ຕົວແທນຢືນຢັນ ໂຣແບໂຕ ຟິມມິໂນ ອຳລາ ລິເວີພູລ ຫລັງຈົບລະດູການນີ້ ປິດຕຳນານ 8 ປີທີ່ຮ່ວມສ້າງຄວາມສຳເລັດ
ເຖິງເວລາແລ້ວທີ່ແຟນບານຂອງ ລິເວີພູລ ທົ່ວໂລກຕ້ອງບອກລາກັບ ໂຣແບໂຕ ຟິມິໂນ ກອງໜ້າຂວັນໃຈຂອງພວກເຂົາ. ເມື່ອຕົວແທນຂອງເຂົາຢືນຢັນວ່ານັກເຕະຈະອອກຈາກທີມຫລັງຈົບລະດູການນີ້. “ຟິມິໂນ” ມີຂ່າວລືເຂົ້າໄປສົນທະນາກັບຄະນະກໍາມະການບໍລິຫານ. ເພື່ອແຈ້ງຄວາມຕັ້ງໃຈທີ່ຈະຍ້າຍອອກຈາກທີມເມື່ອສັນຍາໝົດໃນເດືອນມິຖຸນາ 2023 ເຖິງວ່າທີມໃຫ້ຄວາມສົນໃຈທີ່ຈະຕໍ່ສັນຍາ ແຕ່ ຟິມິໂນ ຢືນຢັນຄວາມຕັ້ງໃຈຄືເກົ່າ. ດ້ານຜົນງານສ່ວນໂຕ, ລາວຍິງໄດ້ 107 ປະຕູຈາກ 353…








