ສະຕີເວັນ ເຈີຣາດ ໄດ້ກ່າວຊົມເຊີຍ ຟິລິເປ້ ກູຕິນໂຍ່ ຫລັງຈາກກອງກາງຕົວໃຫມ່ຊ່ວຍໃຫ້ ແອດຕັນ ວີນລ່າ ກັບມາໃນເກມພົບກັບ ແມນຢູ ໃນຄືນວັນເສົາທີ່ຜ່ານມາ.

ເຈີຣາດ ເຊື່ອວ່າ ແອດຕັນ ວີນລ່າ ສາມາດດຶງເອົາຄວາມມະຫັດສະຈັນຂອງ ກູຕິນໂຍ່ ອອກມາອີກຄັ້ງ, ຫລັງຈາກທີ່ນັກເຕະຊາວບຣາຊິນຄົນນີ້ສ້າງຜົນງານໄດ້ຢ່າງສວຍງາມ ໂດຍຊ່ວຍສ້າງໂອກາດຍິງໄດ້ 1 ປະຕູ ແລະ ໄລ່ຕີສະເໝີໃຫ້ທີມພາຍໃນ 14 ນາທີ ໄດ້ຮັບໂອກາດລົງສະໜາມໃນເຄິ່ງເວລາທີ່ສອງ.
ເຈີຣາດ ກວ່າວ່າ “ມັນເປັນສິ່ງທີ່ປະເສີດຫລາຍ ລາວມີສ່ວນຮ່ວມໃນທັງສອງປະຕູ ແລະ ມີຫລາຍຊ່ວງເວລາທີ່ລາວສາມາດໃຫ້ໃນສິ່ງທີ່ຂ້ອຍຕ້ອງການ”.

