ຄອສຕາ ເລີກສັນຍາກັບທີມໃນບຣາຊິລແລ້ວ, ກຽມຫວນກັບອັງກິດ

ດີເອໂກ້ ຄອສຕາຫນ້າປະສົບການຫລາຍ ເຜີຍວ່າຕັດສິນໃຈຍົກເລີກສັນຍາກັບແອັດເລຕີໂກ ມິເນໂຣ ສະໂມສອນໃນລີກສູງສຸດຂອງປະເທດບຣາຊິລ ດ້ວຍຄວາມຍິນຍອມຮ່ວມກັນເປັນທີ່ຮຽບຮ້ອຍແລ້ວ.

ຫລັງຈາກຕົກລົງຍົກເລີກສັນຍາກັບ ແອດລາຕີໂກ ມາດຣິດ ໄປເມື່ອຊ່ວງເດືອນທັນວາປີ 2020 ຈົນກາຍເປັນນັກເຕະບໍ່ສັງກັດ ຄອສຕາ ກໍມາຢູ່ກັບ ມິເນໂຣ ແບບໍ່ມີຄ່າຕົວໃນໄລຍະເດືອນສິງຫາທີ່ຜ່ານມາ ໂດຍມີການເຊັນສັນຍາກັນຈົນເຖິງເດືອນທັນວາປີຫນ້າ.

ທັງນີ້ ຄອສຕ  ຍິງໄດ້ 5 ປະຕູໃນ 19 ນັດໃນທຸກລາຍການ ພ້ອມກັບມີສ່ວນຊ່ວຍໃຫ້ທີມໄດ້ທັງແຊ໊ມລີກ ແລະ ແຊ໊ມ ໂຄາ ໂດ ບຣາຊິລ ປະຈຳປີ 2021 ມາຄອງ ແນວໃດກໍ ຕາມ ໃນບໍ່ເທົ່າໃດມື້ທີ່ຜ່ານ ມາມີຂ່າວລືວ່າລາວກໍາລັງເຈລະຈາກັບຫລາຍສະໂມສອນ. ແລະໜຶ່ງໃນນັ້ນກໍຄື ອາເຊນອລ ທີມດັງຂອງ ພຣີເມຍລີກ ອັງກິດ ຈົນຫຼ້າສຸດນັກເຕະອາຍຸ 33 ປີ ກໍບອກເອງວ່າໄດ້ແຍກທາງກັບ ມິເນໂຣ ຮຽບຮ້ອຍແລ້ວ.

ຄອສຕາ ກ່າວວ່າ: “ມື້ນີ້ຂ້ອຍໄດ້ບອກລາກັບ ອັດເລຕີໂກ ຢ່າງເປັນທາງການແລ້ວ, ຂ້ອຍຂໍຂອບໃຈທ່ານ ມາສຊ່າ ອັດເລຕີການາ (ກຸ່ມແຟນບານ ມິເນໂຣ) ສໍາລັບທຸກກຳລັງໃຈ ແລະ ຄວາມຮັກທີ່ມີໃຫ້ຂ້ອຍ ຕັ້ງແຕ່ມື້ທຳອິດຈົນມື້ສຸດທ້າຍ ຂ້ອຍຂໍຂອບໃຈພວກເຈົ້າທີ່ເປັນສ່ວນຫນຶ່ງໃນຄວາມຝັນຂອງຂ້ອຍ ຈາກການທີ່ຂ້ອຍໄຝ່ຝັນມາຕັ້ງແຕ່ຕອນທີ່ຍັງເປັນເດັກວ່າຢາກຈະຫລິນບານບຣາຊິລ ແລະ ໄດ້ແຊ໊ມມາຄອງ ”

“ຂ້າ​ພະ​ເຈົ້າ​ຂໍ​ຂອບ​ໃຈ​ພະ​ນັກ​ງານ​ວິ​ຊາ​ການ, ພະ​ນັກ​ງານ​ແພດ, ພະ​ນັກ​ງານ​ຕ່າງໆ ແລະ​ ໂດຍ​ສະ​ເພາະຢ່ງາຍິ່ງ​ແມ່ນ​ເພື່ອນ​ຮ່ວມ​ທີມ​ຂອງ​ຂ້ອຍທີ່​ຊ່ວຍ​ໃນ​ແຕ່​ລະ​ມື້. ພວກເຂົາເຮັດທຸກຢ່າງເພື່ອເຮັດໃຫ້ຂ້ອຍຮູ້ສຶກຜ່ອນຄາຍ. ດຽວນີ້ຂ້ອຍຍັງຮູ້ສຶກເປັນໜີ້ບຸນຄຸນທຸກຄົນຂອງ ອັດເລຕິ ຢູ່ ຂ້ອຍຂໍຂອບໃຈທຸກຄົນ ແລະ ຂໍໃຫ້ພວກເຈົ້າປະສົບຜົນສຳເລັດໃນທຸກໆດ້ານ !!!”