີພາບໃນການສະແດງອອກ ຈຶ່ງເປັນໜຶ່ງໃນສາເຫດທີ່ນໍາໄປສູ່ການຊຸມນຸມປະທ້ວງຄັ້ງໃຫຍ່.
ບວກກັບເຫດຜົນເລື່ອງບັນຫາການສໍ້ລາດບັງຫລວງ, ໂອກາດທາງເສດຖະກິດ ແລະ ຄວາມເຫລື້ອລໍ້າໃນສັງຄົມເນປານ ໂດຍສະເພາະກໍລະນີ Nepo Kids ເຊິ່ງເປັນລູກຫລານຂອງນັກການເມືອງ ແລະ ກຸ່ມອີລິດໃນເນປານທີ່ດຳລົງຊີວິດຫລູຫລາ, ສະດວກສະບາຍ ສວນທາງກັບສະພາບຄວາມເປັນຈິງ ແລະ ຊີວິດການເປັນຢູ່ຂອງປະຊາຊົນຊາວເນປານສ່ວນຫລາຍ ໂດຍສະຖານະການພາບລວມໄດ້ຍົກລະດັບ ແລະ ລຸກລາມຂຶ້ນ ຫລັງຜູ້ຊຸມນຸມປະທະກັບເຈົ້າໜ້າທີ່ຕໍາຫລວດ ຈົນມີຜູ້ເສຍຊີວິດ 19 ຄົນ ໃນການຊຸມນຸມປະທ້ວງມື້ທໍາອິດ.
ໂດຍກຸ່ມ Gen Z ໄດ້ອອກມາປະຕິເສດກ່ຽວກັບການໃຊ້ຄວາມຮຸນແຮງໃນການຊຸມນຸມປະທ້ວງ. ພ້ອມລະບຸວ່າ: ການເຄື່ອນໄຫວຄັ້ງນີ້ຖືກ “ແຊກແຊງ” ໂດຍ “ຜູ້ສວຍໂອກາດ” ພ້ອມລະບຸວ່າ: ຜູ້ນໍາຂອງເນປານໃນອະນາຄົດຈະຕ້ອງປອດຈາກການຢຶດໂຍງກັບພັກການເມືອງ, ຕ້ອງເປັນອິດສະຫລະໂດຍສົມບູນ ແລະ ຕ້ອງຖືກຄັດເລືອກບົນພື້ນຖານຄວາມສາມາດ, ຄວາມຊື່ສັດ ແລະ ຄຸນສົມບັດທີ່ເໝາະສົມ ເພາະເນປານຕ້ອງການລັດຖະບານທີ່ປອດໃສ ແລະ ໝັ້ນຄົງ ເຊິ່ງເຮັດວຽກເພື່ອຜົນປະໂຫຍດຂອງປະຊາຊົນ ບໍ່ແມ່ນເພື່ອຜົນປະໂຫຍດຂອງຜູ້ສໍ້ລາດບັງຫລວງ.
ອ້າງອີງ:

