ຕົວແທນຢືນຢັນ ໂຣແບໂຕ ຟິມມິໂນ ອຳລາ ລິເວີພູລ ຫລັງຈົບລະດູການນີ້ ປິດຕຳນານ 8 ປີທີ່ຮ່ວມສ້າງຄວາມສຳເລັດ
ເຖິງເວລາແລ້ວທີ່ແຟນບານຂອງ ລິເວີພູລ ທົ່ວໂລກຕ້ອງບອກລາກັບ ໂຣແບໂຕ ຟິມິໂນ ກອງໜ້າຂວັນໃຈຂອງພວກເຂົາ. ເມື່ອຕົວແທນຂອງເຂົາຢືນຢັນວ່ານັກເຕະຈະອອກຈາກທີມຫລັງຈົບລະດູການນີ້.
“ຟິມິໂນ” ມີຂ່າວລືເຂົ້າໄປສົນທະນາກັບຄະນະກໍາມະການບໍລິຫານ. ເພື່ອແຈ້ງຄວາມຕັ້ງໃຈທີ່ຈະຍ້າຍອອກຈາກທີມເມື່ອສັນຍາໝົດໃນເດືອນມິຖຸນາ 2023 ເຖິງວ່າທີມໃຫ້ຄວາມສົນໃຈທີ່ຈະຕໍ່ສັນຍາ ແຕ່ ຟິມິໂນ ຢືນຢັນຄວາມຕັ້ງໃຈຄືເກົ່າ.
ດ້ານຜົນງານສ່ວນໂຕ, ລາວຍິງໄດ້ 107 ປະຕູຈາກ 353 ນັດທີ່ລົງໃນທຸກການແຂ່ງຂັນ. ສ່ວນລະດູການປັດຈຸບັນລົງຫຼິ້ນໄປແລ້ວ 26 ນັດ ຍິງໄດ້ 9 ປະຕູ ແຕ່ຍັງບໍ່ມີໂອກາດລົງຫລິ້ນເທົ່າທີ່ຄວນ ຈຶ່ງຕັດສິນໃຈບໍ່ຕໍ່ສັນຍາ. ບອກລາກັບເພື່ອນຮ່ວມທີມ ໂມຮຳເໝັດ ຊາລາ, ໜຶ່ງໃນສາມປະສານຜູ້ທີ່ປະສົບຜົນສໍາເລັດຮ່ວມກັນ.

