UN ເຜີຍ ການຄ້າໂລກ 6 ເດືອນຕົ້ນປີ ເຕີບໃຫຍ່ພຽງ 3 ແສນລ້ານໂດລາ ເຕືອນທິດທາງບໍ່ແນ່ນອນສູງ

ກອງປະຊຸມສະຫະປະຊາຊາດວ່າດ້ວຍການຄ້າ ແລະ ການພັດທະນາ (UNCTAD) ເປີດເຜີຍວ່າ: ມູນຄ່າການຄ້າໂລກໃນໄລຍະ 6 ເດືອນຕົ້ນປີ 2025 ປັບຂຶ້ນ 3 ແສນລ້ານໂດລາສະຫະລັດ ເຊິ່ງເປັນການຂະຫຍາຍຕົວໃນອັດຕາທີ່ຊ້າລົງ.
UNCTAD ເຜີຍແຜ່ລາຍງານການຄ້າໂລກ (Global Trade) ສະບັບຫລ້າສຸດໃນວັນທີ 8 ກໍລະກົດ ໂດຍເຕືອນວ່າ: ທ່າອ່ຽງການຄ້າໂລກຍັງບໍ່ແນ່ນອນ ເນື່ອງຈາກນະໂຍບາຍການຄ້າທີ່ຍັງບໍ່ມີສະຖຽນລະພາບ ຕະຫລອດຈົນຄວາມເຄັ່ງຕຶງທາງພູມສາດ ແລະ ສັນຍານການເຕີບໃຫຍ່ຂອງເສດຖະກິດໂລກທີ່ອ່ອນຕົວລົງໃນໄລຍະເຄິ່ງຫລັງຂອງປີ.
ລາຍງານຂອງ UNCTAD ລະບຸວ່າ: ມູນຄ່າການຄ້າໂລກຂະຫຍາຍຕົວປະມານ 1.5% ໃນໄຕມາດ 1/2025 ແລະ ຄາດວ່າຈະເຕີບໃຫຍ່ 2% ໃນໄຕມາດ 2 ໂດຍລາຄາທີ່ປັບສູງຂຶ້ນເປັນປັດໄຈໜຸນມູນຄ່າການຄ້າໂລກໂດຍລວມ. ຂະນະທີ່ປະລິມານການຄ້າໂລກເພີ່ມຂຶ້ນພຽງ 1%.
ສ່ວນລາຄາຊື້ຂາຍສິນຄ້າເພີ່ມຂຶ້ນເລັກໜ້ອຍໃນໄຕມາດ 1/2025 ແລະ ຍັງເພີ່ມຂຶ້ນຢ່າງຕໍ່ເນື່ອງໃນໄຕມາດ 2/2025.
ສໍານັກຂ່າວຊິນຮົວລາຍງານວ່າ: ຂໍ້ມູນຂອງ UNCTAD ສະແດງໃຫ້ເຫັນເຖິງທ່າອ່ຽງດ້ານການຄ້າທີ່ຫລາກຫລາຍໃນບັນດາປະເທດສໍາຄັນຂອງໂລກໃນໄຕມາດທໍາອິດຂອງປີ 2025 ໂດຍການຄ້າໃນກຸ່ມປະເທດພັດທະນາແລ້ວເຕີບໃຫຍ່ແຊງໜ້າກຸ່ມປະເທດກໍາລັງພັດທະນາ ເຊິ່ງ UNCTAD ລະບຸວ່າ: ມີສາເຫດມາຈາກການທີ່ອາເມລິການໍາເຂົ້າສິນຄ້າເພີ່ມຂຶ້ນເຖິງ 14% ແລະ ການສົ່ງອອກສິນຄ້າຈາກສະຫະພາບເອີຣົບເພີ່ມຂຶ້ນ 6%.
ຂະນະດຽວກັນ, ອາເມລິກາຂາດດຸນການຄ້າເປັນວົງກວ້າງໃນໄລຍະ 4 ໄຕມາດທີ່ຜ່ານມາ ເນື່ອງຈາກການຄ້າທີ່ບໍ່ສົມດຸນ.
ລາຍງານດັ່ງກ່າວຂອງ UNCTAD ຍັງເນັ້ນເຖິງຄວາມສ່ຽງທີ່ເພີ່ມຂຶ້ນຂອງການແຕກກຸ່ມດ້ານການຄ້າທີ່ມີສາເຫດມາຈາກມາດຕະການພາສີອາກອນຫລ້າສຸດຂອງອາເມລິກາ ເຊິ່ງລວມທັງພາສີອາກອນພື້ນຖານໃນອັດຕາ 10% ແລະ ພາສີອາກອນທີ່ເກັບຈາກການນໍາເຂົ້າເຫລັກ ແລະ ອາລູມີນຽມ ໂດຍ UNCTAD ເຕືອນວ່າ ການໃຊ້ມາດຕະການການຄ້າພຽງຝ່າຍດຽວອາດເຮັດໃຫ້ຄວາມເຄັ່ງຕຶງດ້ານການຄ້າທະວີຄວາມຮຸນແຮງຂຶ້ນ.

