ເຊລຊີ ຮີບຮ້ອນ ຫວັງຫາລື ເປສແອສເຊ ຂໍຢືມກອງຫລັງແກ້ວິກິດ

ລູກທີມ ໂທມັສ ທູເຄິລ ພວມຜະເຊີນກັບບັນຫາກອງຫລັງທາງຝັ່ງຊ້າຍ ເມື່ອ ເບນ ຊິລເວລ ມີອາການບາດເຈັບເຂົ່າ ເຮັດໃຫ້ຄາດວ່າຕ້ອງພັກຍາວຫລາຍເດືອນ ຂະນະທີ່ ເອເມີສັນ ພັລມິເອຣີ ທີ່ຖືກຢືມຕົວໄປຢູ່ກັບ ໂອລິມປິກ ລີຢົງ ອາດສາມາດໃຊ້ຕົວເລືອກດຶງກັບມາໄດ້ໃນໄລຍະເດືອນມັງກອນນີ້.

ເຮັດໃຫ້ຫລ້າສຸດ RMC Sport ສື່ຊື່ດັງຂອງຝຣັ່ງເຜີຍວ່າ ທູເຄິລ ອາດຫັນກັບໄປເຈລະຈາກັບອະດີດຕົ້ນສັງກັດໃນລີກ ເອິງ ເຊ່ັນ : ປາຣີສ ແຊັງ ແຊັກແມັງ ເພື່ອຂໍຢືມ ເລແວງ ກູຊາວາ ກອງຫລັງອາຍຸ 29 ປີ ມາໃຊ້ງານແກ້ຂັດໄລຍະສັ້ນ ດ້ວຍສັນຍາຈົນເຖິງຈົບລະດູການນີ້ເທົ່ານັ້ນ.

ສຳລັບ ກູກຊາວາ ກາຍສະພາບເປັນຕົວສຳຮອງແບບຖາວອນ ນັບຕັ້ງແຕ່ ເມົາຣິຊີໂອ ໂປປເຊສຕີໂນ ເຂົ້າມາຮັບວຽກຄຸມທີມໃນໄລຍະລະດູການນີ້ໄດ້ຫລິ້ນໃນເກມຂັນໄປພຽງນັດດຽວເທົ່າ.