ອົງການແມ່ນ້ຳຂອງ ແຈ້ງເຕືອນຝົນຕົກໜັກ ຢູ່ບັນດາແຂວງຂອງປະເທດລຸ່ມແມ່ນ້ຳຂອງ ລະຫວ່າງວັນທີ 9–11 ກໍລະກົດ 2025

ວັນທີ 8 ກໍລະກົດ 2025 ອົງການແມ່ນ້ຳຂອງໄດ້ແຈ້ງເຕືອນວ່າ: ວັນທີ 9-11 ກໍລະກົດ 2025 ຈະມີພາຍຸຝົນ ແລະ ຝົນຕົກໜັກໃນພື້ນທີ່ລຸ່ມນ້ຳຂອງ ລວມທັງພາກເໜືອ ແລະ ພາກກາງຂອງລາວ, ພາກຕາເວັນອອກຂອງໄທບໍລິເວນໃກ້ຊາຍແດນລາວ ແລະ ລຸ່ມແມ່ນ້ຳ 3S (ແມ່ນໍ້າເຊກອງ, ແມ່ນໍ້າເຊສາ ແລະແມ່ນໍ້າເຊປອກ ເຊິ່ງໄຫຼຜ່ານ 3 ປະເທດຄື: ລາວ, ຫວຽດນາມ ແລະ ກຳປູເຈຍ) ຄື:
ວັນທີ 9 ກໍລະກົດ 2025 ປະເທດ ກຳປູເຈຍ ຈະມີຝົນຕົກໜັກຢູ່ແຂວງຣັດຕະນະຄີຣີ; ສປປ ລາວ: ແຂວງບໍລິຄຳໄຊ, ຄຳມ່ວນ, ອັດຕະປື, ຈຳປາສັກ ແລະ ສະຫວັນນະເຂດ; ປະເທດໄທ: ຈັງຫວັດບຶງການ ແລະ ນະຄອນພະນົມ; ສສ ຫວຽດນາມ: ແຂວງຢະລາຍ, ກອນຕູມ.
ວັນທີ 10 ກໍລະກົດ 2025 ກຳປູເຈຍ ຈະມີຝົນຕົກໜັກຢູ່ແຂວງຣັດຕະນະຄີຣີ; ສປປ ລາວ: ແຂວງຜົ້ງສາລິ, ຫຼວງພະບາງ, ວຽງຈັນ, ບໍລິຄຳໄຊ, ຄຳມ່ວນ, ຈຳປາສັກ, ສະຫວັນນະເຂດ ແລະ ອັດຕະປື; ປະເທດໄທ: ຈັງຫວັດໜອງຄາຍ, ບຶງການ, ນະຄອນພະນົມ, ສະກົນນະຄອນ ແລະ ມຸກດາຫານ; ສສ ຫວຽດນາມ ຈະມີຝົນຕົກໜັກຢູ່ແຂວງຢະລາຍ, ກອນຕູມ.
ວັນທີ 11 ກໍລະກົດ 2025 ປະເທດ ກຳປູເຈຍ ຈະມີຝົນຕົກໜັກຢູ່ແຂວງຣັດຕະນະຄີຣີ; ສປປ ລາວ: ແຂວງຜົ້ງສາລິ, ບໍລິຄຳໄຊ, ຄຳມ່ວນ, ຈຳປາສັກ, ສະຫວັນນະເຂດ, ສາລະວັນ ແລະ ອັດຕະປື; ປະເທດໄທ: ຈັງຫວັດບຶງການ, ນະຄອນພະນົມ, ສະກົນນະຄອນ ແລະ ມຸກດາຫານ; ສສ ຫວຽດນາມ: ແຂວງຢະລາຍ, ກອນຕູມ.

