TikTok ກຽມເປີດຕົວແອັບເວີຊັນໃໝ່ໃນອາເມລິກາ 5 ກັນຍານີ້ ກ່ອນຂາຍກິດຈະການໃຫ້ກຸ່ມທຶນໃຫຍ່

ຕິກຕ໊ອກ (TikTok) ແອັບວິດີໂອສັ້ນຍອມນິຍົມຂອງບໍລິສັດໄບແດນ (ByteDance) ກໍາລັງຢູ່ລະຫວ່າງການພັດທະນາແອັບເວີຊັນໃໝ່ສໍາລັບຜູ້ນໍາໃຊ້ໃນອາເມລິກາ ໂດຍຄາດວ່າຈະເປີດໃຫ້ດາວໂຫລດໃນວັນທີ 5 ກັນຍານີ້. ຂະນະທີ່ທາງການອາເມລິກາກໍາລັງເລັ່ງຂະບວນການຂາຍກິດຈະການຕິກຕ໊ອກໃຫ້ກຸ່ມນັກລົງທຶນລາຍໃຫຍ່.
ລາຍງານລະບຸວ່າ: ຜູ້ນໍາໃຊ້ຕິກຕ໊ອກໃນອາເມລິກາຈະຕ້ອງດາວໂຫລດແອັບໃໝ່ເພື່ອນໍາໃຊ້ຕໍ່ໃນອະນາຄົດ ເຖິງວ່າແອັບເວີຊັນເກົ່າຈະຍັງນໍາໃຊ້ໄດ້ຈົນຮອດເດືອນມີນາປີໜ້າ, ແຕ່ອາດມີການປ່ຽນແປງຕາມສະຖານະການ.
ກ່ອນໜ້ານີ້, ທ່ານ ທຣໍາ ໄດ້ຂະຫຍາຍເສັ້ນຕາຍໃຫ້ໄບແດນ ບໍລິສັດແມ່ຂອງຕິກຕ໊ອກທີ່ມີຖານໃນຈີນ ດໍາເນີນການຂາຍສິນຊັບໃນອາເມລິກາອອກໄປເປັນວັນທີ 17 ກັນຍາ.
ທັງນີ້, ແຜນການຂາຍຕິກຕ໊ອກໃຫ້ບໍລິສັດໃໝ່ທີ່ມີຖານໃນອາເມລິກາ ແລະ ຖືຫຸ້ນສ່ວນໃຫຍ່ໂດຍນັກລົງທຶນອາເມລິກາເຄີຍຖືກຍົກຂຶ້ນມາເມື່ອຕົ້ນປີ, ແຕ່ແຜນການດັ່ງກ່າວຖືກເລື່ອນອອກໄປຫລັງຈີນສົ່ງສັນຍານບໍ່ອະນຸມັດຂໍ້ຕົກລົງດັ່ງກ່າວ ພາຍຫລັງທ່ານ ທຣໍາ ປະກາດຈະເກັບພາສີສິນຄ້າຈີນໃນອັດຕາສູງ.

