ແມນເຊັສເຕີ ຢູໄນເຕັດ ຕັ້ງປ້າຍລາຄາ 15 ລ້ານປອນໃຫ້ກັບ ຟິວ ໂຈນ ເຖິງວ່າຈະໄດ້ລົງຫລີ້ນພຽງເກມດຽວໃນຮອບ 2 ປີ ແລະ ປະຕິເສດທີ່ຈະຟັງຂໍ້ສະເໜີທີ່ຕໍ່າກວ່າ.

ຟິວ ໂຈນ ລົງຫລິ້ນເປັນຄັ້ງທໍາອິດໃນ 708 ມື້ໃນການແຂ່ງຂັນທີ່ ແມນຢູ ຊະນະ ວູຟ 1-0 ແລະ ເຖິງແມ່ນວ່າຈະໂຊຟອມໄດ້ດີໃນມື້ນັ້ນ ແຕ່ ໂຈນ ບໍ່ໄດ້ຢູ່ໃນແຜນການຂອງສະໂມສອນ, ດັ່ງນັ້ນເຂົາຈຶ່ງພະຍາຍາມທີ່ຈະອອກຈາກສະໂມສອນໃນເດືອນມັງກອນ ໂດຍມີ ນິວຄາສເຊິນ ແລະ ເບິນລີ່ ໃຫ້ຄວາມສົນໃຈຢູ່ໃນປັດຈຸບັນ.