ຕົວແທນ ຮາແລນ ເຜີຍມີແຜນຍ້າຍທີມ ໃນອະນາຄົດ ອາດຈະເປັນ ຣຽວ ມາດຣິດ

ເອີລິງ ຮາແລນ ສ້າງຜົນງານໄດ້ຢ່າງດີເດັ່ນໃນ ພຣີເມຍລີກ ລະດູການທໍາອິດຂອງລາວກັບ ແມນເຊັສເຕີ ຊິຕີ້, ແລະ ດ້ວຍຜົນງານທີ່ດີດັ່ງກ່າວແນ່ນອນວ່າລາວຕົກເປັນເປົ້າຫມາຍຂອງສະໂມສອນໃຫຍ່.

ເລື່ອງນີ້, Rafaela Pimenta, ຕົວແທນຂອງ ຮາແລນ, ເຊິ່ງສືບທອດໜ້າທີ່ຕໍ່ຈາກ Rino Raiola, ເປີດເຜີຍວ່າ ເອີລິງ ຮາແລນ ມີຄວາມສົນໃຈທີ່ຈະຍ້າຍໄປ ຣຽວ ມາດຣິດ ເຊັ່ນກັນ. ສ່ວນມັນຈະເກີດຂຶ້ນເມື່ອໃດນັ້ນເຮັດໃຫ້ແຟນ ແມນ ຊິຕີ້ ຕ້ອງລຸ້ນໜັກ.

ເຊິ່ງກ່ອນໜ້ານີ້ ພໍ່ຂອງ ເອີລິງ ຮາແລນ, ອາຟ ອິງເກ ຮາແລນ, ກໍ່ເຄີຍໃຫ້ສໍາພາດເຊັ່ນກັນວ່າລູກຊາຍຂອງລາວອາດຈະຫລິ້ນໃນ ພຣີເມຍລີກ ຢ່າງຫນ້ອຍ 3-4 ປີ.