ນໍ້າຖ້ວມກະທັນຫັນໃນລັດເທັກຊັສ ມີຜູ້ເສຍຊີວິດ 24 ຄົນ

ຝົນຕົກໜັກໃນລັດເທັກຊັສໃນວັນທີ 5 ກໍລະກົດ ເຮັດໃຫ້ແມ່ນໍ້າກົວດາລູບລົ້ນຕາຝັ່ງຈົນເກີດນໍ້າຖ້ວມກະທັນຫັນ ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 24 ຄົນ. ຂະນະດຽວກັນ ທີມກູ້ໄພຍັງເລັ່ງຄົ້ນຫາ ແລະ ຊ່ວຍເຫລືອຜູ້ຕົກຄ້າງຢູ່ພາຍໃນພື້ນທີ່ນໍ້າຖ້ວມ ແລະ ຜູ້ສູນຫາຍອີກຈໍານວນໜຶ່ງ.
ເຈົ້າໜ້າທີ່ເປີດເຜີຍວ່າ: ໃນບັນດາຜູ້ທີ່ຍັງຮູ້ຊະຕາກໍາ ມີເດັກນ້ອຍປະມານ 23-25 ຄົນຈາກຄ້າຍລະດູຮ້ອນຄຣິສຕຽນສໍາລັບເດັກຍິງລ້ວນ ເຊິ່ງຕັ້ງຢູ່ແຄມແມ່ນໍ້າກົວດາລູບທີ່ມີລະດັບນໍ້າເພີ່ມສູງຂຶ້ນຢ່າງວ່ອງໄວ.
ກົມອຸຕຸນິຍົມວິທະຍາແຫ່ງຊາດຂອງອາເມລິກາ ໄດ້ປະກາດສະຖານະການສຸກເສີນຈາກນໍ້າຖ້ວມກະທັນຫັນໃນພື້ນທີ່ບາງສ່ວນຂອງເຂດເຄີ ເຊິ່ງຕັ້ງຢູ່ໃນເຂດເທັກຊັສຮິວຄັນທຣີພາກໃຕ້ເຖິງພາກກາງ ແລະ ຢູ່ຫ່າງຈາກເມືອງຊານອັນໂຕນິໂອໄປທາງຕາເວັນຕົກສຽງເໜືອປະມານ 105 ກິໂລແມັດ ຫລັງຈາກເກີດພາຍຸຝົນຟ້າຄະນອງທີ່ເຮັດໃຫ້ຝົນຕົກໜັກເຖິງລະດັບ 1 ຟຸດ.
ເຈົ້າຄອງລັດເທັກຊັສໃຫ້ສໍາພາດໃນຕອນຄໍ່າວັນທີ 4 ກໍລະກົດ ເຊິ່ງເປັນເວລາປະມານ 18 ຊົ່ວໂມງຫລັງເກີດເຫດວ່າ: ປະຕິບັດການຄົ້ນຫາ ແລະ ກູ້ໄພຈະດໍາເນີນຕໍ່ເນື່ອງໝົດຄືນ ແລະ ເຂົ້າສູ່ວັນທີ 5 ກໍລະກົດ ໂດຍທ່ານຢືນຢັນວ່າລັດຈະທຸ້ມເຖຊັບພະຍາກອນແບບບໍ່ຈໍາກັດເພື່ອໃຫ້ການຊ່ວຍເຫລືອຜູ້ປະສົບໄພຢ່າງເຕັມສ່່ວນ.
ຂະນະດຽວກັນ, ປະທານາທິບໍດີ ໂດນັລ ທຣໍາ ເຊິ່ງຢູ່ລະຫວ່າງການເດີນທາງດ້ວຍເຮືອບິນແອຟໍວັນ ໄດ້ກ່າວເຖິງເຫດການດັ່ງກ່າວເມື່ອຖືກນັກຂ່າວຖາມເຖິງການຊ່ວຍເຫລືອຈາກລັດຖະບານສູນກາງ ໂດຍລະບຸວ່າ: ອາເມລິກາຈະໃຫ້ການຊ່ວຍເຫລືອ ແລະ ເບິ່ງແຍງຜູ້ປະສົບໄພຈາກເຫດການນີ້.

