ເອເວີຕັນ ສົນໃຈທາບທາມ ມູຣິນໂຢ ຫລັງບໍ່ມີຫວັງຈະໄດ້ ມາຕີເນສ ມາຄຸມທີມ

ສື່ຊື່ດັງຂອງອັງກິດລາຍງານວ່າ ເອເວີຕັນ ວາງເປົ້າຫວັງທາບທາມ ໂຈເຊ ມູຣິນໂຢ ຄຸມທີມ ຫລັງມີແວວວ່າບໍ່ມີສິດໄດ້ ໂຣແບໂຕ ມາຕີເນສ ຜູ້ຈັດການທີມເບລຢ້ຽມ.

ເດິ ມິຣເຣີ ສື່ດັງໃນປະເທດອັງກິດລາຍງານວ່າ ເອຟເວີຕັນ ທີມດັງໃນການແຂ່ງຂັນພຣີເມຍລີກ ພວມສົນໃຈທີ່ຈະຄວ້າ ໂຈເຊ ມູຣິນໂຢ ຜູ້ຈັດການທີມຂອງ ໂຣມາ ທີມໃນລີກ ກັລໂຊ ເຊເຣຍ ອາ ອີຕາລີ ກັບມາເຮັດວຽກໃນອັງກິດອີກເທື່ອຫນຶ່ງ ໃນຕຳແຫນ່ງຜູ້ຈັດການທີມໃນຖິ່ນ ກູດີສັນ ປາກ ຫລັງທີມຫາກໍປົດ ຣາຟາເອລ ເບນິເຕດ ອອກຈາກຕຳແຫນ່ງໄປເມື່ອວັນອາທິດທີ່ຜ່ານມາ.

ກ່ອນໜ້ານີ້ ມີຂ່າວວ່າ ເອຟເວີຕັນ ສົນໃຈ ໂຣແບໂຕ ມາຕີເນສ ຜູ້ຈັດການທີມຊາດ ເບລຢ້ຽມ ເປັນເປົ້າຫມາຍອັນດັບ 1 ແລະ ໄດ້ທາບທາມໄປຍັງສະມາຄົມບານເຕະເບລຢ້ຽມແລ້ວ ແຕ່ມີທ່າອ່ຽງວ່າຫນ້າຈະຜິດຫວັງ ເພາະ ເບລຢ້ຽມ ຕ້ອງການໃຫ້ຈັດການທີມຊາວສະເປນນຳທີມສູ້ບານໂລກ 2022 ທ້າຍປີນີ້ ໂດຍນອກາກ ມາຕີເນສ ແລ້ວ ເອຟເວີຕັນ ຍັງມີຂ່າວວ່າສົນໃຈ ເວນ ຣູນີ ອະດີດດາວຍິງຂອງທີມເຊິ່ງປັດຈຸບັນຄຸມ ດາບີ ເຄົາຕີ ໃນການແຂ່ງຂັນ ເດິ ແຊ໊ມປຽນຊິບ ລວມເຖິງ ແຟຣັງ ແລມພາດ ອະດີດຜູ້ຈັດການທີມ ເຊລຊີ ນຳອີກ. ຂະນະທີ່ ດັນແຄນ ເຟີກູສັນ ກໍຢູ່ໃນລາຍຊື່ເຊ່ັນດຽວກັນ.

ແນວໃດກໍຕາມ ຊື່ຂອງ ມູຣິນໂຢ ກາຍເປັນຫນຶ່ງໃນຕົວເລືອກ ຫລັງມີຂ່າວວ່າ ຟາຮັດ ໂມຊິຣີ ເຈົ້າຂອງທີມ ເອຟເວີຕັນ ມັກໃນຕົວຜູ້ຈັດການທີມຊາວໂປຣຕຸເກສຄົນນີ້ຫລາຍ ເຖິງວ່າໃນເວລານີ້ ອະດີດຜູ້ຈັດການທີມເຊລຊີ, ຣິລ ມາດຣິດ, ອິນຕີ ມິລານ, ແມນເຊສເຕີ ຢູໄນເຕັດ ແລະ ທັອດແນມ ຮັອດສະເປີ ຈະຍັງເຮັດຜົນງານບໍ່ເຂົ້າຕາກັບ ໂຣມາ ໂດຍພາທີມຄອງອັນດັບທີ 7 ຂອງຕາຕະລາງ ກັລໂຊ ເຊເຣຍ ອາ ເທົ່ານັ້ນກໍຕາມ.