ລະວັງ ກິນຊີ້ນດາດ ອາດເປັນພະຍາດ ຫູດັບ ທີ່ເກີດຈາກເວລາກິນແລ້ວບໍ່ແຍກໄມ້ຖູ່ ລະຫວ່າງໝູດິບ ແລະ ໝູສຸກ

 

ປັດຈຸບັນອາກາດໜາວແລ້ວ ຊີ້ນດາດ ເປັນເມນູທີ່ຫຼາຍໆຄົນຄິດຢາກ ແລະ ຊວນກັນໄປກິນ ແຕ່ທຸກຄົນຮູ້ບໍ່ວ່າ ຖ້າບໍ່ລະມັດລະວັງໃນການກິນ ອາດສ່ຽງຕໍ່ການເກີດເປັນພະຍາດຕ່າງໆໄດ້ ເຊັ່ນ: ພະຍາດຫູດັບ ໂດຍສະເພາະ ຊີ້ນໝູ ທີ່ນອກຈາກຈະຕ້ອງກິນແບບປຸງສຸກແລ້ວ ໄມ້ຄິບຖູ່ທີ່ໃຊ້ຄີບຊີ້ນໝູສຸກ ແລະ ຊີ້ນໝູດິບກໍຕ້ອງໄດ້ມີການແຍກກັນຢ່າງຊັດເຈນ ແລະ ລະມັດລະວັງເຊັ່ນດຽວກັນ.

ສາເຫດທີ່ຫຼາຍຄົນມັກເປັນພະຍາດນີ້ ກໍຍ້ອນວ່າຄວາມຖືເບົາ ໃຊ້ໄມ້ຖູ່ທີ່ຄີບໝູດິບ ໃສ່ໝໍ້ດາດ ແລ້ວໃຊ້ໄມ້ຄີບຖູ່ໄມ້ດຽວກັນນັ້ນ ທີ່ມີທັງຄາບເລືອດ ແລະ ແບັກທີເຣຍທີ່ມາຈາກຊີ້ນດິບຕິດຢູ່ ມາຄີບໝູສຸກທີ່ຢູ່ໃນໝໍ້ ແລ້ວເອົາມາກິນ.

ເຊິ່ງພະຍາດຫູດັບ ເປັນພະຍາດທີ່ເກີດຈາກການຕິດເຊື້ອ ແບັກທີເຣຍ ຊະນິດໜຶ່ງ ທີ່ຊື່ວ່າ Streptococcus ທີ່ມານໍາເຄື່ອງໃນໝູ, ເລືອດໝູ, ຊີ້ນໝູທີ່ບໍ່ຜ່ານການປຸງສຸກ ເຊິ່ງຜູ້ເປັນພະຍາດນີ້ຈະມີອາການ ໄຂ້, ສັ່ນ, ປວດເມື່ອຍຕາມຕົວ, ເຈັບຫົວຮຸນແຮງ, ປວດຕາມກ້າມຊີ້ນ, ຖ່າຍ, ຄໍແຂງ, ຮາກ, ຊ໊ອກ ແລະ ເຖິງຂັ້ນເສຍຊີວິດໄດ້.