ລັດເທັກຊັສນໍ້າຖ້ວມໃຫຍ່ ມີຜູ້ເສຍຊີວິດແລ້ວຢ່າງໜ້ອຍ 109 ຄົນ ສູນຫາຍອີກນັບຮ້ອຍ

ຈໍານວນຜູ້ເສຍຊີວິດຈາກນໍ້າຖ້ວມໃຫຍ່ໃນລັດເທັກຊັສ ສະຫະລັດອາເມລິກາ ເພີ່ມສູງຂຶ້ນຢ່າງຕໍ່ເນື່ອງ ປັດຈຸບັນມີຜູ້ເສຍຊີວິດແລ້ວຢ່າງໜ້ອຍ 109 ຄົນ, ສູນຫາຍອີກຢ່າງໜ້ອຍ 180 ຄົນ ໂດຍທ່ານ ເກຣັກ ແອບບອດ ເຈົ້າຄອງລັດເທັກຊັສ ກ່າວວ່າ: ເມືອງເຄີວິລເປັນໜຶ່ງໃນເມືອງທີ່ໄດ້ປະສົບໄພພິບັດຮຸນແຮງທີ່ສຸດໃນລັດເທັກຊັສ ຫລັງຈາກຝົນຕົກໜັກຢ່າງຕໍ່ເນື່ອງ, ພ້ອມໃຫ້ຄໍາໝັ້ນວ່າທີມກູ້ໄພຈະບໍ່ຢຸດປະຕິບັດໜ້າທີ່ຈົນກວ່າຈະພົບຜູ້ສູນຫາຍທຸກຄົນ ເຖິງວ່າຄວາມຫວັງຈະພົບຜູ້ລອດຊີວິດຫລຸດໜ້ອຍລົງເລື້ອຍໆ.
ໜ່ວຍກູ້ໄພຈາກຫລາຍໜ່ວຍງານກໍາລັງເຮັດວຽກຮ່ວມກັນ ເພື່ອຊ່ວຍເຫລືອປະຊາຊົນທີ່ໄດ້ຮັບຄວາມເດືອດຮ້ອນ ໂດຍທໍານຽບຂາວເປີດເຜີຍວ່າ: ທ່ານ ໂດນັລ ທຣໍາ ປະທານາທິບໍດີອາເມລິກາ ມີແຜນຈະເດີນທາງຢ້ຽມຢາມເຂດປະສົບໄພນໍ້າຖ້ວມໃນວັນທີ 11 ກໍລະກົດນີ້.
ເຖິງຢ່າງໃດກໍຕາມ, ຜ່ານມາທ່ານ ທຣໍາ ໄດ້ສະແດງຈຸດຢືນເລື້ອຍໆວ່າ: ທ່ານມີຄວາມຕັ້ງໃຈຈະຍຸບສໍານັກງານບໍລິຫານແກ້ໄຂເຫດສຸກເສີນແຫ່ງຊາດ (FEMA) ເຊິ່ງເປັນໜ່ວຍງານທີ່ປະສານງານການຕອບສະໜອງຂອງລັດຖະບານກາງຕໍ່ໄພພິບັດທາງທໍາມະຊາດ. ທ່ານ ທຣໍາ ເບິ່ງວ່າ: ໜ່ວຍງານນີ້ບໍ່ມີປະສິດທິພາບ ແລະ ເຮັດວຽກຜິດພາດ ໂດຍມີການປ່ຽນແປງຕໍາແໜ່ງຮັກສາການຫົວໜ້າອົງກອນ FEMA ມາແລ້ວເຖິງ 3 ຄົນ ນັບແຕ່ທ່ານ ທຣໍາ ກັບມາບໍລິຫານປະເທດໃນຖານະຜູ້ນໍາລັດຖະບານອາເມລິກາສະໄໝທີສອງ.
ອ້າງອີງ:
- https://www.bbc.com/news/articles/cql04vz0q45o
- https://www.reuters.com/sustainability/climate-energy/texas-floods-death-toll-creeps-up-search-rescue-continues-2025-07-08/
- https://www.reuters.com/world/us/fema-head-says-he-will-run-right-over-staff-who-resist-agency-changes-2025-05-09/
- https://www.nytimes.com/2025/07/07/us/politics/trump-texas-floods.html

