ເລວານດອບສະກີ ຍິງຄົບ 300 ປະຕູໃນບຸນເດສລີກາ

ໂຣເບີດ ເລວານດອບສະກີ ດາວຍິງຄົນເກ່ັງຂອງ ບາເຢິນ ມິວນິກ ຍິງຄົບ 300 ປະຕູ ໃນເວທີ ບຸນເດສລີກາຮຽບຮ້ອຍແລ້ວ ໂດຍເປັນພຽງນັກເຕະຄົນທີສອງເທົ່ານັ້ນ ທີ່ສາມາດຍິງໄດ້ຕົວເລກລະດັບນີ້.
ໂຣເບີດ ເລວານດອບສະກີ ຍອດກອງຫນ້າຊາວໂປແລນ ຂອງ ບາເຢິນ ມິວນິກ ຍິງປະຕູໃນການແຂ່ງຂັນ ບຸນເດສລີກາ ເຢຍລະມັນ ຄົບ 300 ປະຕູ ຫລັງຍິງແຮັດທຣິກໃນເກມຫລ້າສຸດທີ່ ບາເຢິນ ມິວນິກ ບຸກໄປຖະຫລົ່ມ ເອຟເຊ ໂຄໂລນ 4-0 ເມື່ອວັນເສົາທີ 15 ມັງກອນທີ່ຜ່ານມາ.
ສຳລັບ 300 ປະຕູໃນເວທີ ບຸນເດສລີກາ ຂອງ ເລວານດອບສະກີ ມາຈາກການລົງຫລິ້ນ 369 ເກມ ໂດຍແບ່ງເປັນຕອນຫລິ້ນໃຫ້ກັບ ໂບຣຸສເຊຍ ດອດມຸນ 74 ປະຕູ ແລະ ບາເຢິນ ມິວນິກ 226 ປະຕູ (ຈາກ 238 ນັດ).
ນອກຈາກນີ້ ດາວຍິງທີມຊາດໂປແລນອາຍຸ 33 ປີ ຍັງເປັນນັກເຕະຄົນທີ 2 ໃນປະຫວັດສາດ ບຸນເດສລີກາ ທີ່ຍິງເຖິງຫລັກ 300 ໜ່ວຍ ຕໍ່ຈາກ ແກດ ມຸລເລີ ສຸດຍອດຕຳນານາກອງຫນ້າຜູ້ລ່ວງລັບທີ່ຍິງໄປ 365 ປະຕູ (ຈາກ 427 ເກມ).
ສຳລັບລະດູການນີ້ ເລວານດອບສະກີ ຍິງໄປແລ້ວເຖິງ 31 ປະຕູ ຈາກການລົງຫລິ້ນໃຫ້ ບາເຢິນ ລວມທຸກລາຍການ 26 ນັດ.

