ເຫດລະທຶກ ຄົນຮ້າຍບຸກຍິງຮ້ານ ຊຸບເປີມາເກັດຄອບຄົວເມຍຂອງ ເມສຊີ່ ພ້ອມຝາກຂໍ້ຄວາມວ່າ “ພວກເຮົາລໍຖ້າເຈົ້າຢູ່”

ຄົນຮ້າຍ 2 ຄົນໄດ້ລົວລູກປືນໃສ່ຮ້ານຊຸບເປີມາເກັດທີ່ເປັນຂອງຄອບຄົວຂອງເມຍຊາວອາເຈນຕິນາ ພ້ອມ​ທັງຝາກ​ຂໍ້​ຄວາມ​ຂົ່ມຂູ່ເອົາໄວ້.

ລີໂອເນວ ເມສຊີ່ ດາວຍິງໂຕເກັ່ງຂອງ ປາຣີ ແຊັງ-ແຊັກແມັງ ຕ້ອງ​​ພົບ​ກັບ​ເລື່ອງລົບ​ກວນ​ຈິດໃຈ​ ເມື່ອຮ້ານຊຸບເປີມາເກັດຄອບຄົວຂອງເມຍທີ່ປະເທດອາເຈນຕິນາ ໄດ້ຖືກຄົນຮ້າຍບຸກກະໜ່ຳຍິງພ້ອມຖິ້ມຂໍ້ຄວາມເອົາໄວ້.

ໃນຕອນເຊົ້າຂອງວັນພະຫັດທີ 2 ມີນາ ຕາມເວລາທ້ອງຖິ່ນ ມີຄົນຮ້າຍເປັນຊາຍ 2 ຄົນ ຍິງປືນລົວໃສ່ຮ້ານສັບພະສິນຄ້າຊື່ Super Mercado Unico, ເປັນເຈົ້າຂອງໂດຍຄອບຄົວຂອງ Antonella Roccuzzo, ເມຍຂອງ ເມສຊີ່, ກ່ອນທີ່ຈະຫລົບຫນີໄປ.

ພາຍຫລັງທີ່ຕຳຫລວດໄດ້ລົງກວດກາສະຖານທີ່ເກີດເຫດ, ພົບວ່າຜູ້ກໍ່ເຫດໄດ້ຍິງປືນເຂົ້າໃສ່ທາງເຂົ້າຮ້ານ 14 ນັດ, ແຕ່ບໍ່ມີຜູ້ໃດໄດ້ຮັບບາດເຈັບ ເນື່ອງຈາກຮ້ານສັບພະສິນຄ້າຍັງບໍ່ເປີດໃນເວລານັ້ນ. ແລະ ຄົນຮ້າຍຍັງໄດ້ຂຽນຂໍ້ຄວາມໄວ້ວ່າ: “ເມສຊີ່ ພວກເຮົາລໍຖ້າເຈົ້າຢູ່, ຢາຟຄິມ ແມ່ນພໍ່ຄ້າຢາເສບຕິດ, ລາວຈະບໍ່ປົກປ້ອງເຈົ້າ.”