ເອເວີຕັນ ປະກາດປົດ ຣາຟາເອວ ບານິເຕສ ອອກຈາກຕຳແໜ່ງຜູ້ຈັດການທີມແລ້ວ.

ຄະນະບໍລິຫານງານ ເອຟເວີຕັນ ໄດ້ປົດ ຣາຟາ ເບນິເຕຊ ອອກຈາກຕຳແໜ່ງ ຫົວໜ້າຄູຝຶກເອເວີຕັນແລ້ວ ຫລັງຈາກທີ່ຮັບໜ້າທີ່ພຽງແຕ່ 6 ເດືອນ ຄຸມທີມລົງສະໜາມ 19 ນັດ, ດ້ວຍຮູບຟອມທີ່ບໍ່ດີ ແລະ ນັດລ່າສຸດບຸກໄປພ່າຍແພ້ຕໍ່ ນໍຣີດ ຊິຕີ້ ລົງໄປຢູ່ອັນດັບທີ 16 ຂອງຕາຕະລາງ. ຄາດກັນ​ວ່າ​ໄດ້​ມີ​ການ​ສົນທະນາ​ກັນ​ກ່ຽວ​ກັບ​ເລື່ອງ​ນີ້ ແລະ ຍັງໄດ້ແນ່ເປົ້າໃສ່ຄົນທີ່ເຂົ້າມາເຮັດໜ້າທີ່ຫຼັງຈາກຄູຝຶກຊາວສະເປນຄົນນີ້ແລ້ວ ແມ່ນອະດີດລູກທີມຄື ເວນ ຣູນີ່ ເຂົ້າຮັບຕຳແໜ່ງແທນ.