ທ່ານ ທຣໍາ ຂູ່ເກັບພາສີເພີ່ມ 10% ຈາກປະເທດທີ່ເຂົ້າຮ່ວມກຸ່ມ BRICS ຊີ້ຕໍ່ຕ້ານນະໂຍບາຍອາເມລິກາ

ທ່ານ ໂດນັລ ທຣໍາ ປະທານາທິບໍດີອາເມລິກາ ປະກາດເກັບພາສີນໍາເຂົ້າເພີ່ມອີກ 10% ຈາກປະເທດໃດກໍຕາມທີ່ເລືອກເຂົ້າຮ່ວມກັບກຸ່ມປະເທດ BRICS ທີ່ທ່ານເບິ່ງວ່າມີນະໂຍບາຍ “ຕໍ່ຕ້ານອາເມລິກາ” ທ່າມກາງກອງປະຊຸມສຸດຍອດຜູ້ນໍາ BRICS ທີ່ເລີ່ມຂຶ້ນຢູ່ນະຄອນຫລວງຣິໂອເດຈາເນໂຣ ປະເທດເບຣຊິນ ໃນວັນທີ 6 ກໍລະກົດ.
ໂດຍທ່ານ ທຣໍາ ໂພສຜ່ານ Truth Social ພ້ອມລະບຸວ່າ: “ປະເທດໃດກໍຕາມທີ່ສອດຄ່ອງກັບນະໂຍບາຍຕໍ່ຕ້ານອາເມລິກາຂອງ BRICS ຈະຖືກເກັບພາສີນໍາເຂົ້າເພີ່ມອີກ 10% ໂດຍບໍ່ມີຂໍ້ຍົກເວັ້ນໃດໆ”.
ທ່ານ ລູອີຊ ອິນາຊິໂອ ລູລາ ດາ ຊິລວາ ປະທານາທິບໍດີເບຣຊິນ ກ່າວເປີດກອງປະຊຸມ BRICS ວ່າ: “BRICS ຄືທາຍາດຂອງຂະບວນການບໍ່ຝັກໄຝ່ຝ່າຍໃດ”. ພ້ອມຊີ້ວ່າ: ໃນຍຸກທີ່ພະຫຸພາຄີນິຍົມ (nultilateralism) ຖືກໂຈມຕີ ການຮັກສາອະທິປະໄຕຂອງປະເທດກໍາລັງຖືກທ້າທາຍອີກ.
ຂະນະທີ່ ໃນຖະແຫລງການຮ່ວມຂອງຜູ້ນໍາ BRICS ທີ່ອອກມາໃນຕອນບ່າຍວັນທີ 6 ກໍລະກົດນີ້ ຜູ້ນໍາສະແດງຄວາມກັງວົນວ່າການເພີ່ມພາສີໃນເວທີການຄ້າຈະສົ່ງຜົນເສຍຕໍ່ເສດຖະກິດໂລກ ໂດຍຖືເປັນການວິພາກທ່ານ ທຣໍາ.
ອ້າງອີງ:

