ເກີດເຫດເສົ້າ! ອາຟຣິກາ ຄັຟ ອັອຟ ນາຊັ່ນ ແຟນບານຍາດກັນເຂົ້າຊົມບານເຕະຈົນເຮັດໃຫ້ມີຜູ້ເສຍຊີວິດ ຢ່າງໜ້ອຍ 6 ຄົນ.
ການແຂ່ງຂັນບານເຕະ ອາຟຣິກາ ຮອບ 16 ທີມສຸດທ້າຍລະຫວ່າງ ແຄມເມີຣູນ ກັບ ຄໍໂມໂຣສ ເກີດເຫດສະລົດໃຈຂຶ້ນຢູ່ນອກສະໜາມກິລາ ເມື່ອມີແຟນບານເຕະຈຳນວນຫລາຍຍາດກັນເຂົ້າຊົມເກມ, ຈົນເຮັດໃຫ້ມີຄົນເສຍຊີວິດແລ້ວ 6 ຄົນ ແລະ ໄດ້ຮັບບາດເຈັບອີກຢ່າງໜ້ອຍ 40 ຄົນ. ການແຂ່ງຂັນດັ່ງກ່າວໄດ້ຖືກຈໍາກັດຈຳນວນຜູ້ຊົມພຽງ 80% ຂອງຈຳນວນຄວາມຈຸ…










