ພັນທະມິດນັກຮົບຊາດພັນມຽນມາ ຂະຫຍາຍເວລາຢຸດຍິງຢູ່ລັດສານຮອດທ້າຍເດືອນກໍລະກົດນີ້

ທ່າມກາງແຮງກົດດັນຢ່າງໜັກຈາກຈີນ ກອງກໍາລັງນັກຮົບຊາດພັນ 3 ກຸ່ມຢູ່ມຽນມາ ປະກາດຕໍ່ເວລາຢຸດຍິງໃນລັດສານ ອອກໄປຈົນຮອດວັນທີ 31 ກໍລະກົດນີ້.
ວັນທີ 21 ກໍລະກົດ, ສໍານັກຂ່າວຕ່າງປະເທດລາຍງານວ່າ: ພັນທະມິດພາລາດອນພາບ ທີ່ເປັນການລວມຕົວລະຫວ່າງ ກອງທັບປົດປ່ອຍແຫ່ງຊາດທ່າອ່າງ (TNLA), ກອງທັບປະຊາທິປະໄຕແຫ່ງຊາດມຽນມາ (NNDAA) ແລະ ກອງທັບອາຣະກັນ (AA) ເພື່ອຕໍ່ສູ້ກັບກອງທັບມຽນມາ ປະກາດຂະຫຍາຍໄລຍະເວລາຢຸດຍິງຢູ່ລັດສານ ທີ່ຢູ່ທາງເໜືອຂອງມຽນມາ ຈາກລະຫວ່າງວັນທີ 14-18 ກໍລະກົດ ໃຫ້ມີຜົນຈົນຮອດວັນທີ 31 ກໍລະກົດ.
ເຖິງຢ່າງໃດກໍຕາມ, ຖ້າໃນລະຫວ່າງນີ້ມີປະຕິບັດການທາງທະຫານໃນພື້ນທີ່ໂດຍກອງທັບມຽນມາ, ກອງກໍາລັງຊາດພັນທັງສາມກຸ່ມຢືນຢັນວ່າ: “ພ້ອມຕອບໂຕ້ຢ່າງທັນທີ”. ແຫລ່ງຂ່າວໃນ TNLA ຍອມຮັບວ່າ: ກອງກໍາລັງອາຣະກັນບໍ່ເຫັນພ້ອມຕໍ່ການຢຸດຍິງຄັ້ງນີ້ແຕ່ທໍາອິດ ເຊິ່ງຈີນມີຊາຍແດນບາງສ່ວນທາງໃຕ້ຕິດກັບມຽນມາ “ກົດດັນຢ່າງໜັກ” ໃຫ້ກອງກໍາລັງຊາດພັນທັງສາມກຸ່ມຢຸດຍິງໂດຍໄວທີ່ສຸດ.
ເຖິງວ່າມີການຂະຫຍາຍໄລຍະເວລາການຢຸດຍິງ, ແຕ່ເງື່ອນໄຂດັ່ງກ່າວຍັງບໍ່ລວມພາກພື້ນມັນທະເລ ທາງຕອນກາງຂອງປະເທດ ເຊິ່ງຢູ່ໃກ້ຄຽງກັນ ແລະ ມີການສູ້ຮົບຮຸນແຮງລະຫວ່າງກອງທັບມຽນມາກັບນັກຮົບພັນທະມິດພາລາດອນຢ່າງຕໍ່ເນື່ອງ.
ຈີນເຊິ່ງມີມົນທົນຢຸນໜານ ທີ່ມີຊາຍແດນບາງສ່ວນທາງຕອນໃຕ້ຕິດກັບລັດສານ ເຮັດໜ້າທີ່ຄົນກາງເຈລະຈາໃຫ້ກອງທັບມຽນມາກັບພັນທະມິດພາລາດອນພາບ ບັນລຸຂໍ້ຕົກລົງຢຸດຍິງຮ່ວມກັນໄດ້ແລ້ວຄັ້ງໜຶ່ງ ໃນເດືອນມັງກອນຜ່ານມາ, ແຕ່ TNLA ເປີດສາກປະຕິບັດການໂຈມຕີພື້ນທີ່ບາງແຫ່ງໃນລັດສານ ແລະ ພາກພື້ນມັນທະເລ ໃນທ້າຍເດືອນມິຖຸນາຜ່ານມາ ດ້ວຍເຫດຜົນວ່າ: ກອງທັບມຽນມາເປັນຝ່າຍລະເມີດຂໍ້ຕົກລົງຢຸດຂອງຈີນກ່ອນ ຈາກການຍັງໂຈມຕີທາງອາກາດໃນພື້ນທີ່, ສ່ວນລັດຖະບານທະຫານມຽນມາຍັງບໍ່ມີຄວາມເຫັນຢ່າງເປັນທາງການ ກ່ຽວກັບການປະກາດຢຸດຍິງຄັ້ງນີ້.

