ມາຄຣົງ ກ່ອມ ເອັມປັບເປ້ ໃຫ້ຢູ່ກັບເປແອສເຊ ຕໍ່

ປະທານາທິບໍດີຝຣັ່ງໄດ້ຢືນຢັນວ່າລາວຈະຊຸກຍູ້ໃຫ້ກອງຫນ້າໂຕເກັ່ງຢູ່ກັບສະໂມສອນເດີມຕໍ່ໄປ ແລະ​ ບໍ່​​ຍ້າຍ​ໄປ​ສະ​ໂມ​ສອນ​ອື່ນ​ຕາມ​ທີ່​ເປັນຂ່າວກ່ອນ​ຫນ້າ​ນີ້​.

ທ່ານ ເອັມມານູເອລ ມາຄຣົງ ປະທານາທິບໍດີຝຣັ່ງ ​ເປີດ​ເຜີຍ​ໂດຍ​ຫຍໍ້​ວ່າຈະພະຍາຍາມພັກດັນໃຫ້ ຄີລຽນ ເອັມປັບເປ້ ຍັງຢູ່ກັບ ປາຣີ ແຊັງ-ແຊັກແມັງ ຕໍ່ໄປ ເຖິງວ່າຈະມີຂ່າວນັກເຕະໄດ້ແຈ້ງສະໂມສອນແລ້ວວ່າຈະບໍ່ຕໍ່ສັນຍາອອກໄປໃນປີໜ້າ.

ຫົວຫອກໄວ 24 ປີ ຕົກເປັນຂ່າວວ່າຈະຖືກຂາຍອອກຈາກທີມໃນລະດູຮ້ອນນີ້. ຫລັງຈາກທີ່ນັກເຕະຈະໝົດສັນຍາກັບທີມໃນປີໜ້າ. ແລະ​ ໄດ້​ແຈ້ງ​ກັບຕົ້ນສັງກັດວ່າ​ລາວ​ຈະບໍ່​​ຂໍ​​ຕໍ່​ສັນ​ຍາ​ອອກໄປ ເຊິ່ງ ເປແອສເຊ ບໍ່ຕ້ອງການທີ່ຈະເສຍເຂົາຟຣີໆ ເມື່ອສິ້ນສຸດລະດູການ.

ກ່ອນໜ້ານີ້ ມາຄຣົງ ເປັນໜຶ່ງໃນຜູ້ທີ່ມີບົດບາດສຳຄັນໃນການຊັກຊວນນັກເຕະໃຫ້ຂະຫຍາຍສັນຍາກັບ ເປແອສເຊ ໃນປີກາຍນີ້. ແລະ​ ລາວ​ມີ​ຄວາມ​ຕັ້ງ​ໃຈ​ທີ່​ຈະ​ເຮັດ​ແບບ​ນັ້ນ​ອີກ​ຄັ້ງ.