ຄອສຕາ ເລີກສັນຍາກັບທີມໃນບຣາຊິລແລ້ວ, ກຽມຫວນກັບອັງກິດ

ຄອສຕາ ເລີກສັນຍາກັບທີມໃນບຣາຊິລແລ້ວ, ກຽມຫວນກັບອັງກິດ

ດີເອໂກ້ ຄອສຕາຫນ້າປະສົບການຫລາຍ ເຜີຍວ່າຕັດສິນໃຈຍົກເລີກສັນຍາກັບແອັດເລຕີໂກ ມິເນໂຣ ສະໂມສອນໃນລີກສູງສຸດຂອງປະເທດບຣາຊິລ ດ້ວຍຄວາມຍິນຍອມຮ່ວມກັນເປັນທີ່ຮຽບຮ້ອຍແລ້ວ. ຫລັງຈາກຕົກລົງຍົກເລີກສັນຍາກັບ ແອດລາຕີໂກ ມາດຣິດ ໄປເມື່ອຊ່ວງເດືອນທັນວາປີ 2020 ຈົນກາຍເປັນນັກເຕະບໍ່ສັງກັດ ຄອສຕາ ກໍມາຢູ່ກັບ ມິເນໂຣ ແບບໍ່ມີຄ່າຕົວໃນໄລຍະເດືອນສິງຫາທີ່ຜ່ານມາ ໂດຍມີການເຊັນສັນຍາກັນຈົນເຖິງເດືອນທັນວາປີຫນ້າ. ທັງນີ້ ຄອສຕ  ຍິງໄດ້…

ເອເວີຕັນ ສົນໃຈທາບທາມ ມູຣິນໂຢ ຫລັງບໍ່ມີຫວັງຈະໄດ້ ມາຕີເນສ ມາຄຸມທີມ

ເອເວີຕັນ ສົນໃຈທາບທາມ ມູຣິນໂຢ ຫລັງບໍ່ມີຫວັງຈະໄດ້ ມາຕີເນສ ມາຄຸມທີມ

ສື່ຊື່ດັງຂອງອັງກິດລາຍງານວ່າ ເອເວີຕັນ ວາງເປົ້າຫວັງທາບທາມ ໂຈເຊ ມູຣິນໂຢ ຄຸມທີມ ຫລັງມີແວວວ່າບໍ່ມີສິດໄດ້ ໂຣແບໂຕ ມາຕີເນສ ຜູ້ຈັດການທີມເບລຢ້ຽມ. ເດິ ມິຣເຣີ ສື່ດັງໃນປະເທດອັງກິດລາຍງານວ່າ ເອຟເວີຕັນ ທີມດັງໃນການແຂ່ງຂັນພຣີເມຍລີກ ພວມສົນໃຈທີ່ຈະຄວ້າ ໂຈເຊ ມູຣິນໂຢ ຜູ້ຈັດການທີມຂອງ ໂຣມາ…

ໄວກ່ອນກຳນົດ ປັອກບາ ກັບມາຊ້ອມກັບທີມແລ້ວ.

ໄວກ່ອນກຳນົດ ປັອກບາ ກັບມາຊ້ອມກັບທີມແລ້ວ.

ພໍລ ປັອກບາ ກອງກາງຂອງ ແມນເຊສເຕີ ຢູໄນເຕັດ ໄດ້ກັບຄືນໄປຝຶກຊ້ອມກັບທີມໄດ້ແລ້ວ ເຊິ່ງໄວກວ່າເວລາທີ່ ຣາຟ ຣັງນິກ ເຄີຍໄດ້ໃຫ້ສຳພາດໄປໃນອາທິດທີ່ຜ່ານມາ. ກອງກາງທີມຊາດຝຣັ່ງ ບໍ່ໄດ້ຫລິ້ນໃຫ້ກັບຜີສາດແດງເປັນເວລາຫລາຍກວ່າສອງເດືອນເນື່ອງຈາກວ່າຕ້ອງໄດ້ໄປພັກຟື້ນຕົວຈາກການບາດເຈັບຂາທີ່ ດູໃບ. ກ່ອນທີ່ຈະບິນກັບ ແມນເຊສເຕີ ໃນຕົ້ນເດືອນທັນວາປີທີ່ຜ່ານມາ ແລະ ຄາດວ່າຈະກັບມາຝຶກຊ້ອມກັບທີມໃນເດືອນນີ້. ແຕ່ອາທິດທີ່ຜ່ານມາ ນາຍໃຫຍ່ຊາວເຢຍລະມັນຂອງທີມ…

ເຊລຊີ ຮີບຮ້ອນ ຫວັງຫາລື ເປສແອສເຊ ຂໍຢືມກອງຫລັງແກ້ວິກິດ

ເຊລຊີ ຮີບຮ້ອນ ຫວັງຫາລື ເປສແອສເຊ ຂໍຢືມກອງຫລັງແກ້ວິກິດ

ລູກທີມ ໂທມັສ ທູເຄິລ ພວມຜະເຊີນກັບບັນຫາກອງຫລັງທາງຝັ່ງຊ້າຍ ເມື່ອ ເບນ ຊິລເວລ ມີອາການບາດເຈັບເຂົ່າ ເຮັດໃຫ້ຄາດວ່າຕ້ອງພັກຍາວຫລາຍເດືອນ ຂະນະທີ່ ເອເມີສັນ ພັລມິເອຣີ ທີ່ຖືກຢືມຕົວໄປຢູ່ກັບ ໂອລິມປິກ ລີຢົງ ອາດສາມາດໃຊ້ຕົວເລືອກດຶງກັບມາໄດ້ໃນໄລຍະເດືອນມັງກອນນີ້. ເຮັດໃຫ້ຫລ້າສຸດ RMC Sport ສື່ຊື່ດັງຂອງຝຣັ່ງເຜີຍວ່າ…

ເລວານດອບສະກີ ຍິງຄົບ 300 ປະຕູໃນບຸນເດສລີກາ

ເລວານດອບສະກີ ຍິງຄົບ 300 ປະຕູໃນບຸນເດສລີກາ

ໂຣເບີດ ເລວານດອບສະກີ ດາວຍິງຄົນເກ່ັງຂອງ ບາເຢິນ ມິວນິກ ຍິງຄົບ 300 ປະຕູ ໃນເວທີ ບຸນເດສລີກາຮຽບຮ້ອຍແລ້ວ ໂດຍເປັນພຽງນັກເຕະຄົນທີສອງເທົ່ານັ້ນ ທີ່ສາມາດຍິງໄດ້ຕົວເລກລະດັບນີ້. ໂຣເບີດ ເລວານດອບສະກີ ຍອດກອງຫນ້າຊາວໂປແລນ ຂອງ ບາເຢິນ ມິວນິກ ຍິງປະຕູໃນການແຂ່ງຂັນ ບຸນເດສລີກາ…

ແມນເຊັສເຕີ ຢູໄນເຕັດ ຕັ້ງປ້າຍລາຄາ 15 ລ້ານປອນໃຫ້ກັບ ຟິວ ໂຈນ ເຖິງວ່າຈະໄດ້ລົງຫລີ້ນພຽງເກມດຽວໃນຮອບ 2 ປີ ແລະ ປະຕິເສດທີ່ຈະຟັງຂໍ້ສະເໜີທີ່ຕໍ່າກວ່າ.

ແມນເຊັສເຕີ ຢູໄນເຕັດ ຕັ້ງປ້າຍລາຄາ 15 ລ້ານປອນໃຫ້ກັບ ຟິວ ໂຈນ ເຖິງວ່າຈະໄດ້ລົງຫລີ້ນພຽງເກມດຽວໃນຮອບ 2 ປີ ແລະ ປະຕິເສດທີ່ຈະຟັງຂໍ້ສະເໜີທີ່ຕໍ່າກວ່າ.

ຟິວ ໂຈນ ລົງຫລິ້ນເປັນຄັ້ງທໍາອິດໃນ 708 ມື້ໃນການແຂ່ງຂັນທີ່ ແມນຢູ ຊະນະ ວູຟ 1-0 ແລະ ເຖິງແມ່ນວ່າຈະໂຊຟອມໄດ້ດີໃນມື້ນັ້ນ ແຕ່ ໂຈນ ບໍ່ໄດ້ຢູ່ໃນແຜນການຂອງສະໂມສອນ, ດັ່ງນັ້ນເຂົາຈຶ່ງພະຍາຍາມທີ່ຈະອອກຈາກສະໂມສອນໃນເດືອນມັງກອນ ໂດຍມີ ນິວຄາສເຊິນ ແລະ ເບິນລີ່ ໃຫ້ຄວາມສົນໃຈຢູ່ໃນປັດຈຸບັນ.

ສະຕີເວັນ ເຈີຣາດ ໄດ້ກ່າວຊົມເຊີຍ ຟິລິເປ້ ກູຕິນໂຍ່ ຫລັງຈາກກອງກາງຕົວໃຫມ່ຊ່ວຍໃຫ້ ແອດຕັນ ວີນລ່າ ກັບມາໃນເກມພົບກັບ ແມນຢູ ໃນຄືນວັນເສົາທີ່ຜ່ານມາ.

ສະຕີເວັນ ເຈີຣາດ ໄດ້ກ່າວຊົມເຊີຍ ຟິລິເປ້ ກູຕິນໂຍ່ ຫລັງຈາກກອງກາງຕົວໃຫມ່ຊ່ວຍໃຫ້ ແອດຕັນ ວີນລ່າ ກັບມາໃນເກມພົບກັບ ແມນຢູ ໃນຄືນວັນເສົາທີ່ຜ່ານມາ.

ເຈີຣາດ ເຊື່ອວ່າ ແອດຕັນ ວີນລ່າ ສາມາດດຶງເອົາຄວາມມະຫັດສະຈັນຂອງ ກູຕິນໂຍ່ ອອກມາອີກຄັ້ງ, ຫລັງຈາກທີ່ນັກເຕະຊາວບຣາຊິນຄົນນີ້ສ້າງຜົນງານໄດ້ຢ່າງສວຍງາມ ໂດຍຊ່ວຍສ້າງໂອກາດຍິງໄດ້ 1 ປະຕູ ແລະ ໄລ່ຕີສະເໝີໃຫ້ທີມພາຍໃນ 14 ນາທີ ໄດ້ຮັບໂອກາດລົງສະໜາມໃນເຄິ່ງເວລາທີ່ສອງ. ເຈີຣາດ ກວ່າວ່າ “ມັນ​ເປັນ​ສິ່ງ​ທີ່​ປະ​ເສີດຫລາຍ ລາວມີສ່ວນຮ່ວມໃນທັງສອງປະຕູ…

ເອເວີຕັນ ປະກາດປົດ ຣາຟາເອວ ບານິເຕສ ອອກຈາກຕຳແໜ່ງຜູ້ຈັດການທີມແລ້ວ.

ເອເວີຕັນ ປະກາດປົດ ຣາຟາເອວ ບານິເຕສ ອອກຈາກຕຳແໜ່ງຜູ້ຈັດການທີມແລ້ວ.

ຄະນະບໍລິຫານງານ ເອຟເວີຕັນ ໄດ້ປົດ ຣາຟາ ເບນິເຕຊ ອອກຈາກຕຳແໜ່ງ ຫົວໜ້າຄູຝຶກເອເວີຕັນແລ້ວ ຫລັງຈາກທີ່ຮັບໜ້າທີ່ພຽງແຕ່ 6 ເດືອນ ຄຸມທີມລົງສະໜາມ 19 ນັດ, ດ້ວຍຮູບຟອມທີ່ບໍ່ດີ ແລະ ນັດລ່າສຸດບຸກໄປພ່າຍແພ້ຕໍ່ ນໍຣີດ ຊິຕີ້ ລົງໄປຢູ່ອັນດັບທີ 16…

ສະເປີ ບໍ່ພໍໃຈພຣີເມຍລີກສັ່ງເລື່ອນເກມແຂ່ງກັບ ອາເຊນອລ

ສະເປີ ບໍ່ພໍໃຈພຣີເມຍລີກສັ່ງເລື່ອນເກມແຂ່ງກັບ ອາເຊນອລ

ຝ່າຍຈັດການແຂ່ງຂັນຂອງພຣີເມຍລີກໄດ້ຢືນຢັນຄຳສັ່ງ ເລື່ອນເກມຄູ່ລະຫວ່າງ ທັອດແນມ ຮັອດສະເປີ ທີ່ຈະພົບກັບ ອາເຊນອລ ໃນວັນອາທິດນີ້ ຕາມຄຳຮ້ອງຂໍຂອງຝັ່ງອາເຊນອລ ເນື່ອງຈາກທີມປືນໃຫຍ່ປະສົບບັນຫານັກເຕະໄດ້ຮັບບາດເຈັບ ຕິດໂຄວິດຫລາຍຄົນ ເຮັດໃຫ້ມີນັກເຕະເຫລືອໃຊ້ງານພຽງ 12 ຄົນເທົ່ານັ້ນ. ເຊິ່ງຈາກຄຳສັ່ງດັ່ງກ່າວເຮັດໃຫ້ ສະເປີ ອອກຖະແຫລງການສະແດງຄວາມບໍ່ພໍໃຈເປັນຢ່າງຫລາຍ ທີ່ພຣີເມຍລີກເປີດໄຟຂຽວໃຫ້ມີການເລື່ອນເກມດັ່ງກ່າວ ທັງທີ່ກ່ອນຫນ້ານີ້ເຄີຍປະຕິເສດຄຳຮ້ອງຂອງ ສະເປີ ທີ່ຂໍເລື່ອນເກມ…

ມາຊີຢາລ ໂພສໄອຈີ ລາວບໍ່ເຄີຍປະຕິເສດທີ່ຈະຫຼິ້ນໃຫ້ ແມນເຊສເຕີ ຢູໄນເຕັດ

ມາຊີຢາລ ໂພສໄອຈີ ລາວບໍ່ເຄີຍປະຕິເສດທີ່ຈະຫຼິ້ນໃຫ້ ແມນເຊສເຕີ ຢູໄນເຕັດ

ແມນເຊສເຕີ ຢູໄນເຕັດ ບໍ່ມີສອງຕົວບຸກທີ່ສຳຄັນທີ່ສຸດຄື ຄຣິສຕຽນໂນ ໂຣນັລໂດ ແລະ ອອງໂຕນີ ມາຊີຢາລ ໃນເກມທີ່ບຸກໄປຢາມທີ່ບ້ານ ແອສຕັນ ວິລລາ ໃນຄືນວັນເສົານີ້. ກ່ອນທີ່ເກມຈະຈົບລົງດ້ວຍການສະເໝີກັນ 2-2. ຫຼັງຈາກເກມ, ຣາຟ ຣັງນິກ ໄດ້ອອກມາຕອບຄໍາຖາມສື່ມວນຊົນ ເຖິງການຫາຍຕົວໄປຂອງ ມາຊີຢາລ…