ແມນຢູ ດວນ ຟູແລັມ ແມນ ຊິຕີ້ ພົບ ເບີນລີ່ ເອຟເອຄັບ ຮອບ 8

ຜົນຈັບສະຫລາກການແຂ່ງຂັນ FA Cup ຮອບກ່ອນຮອງຊະນະເລີດອອກມາແລ້ວ ຜົນປະກົດວ່າ 2 ທີມດັງຈາກ ພຣີເມຍລີກ ຍັງບໍ່ທັນພົບກັນເທື່ອ.

ໃນຮອບນີ້ມີທີມຈາກ ພຣີເມຍລີກ ມາພົບກັນພຽງທີມດຽວຄື ແມນເຊັສເຕີ ຢູໄນເຕັດ ຈະເປີດບ້ານພົບກັບ ຟູແລັມ.

ຂະນະທີ ແມນເຊັສເຕີ ຊິຕີ້ ຈະເປັນເຈົ້າພາບພົບກັບ ເບີນລີ່ ທີມຈາກແຊ້ມປຽນຊິບ, ທີ່ຄຸມທີມໂດຍ ວິນເຊັນ ກອມປານີ ອະດີດກອງຫລັງຂອງ ແມນເຊັສເຕີ ຊິຕີ້. ​ເຊິ່ງຈະ​ກັບ​ຄືນມາ​ຢ້ຽມ​ຢາມ​ບ່ອນ​ເກົ່າ​ອີກ​ດ້ວຍ.

ຜົນຈັບສະຫລາກການແຂ່ງຂັນ FA Cup ຮອບກ່ອນຮອງຊະນະເລີດ

ແມນເຊສເຕີ ຢູໄນເຕັດ – ຟູແລັມ

ເຊັຟຟີວ – ແບຣັກເບີນ

ໄບຣຕັນ – ກຣິມບີ້

ແມນເຊັສເຕີ ຊິຕີ້ – ເບີນລີ

ສຳລັບການແຂ່ງຂັນຮອບ 8 ທີມສຸດທ້າຍ ຈະຈັດຂຶ້ນໃນທ້າຍອາທິດຂອງວັນທີ 18-19 ມີນານີ້.