ທ່ານ ທຣໍາ ປະກາດພາສີອາກອນ 14 ປະເທດ ມີຜົນ 1 ສິງຫາ ລາວຖືກ 40%

          ປະທານາທິບໍດີ ໂດນັລ ທຣໍາ ຜູ້ນໍາອາເມລິກາ ປະກາດໃນວັນທີ 7 ກໍລະກົດວ່າ: ປະເທດຕ່າງໆຢ່າງໜ້ອຍ 14 ປະເທດຈະຖືກເກັບພາສີອາກອນນັບແຕ່ວັນທີ 1 ສິງຫາ ໂດຍຈະມີບາງປະເທດຖືກເກັບພາສີໃນອັດຕາສູງຂຶ້ນ. ສໍາລັບປະເທດລາວຈະຖືກເກັບພາສີໃນອັດຕາ 40% ຫລຸດລົງຈາກລະດັບ 48% ທີ່ປະທານາທິບໍດີ ທຣໍາ ໄດ້ປະກາດໄວ້ໃນວັນທີ 2 ເມສາ.

          ປະທານາທິບໍດີ ທຣໍາ ໄດ້ໂພສຂໍ້ຄວາມໃນທຣູບ ໂຊຊຽວ ວັນທີ 7 ກໍລະກົດ ໂດຍທ່ານໄດ້ແຊຣຮູບຈົດໝາຍເຊິ່ງລະບຸເຖິງອັດຕາພາສີນໍາເຂົ້າໃໝ່ທີ່ສົ່ງເຖິງຜູ້ນໍາຂອງຍີ່ປຸ່ນ, ສ.ເກົາຫລີ, ມາເລເຊຍ, ກາຊັກສະຖານ, ອາຟຣິກາໃຕ້, ລາວ ແລະ ມຽນມາ ຕໍ່ມາໃນວັນດຽວກັນ ທ່ານໄດ້ແຊຣຮູບຈົດໝາຍອີກ 7 ສະບັບທີ່ສົ່ງເຖິງຜູ້ນໍາຂອງປະເທດໄທ, ບອສເນຍ ແລະ ເຮີເຊໂກວີນາ, ຕູນີເຊຍ, ອິນໂດເນເຊຍ, ບັງກະລາເທດ, ເຊີເບຍ ແລະ ກໍາປູເຈຍ.

         ທັງນີ້, ຈົດໝາຍທີ່ປະທານາທິບໍດີ ທຣໍາ ໂພສລະບຸວ່າ: ສິນຄ້າຈາກຍີ່ປຸ່ນ, ສ.ເກົາຫລີ, ມາເລເຊຍ, ກາຊັກສະຖານ ແລະ ຕູນິເຊຍ ທີ່ນໍາເຂົ້າສູ່ອາເມລິກາ ຈະຕ້ອງຖືກເກັບພາສີໃນອັດຕາ 25%. ຂະນະທີ່ສິນຄ້າຈາກອາຟຣິກາໃຕ້ ແລະ ບອສເນຍຈະຖືກເກັບພາສີນໍາເຂົ້າ 30% ແລະ ສິນຄ້ານໍາເຂົ້າຈາກອິນໂດເນເຊຍຈະຖືກເກັບພາສີ 32%.

         ນອກຈາກນີ້, ຈົດໝາຍຂອງປະທານາທິບໍດີ ທຣໍາ ລະບຸວ່າ: ບັງກະລາເທດ ແລະ ເຊີເບຍຈະຖືກເກັບພາສີ 35%. ຂະນະທີ່ ກໍາປູເຈຍ ແລະ ໄທ ຈະຖືກເກັບພາສີ 36%, ສ່ວນລາວ ແລະ ມຽນມາຈະຖືກເກັບພາສີ 40%.

        ເນື້ອໃນຈົດໝາຍດັ່ງກ່າວລະບຸວ່າ: ອັດຕາພາສີໃໝ່ນີ້ມີຄວາມຈໍາເປັນເພື່ອແກ້ໄຂການຂາດດຸນການຄ້າລະຫວ່າງອາເມລິກາກັບ 14 ປະເທດ. ຂະນະດຽວກັນຈົດໝາຍທີ່ປະທານາທິບໍດີ ທຣໍາ ລົງນາມຍັງລະບຸອີກວ່າ: ອາເມລິກາ “ອາດຈະ” ພິຈາລະນາປັບລະດັບພາສີໃໝ່ “ໂດຍຂຶ້ນຢູ່ກັບການພົວພັນຂອງເຮົາກັບປະເທດຂອງທ່ານ”.

         ຈົດໝາຍເຫລົ່ານີ້ເປັນຈົດໝາຍຊຸດທໍາອິດທີ່ຖືກສົ່ງໃຫ້ປະເທດຕ່າງໆກ່ອນວັນທີ 9 ກໍລະກົດ ເຊິ່ງເປັນວັນຄົບກໍານົດທີ່ພາສີຕອບໂຕ້ (Reciprocal Tariffs) ຂອງປະທານາທິບໍດີ ທຣໍາ ຈະຖືກປັບເພີ່ມຂຶ້ນຕາມທີ່ທ່ານປະກາດໄວ້ໃນວັນທີ 2 ເມສາ.

          ທ່ານ ແຄໂຣໄລ ເລວິດ ໂຄສົກທໍານຽບຂາວ ກ່າວວ່າ: ຈະມີຈົດໝາຍສົ່ງອອກໄປອີກໃນມໍ່ໆນີ້. ພ້ອມກ່າວວ່າ: ປະທານາທິບໍດີ ທຣໍາ ຈະລົງນາມໃນຄໍາສັ່ງພິເສດເພື່ອເລື່ອນກໍານົດເສັ້ນຕາຍວັນທີ 9 ກໍລະກົດ ອອກໄປເປັນວັນທີ 1 ສິງຫາ.

          *ສໍາລັບຕາຕະລາງພາສີໃໝ່ທີ່ປະກາດໃນວັນທີ 7 ກໍລະກົດ ທຽບໃສ່ອັດຕາພາສີທີ່ປະກາດໃນວັນທີ 2 ເມສາມີດັ່ງນີ້:

  • ໄທ 36% ບໍ່ປ່ຽນແປງ
  • ລາວ 40% ຫລຸດລົງຈາກລະດັບ 48%
  • ມຽນມາ 40% ຫລຸດລົງຈາກລະດັບ 44%
  • ກໍາປູເຈຍ 36% ຫລຸດລົງຈາກລະດັບ 49%
  • ບັງກະລາເທດ 35% ຫລຸດລົງຈາກລະດັບ 37%
  • ເຊີເບຍ 35% ຫລຸດລົງຈາກລະດັບ 37%
  • ອິນໂດເນເຊຍ 32% ບໍ່ປ່ຽນແປງ
  • ບອດເນຍ ແລະ ເຮີເຊໂກວີນາ 30% ຫລຸດລົງຈາກລະດັບ 35%
  • ອາຟຣິກາໃຕ້ 30% ບໍ່ປ່ຽນແປງ
  • ຍີ່ປຸ່ນ 25% ເພີ່ມຂຶ້ນຈາກລະດັບ 24%
  • ກາຊັກສະຖານ 25% ເພີ່ມຂຶ້ນຈາກລະດັບ 27%
  • ມາເລເຊຍ 25% ເພີ່ມຂຶ້ນຈາກລະດັບ 24%
  • ສ.ເກົາຫລີ 25% ບໍ່ປ່ຽນແປງ
  • ຕູນິເຊຍ 25% ຫລຸດລົງຈາກລະດັບ 28%