ສົ່ງເສີມອະນຸລັກຮັກສາຈຸດເດັ່ນທີ່ເຮົາມີ ເພື່ອເປັນຈຸດຂາຍໃນການທ່ອງທ່ຽວ

ສົ່ງເສີມອະນຸລັກຮັກສາຈຸດເດັ່ນທີ່ເຮົາມີ ເພື່ອເປັນຈຸດຂາຍໃນການທ່ອງທ່ຽວ

ໂດຍ: ທິດກໍ່າ ງານສະຫລອງສົ່ງທ້າຍປີເກົ່າ ພສ 2565 ຕ້ອນຮັບປີໃໝ່ ພສ 2566 ສິ່ງທີ່ໜ້າຊົມຊື່ນຍິນດີກໍຄືພວກເຮົາໄດ້ຈັດກິດຈະກໍາຫລາຍຢ່າງທີ່ມີສີສັນ ເພື່ອເປັນຈຸດຂາຍໃນການທ່ອງທ່ຽວ ເຊິ່ງອັນສໍາຄັນທີ່ສຸດກໍແມ່ນພວກເຮົາໄດ້ເສີມຂະຫຍາຍອະນຸລັກຮັກສາຈຸດເດັ່ນໆຂອງເມືອງລາວໃຫ້ຊາວໂລກເຂົາຮັບຮູ້ວ່າປະເທດລາວເຮົາເປັນປະເທດທີ່ມີວັດທະນະທໍາ-ທໍາມະຊາດທີ່ສວຍສົດງົດງາມເຊື່ອງຊ້ອນໄວ້ຄຽງຄູ່ຢູ່ກັບຊາດລາວຄົນລາວຈົນກາຍເປັນອະລິຍະທໍາທີ່ບໍ່ບົກແຫ້ງເຫືອດຫາຍ. ຫາກຕັ້ງໂຈດກັນວ່າ, ຈຸດເດັ່ນໆທີ່ປະເທດລາວ, ຄົນລາວເຮົາມີຫຍັງແດ່ທີ່ຈະຟື້ນຟູບູລະນະ, ເສີມຂະຫຍາຍໃຫ້ເປັນຈຸດຂາຍໃນການທ່ອງທ່ຽວໃນປັດຈຸບັນ ແລະ ອະນາຄົດ. ຄໍາຕອບໂຈດກໍຄື ມີທໍາມະຊາດພູຜາປ່າໄມ້, ຫ້ວຍນໍ້າລໍາເຊ,…

ແຂວງບໍ່ແກ້ວ ຈັດພິທີສົມມາຄອບໄຂວ່ ເພື່ອກະກຽມສ້ອມແຊມໂຄງສ້າງອົງພະເຈົ້າໃຫຍ່ເມືອງເກົ່າສຸວັນນະໂຄມຄຳ

ແຂວງບໍ່ແກ້ວ ຈັດພິທີສົມມາຄອບໄຂວ່ ເພື່ອກະກຽມສ້ອມແຊມໂຄງສ້າງອົງພະເຈົ້າໃຫຍ່ເມືອງເກົ່າສຸວັນນະໂຄມຄຳ

ພິທີສົມມາຄາລະວະຄອບໄຂວ່ ພຣະເຈົ້າໃຫຍ່ເມືອງເກົ່າສຸວັນນະໂຄມຄຳ ແລະ ມະເຫສັກ ເຈົ້າຖິ່ນເຈົ້າຖານ ສິ່ງສັກສິດ ທີ່ປົກປັກຮັກສາແຫລ່ງປະຫວັດສາດ ແຂວງບໍ່ແກ້ວ ເພື່ອກະກຽມສ້ອມແຊມບູລະນະຄືນໃໝ່, ຈັດຂຶ້ນວັນທີ 24 ເມສາ 2023, ໂດຍແມ່ນພະແນກຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ (ຖວທ) ແຂວງບໍ່ແກ້ວ ສົມທົບກັບຫ້ອງການ…

ໝູ່ບໍ່ຖິ້ມກັນ!

ໝູ່ບໍ່ຖິ້ມກັນ!

ໃຜມີໝູ່ທີ່ເປັນແບບນີ້ແນ່? ມາເບິ່ງທາງນີ້, ການສຶກສາພົບວ່າໝູ່ທີ່ມັກເວົ້າກົງ ແມ່ນໝູ່ທີ່ຈິງໃຈ ແລະ ຮັກເຮົາແທ້ ເພາະທຸກຢ່າງທີ່ເວົ້າອອກມາລ້ວນແຕ່ເວົ້າດ້ວຍຄວາມຈິງໃຈ ແລະ ຮັກເຮົາແທ້, ອາດຈະເປັນການຊຸກຍູ້, ໃຫ້ກໍາລັງໃຈ ຢາກໃຫ້ເຮົາໄດ້ດີ ແລະ ປ່ຽນຕົວເອງໃຫ້ດີຂຶ້ນກວ່າເກົ່າ ພັດທະນາ ແລະ ປະສົບຄວາມສໍາເລັດໄປພ້ອມໆກັນ… ບໍ່ມີໝູ່ແທ້ຄົນໃດທີ່ຢາກເຫັນໝູ່ຕ້ອຍຕໍ່າລົງແມ່ນບໍ່? ເຖິງແມ່ນວ່າບາງຄໍາເວົ້າອາດຈະຂັດໃຈເຮົາແນ່ ແຕ່ທີ່ເວົ້າໄປແມ່ນເວົ້າດ້ວຍຄວາມຮັກລ້ວນໆ……

ການຝຶກເວົ້າພາສາລາວ ຈະທົດລອງສອນຢູ່ໂຮງຮຽນເປົ້າໝາຍ ຂອບເຂດ 21 ເມືອງ ໃນ 10 ແຂວງ ເລີ່ມຕົ້ນເດືອນກັນຍາ 2023

ການຝຶກເວົ້າພາສາລາວ ຈະທົດລອງສອນຢູ່ໂຮງຮຽນເປົ້າໝາຍ ຂອບເຂດ 21 ເມືອງ ໃນ 10 ແຂວງ ເລີ່ມຕົ້ນເດືອນກັນຍາ 2023

ໃນລະຫວ່າງວັນທີ 20-21 ເມສາ 2023 ຜ່ານມາ, ກອງປະຊຸມຮັບຮອງ ສື່ການຮຽນການສອນຂອງໂຄງການຝຶກເວົ້າພາສາລາວ ໂດຍໃຫ້ກຽດເປັນປະທານຂອງ ທ່ານ ປອ ອ່ອນແກ້ວ ນວນນະວົງ, ຜູ້ອໍານວຍການສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ມີຕາງໜ້າຈາກ, ກົມ, ຂະແໜງ,ມະຫາວິທະຍາໄລແຫ່ງຊາດ, ພະນັກງານວິຊາການ, ຄະນະກໍາມະການ, ຊ່ຽວຊານ…

ປິດຂົວຂ້າມນໍ້າຄານເກົ່າ ຊົ່ວຄາວ  ເພື່ອສ້ອມແປງ 20 ວັນ ເລີ່ມ 22/4-1/5/2023

ປິດຂົວຂ້າມນໍ້າຄານເກົ່າ ຊົ່ວຄາວ ເພື່ອສ້ອມແປງ 20 ວັນ ເລີ່ມ 22/4-1/5/2023

ວັນທີ 21 ເມສາ 2023 ນີ້ ເຈົ້ານະຄອນຫຼວງພະບາງ ແຈ້ງການໃຫ້ຊາບວ່າ: ປັດຈຸບັນ ຂົວນໍ້າຄານເກົ່າ (ຂົວເບເລ) ບ້ານໝື່ນນາ – ບ້ານເມືອງງາ ກໍາລັງຢູ່ໃນໄລຍະການສ້ອມແປງ ແລະ ຈະໄດ້ປິດຊ່ອງການສັນຈອນເທິງໜ້າຂົວຊົ່ວຄາວ ໃນລະຫວ່າງວັນທີ 22 ເມສາ- 10…

ສະຫລອງປີໃໝ່ລາວປີນີ້ບັນຍາກາດຄຶກຄື້ນຍິ່ງໃຫຍ່ອະລັງການ

ສະຫລອງປີໃໝ່ລາວປີນີ້ບັນຍາກາດຄຶກຄື້ນຍິ່ງໃຫຍ່ອະລັງການ

ໂດຍ: ທິດກໍ່າ ຈົບໄປດ້ວຍບັນຍາກາດມ່ວນຊື່ນ, ຄຶກຄື້ນ ແລະ ປະສົບຜົນສໍາເລັດຢ່າງຍິ່ງໃຫຍ່ໃນງານສະຫລອງສົ່ງທ້າຍປີເກົ່າ ພສ 2565 ຕ້ອນຮັບປີໃໝ່ ພສ 2566 ຈາກຜົນກະທົບຂອງການແພ່ລະບາດພະຍາດໂຄວິດ-19 ມາເປັນເວລາສາມປີ ໄດ້ເຮັດໃຫ້ປະເທດຊາດ ແລະ ປະຊາຊົນປະສົບບັນຫາຫລາຍຢ່າງເຊັ່ນ: ບັນຫາເງິນເຟີ້, ນໍ້າມັນຂາດເຂີນ, ສິນຄ້າຂຶ້ນລາຄາໃນແຕ່ລະວັນຈົນມາຮອດທຸກວັນນີ້ຍັງມີບາງຢ່າງກໍຍັງບໍ່ທັນແກ້ໄຂຕົກແຕກໄດ້ຢ່າງລົງຕົວ ແລະ…

3 ສາເຫດທີ່ເຮັດໃຫ້ຫລາຍຄູ່ທີ່ແຕ່ງດອງກັນໄປ ຕ້ອງຢ່າຮ້າງກັນ

3 ສາເຫດທີ່ເຮັດໃຫ້ຫລາຍຄູ່ທີ່ແຕ່ງດອງກັນໄປ ຕ້ອງຢ່າຮ້າງກັນ

ເຮົາອາດຈະເຫັນຂ່າວຄູ່ຮັກ ຢ່າຮ້າງກັນມາແລ້ວຫລາຍຄູ່ ແຕ່ເຄີຍສົງໄສບໍ່ວ່າເຫດຜົນສ່ວນຫລາຍທີ່ເຮັດໃຫ້ຫລາຍຄູ່ເລີກກັນແມ່ນອັນໃດ, ເວັບໄຊຂອງ Forbes ໄດ້ມີການສໍາຫລວດເຫດຜົນທີ່ເຮັດໃຫ້ຫລາຍຄູ່ຢ່າງຮ້າງກັນ ເຊິ່ງມີ 3 ສາເຫດໃຫຍ່ດັ່ງນີ້:   1) ເອົາກັນໄປແລ້ວຊີວິດບໍ່ຈະເລີນກ້າວໜ້າ ນອກຈາກຄວາມຮັກແລ້ວ ຄູ່ຮັກຫລາຍຄູ່ເບິ່ງວ່າ ອະນາຄົດທີ່ໃຊ້ຊີວິດຮ່ວມກັນນັ້ນກໍເປັນອີກເລື່ອງໜຶ່ງທີ່ສໍາຄັນ, ຖ້າຢູ່ນໍາກັນແລ້ວບໍ່ມີຄວາມພັດທະນາ ເບິ່ງບໍ່ເຫັນອະນາຄົດທີ່ດີຮ່ວມກັນ ກໍມີແນວໂນ້ມທີ່ເຮັດໃຫ້ຄູ່ຮັກຢ່າຮ້າງກັນ! ເຊິ່ງສາເຫດນີ້ເປັນສາເຫດອັນດັບ 1…

ລັດຖະມົນຕີ ສສກ ລົງຊຸກຍູ້ວຽກງານສຶກສາ ວິທະຍາສາດ ແລະ ກິລາ ຢູ່ຮາກຖານເຂດທີ່ມີຄວາມຫຍຸ້ງຍາກ ແຂວງຊຽງຂວາງ

ລັດຖະມົນຕີ ສສກ ລົງຊຸກຍູ້ວຽກງານສຶກສາ ວິທະຍາສາດ ແລະ ກິລາ ຢູ່ຮາກຖານເຂດທີ່ມີຄວາມຫຍຸ້ງຍາກ ແຂວງຊຽງຂວາງ

ທ່ານ ພຸດ ສິມມາລາວົງ ລັດຖະມັນຕີ ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ລົງຊຸກຍູ້ວຽກງານການສຶກສາ ວິທະຍາສາດ ແລະ ກິລາ ຢູ່ເຂດຈຸດສຸມ ລ່ອງນໍ້າເນີນ ເມືອງຄຳ ແຂວງຊຽງຂວາງ ໃນວັນທີ 13-14 ເມສາ 2023,…

ປະເພນີຕົບພະທາດຊາຍໃນໂອກາດບຸນປີໃໝ່ລາວ

ປະເພນີຕົບພະທາດຊາຍໃນໂອກາດບຸນປີໃໝ່ລາວ

ກິດຈະກໍາຕົບພະທາດຊາຍ ແມ່ນການນໍາເອົາຊາຍມາກອງ ແລະ ຕົບແຕ່ງໃຫ້ເປັນຮູບຊົງເຈດີມີລັກສະນະຕ່າງໆ ໂດຍມີການປະດັບປະດາດ້ວຍທຸງຊໍ່ ທຸງໄຊ ທຸງຮູບໂຕເຜິ້ງ 12 ລາສີ ແລະ ດອກໄມ້ທູບທຽນຢ່າງງົດງາມເອີ້ນວ່າພະທາດຊາຍ ຫຼື ເຈດີຊາຍ. ທາດຊາຍນິຍົມເຮັດຂຶ້ນສະ ເພາະໃນປີໃໝ່ລາວແຕ່ບູຮານນະການເພິ່ນເຮັດຢູ່ແຄມນໍ້າ ແຕ່ພາຍຫຼັງມາເຫັນວ່າບາງວັດທີ່ບໍ່ໄດ້ຢູ່ໃກ້ກັບແມ່ນໍ້າກໍມີການຂົນຊາຍເຂົ້າມາກໍ່ຢູ່ທີ່ເດີ່ນວັດ ຈຸດປະສົງເປັນການທານຊາຍເຂົ້າໃນການກໍ່ສ້າງວັດວາອາຮາມໃຫ້ເກີດປະໂຫຍດ ເພາະຄົນບູຮານພິຈາລະນາເຫັນວ່າ ການທຽວເຂົ້າ-ອອກວັດເປັນປະຈໍາອາດມີເມັດດິນ ເມັດຊາຍຕິດຕີນ…

ກຽມສະພາບລົດໃຫ້ອຸ່ນໃຈ ເມື່ອຕ້ອງເດີນທາງໄກຊ່ວງປີໃໝ່

ກຽມສະພາບລົດໃຫ້ອຸ່ນໃຈ ເມື່ອຕ້ອງເດີນທາງໄກຊ່ວງປີໃໝ່

– ຢາງລົດ ເບິ່ງວ່າຢູ່ໃນປະລິມານທີ່ພໍດີ (ບໍ່ແໜ້ນ ຫລື ອ່ອນເກີນໄປ) – ໄຟສັນຍານ ເບິ່ງວ່າໄຟສັນຍານຍັງແຈ້ງທຸກດອກ ຫລື ຍັງໃຊ້ງານໄດ້ປົກກະຕິບໍ່ ເຊັ່ນໄຟສູງ-ຕໍ່າ ເພື່ອຫລຸດການເກີດອຸບັດຕິເຫດ – ໄມ້ປັດນໍ້າຝົນ ໂດຍສະເພາະຢາງປັດນໍ້າຝົນວ່າຍັງໃຊ້ງານໄດ້ປົກກະຕິ, ລະບົບສີດນໍ້າບໍ່ມີຫຍັງແປກປອມ ໄປອັດຕັນ – ລະບົບເບກ…