ມາຊີຢາລ ໂພສໄອຈີ ລາວບໍ່ເຄີຍປະຕິເສດທີ່ຈະຫຼິ້ນໃຫ້ ແມນເຊສເຕີ ຢູໄນເຕັດ

ແມນເຊສເຕີ ຢູໄນເຕັດ ບໍ່ມີສອງຕົວບຸກທີ່ສຳຄັນທີ່ສຸດຄື ຄຣິສຕຽນໂນ ໂຣນັລໂດ ແລະ ອອງໂຕນີ ມາຊີຢາລ ໃນເກມທີ່ບຸກໄປຢາມທີ່ບ້ານ ແອສຕັນ ວິລລາ ໃນຄືນວັນເສົານີ້. ກ່ອນທີ່ເກມຈະຈົບລົງດ້ວຍການສະເໝີກັນ 2-2.
ຫຼັງຈາກເກມ, ຣາຟ ຣັງນິກ ໄດ້ອອກມາຕອບຄໍາຖາມສື່ມວນຊົນ ເຖິງການຫາຍຕົວໄປຂອງ ມາຊີຢາລ ວ່າ ເປັນເພາະກອງຫນ້າອາຍຸ 26 ປີຈາກຝຣັ່ງປະຕິເສດທີ່ຈະຮ່ວມທີມງານເພື່ອໄປຢ້ຽມຢາມ ວິລລາ ທ່າມກາງຂ່າວລືວ່າເຂົາກຳລັງກຽມເຄື່ອງຂອງເພື່ອຍ້າຍອອກຈາກທີມໃນເດືອນມັງກອນນີ້.
ແຕ່ຫຼ້າສຸດ ມາຊິຢາລ ໄດ້ອອກມາໂຕ້ຕອບຂ່າວດັ່ງກ່າວທັນທີຜ່ານ ໄອຈີ ສ່ວນຕົວຂອງລາວ ແລະ ຢືນຢັນວ່າລາວບໍ່ໄດ້ຄິດທີ່ຈະດູຖູກສະໂມສອນແມ້ແຕ່ຄັ້ງດຽວ
“ຂ້ອຍຈະບໍ່ມີວັນປະຕິເສດການຫຼິ້ນໃຫ້ກັບ ແມນເຊສເຕີ ຢູໄນເຕັດ, ຂ້ອຍຢູ່ນີ້ມາໄດ້ 7 ປີແລ້ວ, ຂ້ອຍບໍ່ເຄີຍດູຖູກ ແລະ ຈະບໍ່ດູຖູກສະໂມສອນ. ລວມທັງແຟນບານຢ່າງແນ່ນອນ,” ມາຊີຢາລ ໂພດຜ່ານສື່ສັງຄົມ.
ມາຊີຢາລ ຕົເປັນຂ່າວລືຢ່າງໜັກ. ກ່ຽວກັບການຍ້າຍອອກຈາກຖິ່ນ ໂອນແທຣຟຟອດໃນໄລຍະເດືອນມັງກອນ ສໍາລັບໂອກາດໄດ້ລົງສະຫນາມຫລາຍຂຶ້ນ ແລະເພື່ອເພີ່ມໂອກາດໃນການຕິດທີມຊາດຝຣັ່ງສໍາລັບເຕະບານໂລກ 2022.

