ຫວຽດນາມບໍ່ກັງວົນກໍາແພງພາສີ 20% ປະກາດເລັ່ງຂະຫຍາຍຕະຫລາດສົ່ງອອກໃໝ່ ຫລຸດການອາໄສອາເມລິກາ

ທ່ານ ຟານ ຖິ ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າຫວຽດນາມ ປະກາດໃນວັນທີ 9 ກໍລະກົດວ່າ: ຫວຽດນາມຈະພິກວິກິດຈາກກໍາແພງພາສີຂອງອາເມລິກາໃຫ້ເປັນໂອກາດໃນການຍົກລະດັບຄຸນນະພາບສິນຄ້າ ແລະ ເລັ່ງຂະຫຍາຍຕະຫລາດສົ່ງອອກໃໝ່ໆ ເພື່ອຫລຸດການອາໄສຕະຫລາດອາເມລິກາ.
ທ່າທີດັ່ງກ່າວມີຂຶ້ນ ຫລັງຈາກຫວຽດນາມຕ້ອງຜະເຊີນຂໍ້ຕົກລົງທີ່ເຮັດໄວ້ກັບລັດຖະບານອາເມລິກາ ຂອງປະທານາທິບໍດີ ໂດນັລ ທຣໍາ ເຊິ່ງກໍານົດໃຫ້ມີການເກັບພາສີ 20% ຕໍ່ສິນຄ້າທີ່ນໍາເຂົ້າຈາກຫວຽດນາມ ແລະ ເກັບພາສີໃນອັດຕາສູງເຖິງ 40% ຖ້າເປັນສິນຄ້າທີ່ຖືກສົ່ງຜ່ານຈາກປະເທດທີສາມ.
“ປັດຈຸບັນຫວຽດນາມມີຂໍ້ຕົກລົງການຄ້າເສລີເຖິງ 16 ສະບັບ ເຊິ່ງຈະຊ່ວຍໃຫ້ເຮົາສາມາດຂະຫຍາຍຕະຫລາດສົ່ງອອກ ແລະ ຫລຸດການອາໄສຕະຫລາດອາເມລິກາລົງໄດ້” ທ່ານ ຟານ ຖິ ທັ້ງ ກ່າວໃນກອງປະຊຸມດ້ານການລົງທຶນຢູ່ນະຄອນຫລວງຮ່າໂນ້ຍ. ພ້ອມກ່າວວ່າ: ກະຊວງກໍາລັງປະສານງານກັບເອກະຊົນເພື່ອດໍາເນີນມາດຕະການດັ່ງກ່າວ.
ທັງນີ້, ລວມຍອດຜະລິດຕະພັນພາຍໃນ (GDP) ຂອງຫວຽດນາມໃນໄຕມາດທີ 2/2025 ຂະຫຍາຍຕົວເຖິງ 7.96% ເພີ່ມຂຶ້ນຈາກ 6.93% ໃນໄຕມາດທໍາອິດ.
ເຖິງຢ່າງໃດກໍດີ, ຕົວເລກດັ່ງກ່າວຍັງຕໍ່າກວ່າເປົ້າໝາຍການເຕີບໃຫຍ່ໝົດປີທີ່ລັດຖະບານຕັ້ງໄວ້ຢ່າງໜ້ອຍ 8% ເຊິ່ງນາຍົກລັດຖະມົນຕີ ຝານ ມິງ ຈິງ ໄດ້ອອກມາຍອມຮັບວ່າ: ການບັນລຸເປົ້າໝາຍນີ້ຖືເປັນ “ຄວາມທ້າທາຍຢ່າງຍິ່ງ”.

