ສະຫລອງປີໃໝ່ລາວປີນີ້ບັນຍາກາດຄຶກຄື້ນຍິ່ງໃຫຍ່ອະລັງການ

ໂດຍ: ທິດກໍ່າ
ຈົບໄປດ້ວຍບັນຍາກາດມ່ວນຊື່ນ, ຄຶກຄື້ນ ແລະ ປະສົບຜົນສໍາເລັດຢ່າງຍິ່ງໃຫຍ່ໃນງານສະຫລອງສົ່ງທ້າຍປີເກົ່າ ພສ 2565 ຕ້ອນຮັບປີໃໝ່ ພສ 2566 ຈາກຜົນກະທົບຂອງການແພ່ລະບາດພະຍາດໂຄວິດ-19 ມາເປັນເວລາສາມປີ ໄດ້ເຮັດໃຫ້ປະເທດຊາດ ແລະ ປະຊາຊົນປະສົບບັນຫາຫລາຍຢ່າງເຊັ່ນ: ບັນຫາເງິນເຟີ້, ນໍ້າມັນຂາດເຂີນ, ສິນຄ້າຂຶ້ນລາຄາໃນແຕ່ລະວັນຈົນມາຮອດທຸກວັນນີ້ຍັງມີບາງຢ່າງກໍຍັງບໍ່ທັນແກ້ໄຂຕົກແຕກໄດ້ຢ່າງລົງຕົວ ແລະ ໝັ້ນຄົງຊັດເຈນເທື່ອ ໂດຍສະເພາະບັນຫາເງິນກີບອ່ອນຄ່າ, ສິນຄ້າກໍຍັງມີລາຄາສູງຢ່າງຕໍ່ເນື່ອງ.
ນອກຈາກປະສົບບັນຫາໃນດ້ານເສດຖະກິດແລ້ວ, ທາງດ້ານແນວຄິດຈິດໃຈຂອງປະຊາຊົນບັນດາເຜົ່າກໍຍັງມີຄວາມອຸກອັ່ງຄອນແຄນ ຍ້ອນການຊອກຢູ່ຫາກິນຖືກຈໍາກັດ, ມີຄວາມຢ້ານກົວຕໍ່ພະຍາດໂຄວິດ-19 ຈະມາສັງເວີຍເອົາຊີວິດໃນຍາມຫຍຸ້ງຍາກຂັດສົນ ການເຄື່ອນໄຫວທາງສັງຄົມທຸກຢ່າງຖືກຈໍາກັດຍ້ອນໂຄວິດ-19 ຕົ້ນເຫດ.
ຈາກຜົນກະທົບດ້ານເສດຖະກິດ ແລະ ສັງຄົມທີ່ກ່າວມາຂ້າງເທິງນັ້ນ ໄດ້ເຮັດໃຫ້ແນວຄິດຈິດໃຈຂອງປະຊາຊົນບັນດາເຜົ່າ ກໍຄືປະເທດຊາດພົບຄວາມຫຍຸ້ງຍາກແກ່ຍາວມາເປັນເວລາສາມປີ ຍັງມີຜູ້ຕາຍຜູ້ລອດຈາກໂຄວິດ-19 ເປັນຈໍານວນບໍ່ໜ້ອຍຢູ່ໃນປະເທດ.
ແຕ່ແນວໃດກໍຕາມ, ດ້ວຍຄວາມຮັບຜິດຊອບນໍາພາອັນເດັດຂາດແນ່ວແນ່ຂອງພັກ ແລະ ລັດຖະບານ ມາຮອດໄລຍະປັດຈຸບັນພວກເຮົາກໍສາມາດຜ່ານພົ້ນວິກິດຕ່າງໆມາໄດ້ຢ່າງລົງຕົວ ເຊິ່ງໃນວັນທີ 22 ພຶດສະພາ 2022 ຜ່ານມາ, ລັດຖະບານກໍໄດ້ມີນະໂຍບາຍເປີດປະເທດຄືນໃໝ່ຢ່າງເປັນທາງການ ພາຍຫລັງຖືກຜົນກະທົບຈາກໂຄວິດ-19 ມາເປັນເວລາສາມປີ.
ຫລັງຈາກເປີດປະເທດແລ້ວ, ບັນດາໂຄງການກິດຈະການຕ່າງໆ ນັບທັງການພັດທະນາສ້າງສາຂອງປະເທດກໍເລີ່ມມີບັນຍາກາດໃໝ່ ມີຜົນສໍາເລັດໃນຫລາຍໆໂຄງການ ເຊິ່ງອັນທີ່ໂດດເດັ່ນທີ່ສຸດກໍແມ່ນການບໍລິການຜ່ານທາງລົດໄຟ ລາວ-ຈີນ ນັບທັງໂຄງການສ້າງຖະໜົນຫົນທາງ ແລະ ພື້ນຖານໂຄງລ່າງອື່ນໆ ອັນເປັນເງື່ອນໄຂເອື້ອອໍານວຍການທ່ອງທ່ຽວໄປມາຢ່າງສະດວກສະບາຍ.
ຕົກມາຮອດປີ 2023 ເຫັນວ່າການແພ່ລະບາດຂອງພະຍາດໂຄວິດ-19 ໄດ້ຜ່ອນຄາຍລົງຫລາຍ ແລະ ນັບມື້ມະຫັບມະຫາຍໄປຈາກສັງຄົມລາວ, ປະເທດລາວທຸກຢ່າງກໍນັບມື້ກ້າວເຂົ້າສູ່ສະພາບປົກກະຕິ ເຊິ່ງມາຮອດໄລຍະບຸນປີໃໝ່ລາວປີນີ້ ໃນທຸກເຂດແຂວງຕ່າງກໍພາກັນຈັດຂຶ້ນຢ່າງຍິ່ງໃຫຍ່ ແກ້ຄວາມໝົ່ນໝອງຂ້ອງໃຈທີ່ຖືກບັນທອນມາເປັນເວລາສາມປີ. ຂໍຊົມເຊີຍການນໍາແຕ່ລະເຂດແຂວງທີ່ຈັດງານສະຫລອງປີໃໝ່ລາວປີນີ້ໄດ້ຢ່າງຄຶກຄື້ນຍິ່ງໃຫຍ່ອາລັງການ ແລະ ຫັນເອົາກາລະໂອກາດນີ້ກາຍເປັນຈຸດຂາຍໃນການທ່ອງທ່ຽວ. ບັນດາເຂດແຂວງທີ່ຈັດໄດ້ດີກໍມີຫລວງພະບາງ, ວັງວຽງ, ນະຄອນຫລວງວຽງຈັນ, ສະຫວັນນະເຂດ, ຈໍາປາສັກ ແລະ ແຂວງອື່ນໆກໍບໍ່ນ້ອຍໜ້າ ສາມາດດຶງດູດນັກທ່ອງທ່ຽວທີ່ຢູ່ພາຍໃນ ແລະ ຕ່າງປະເທດເຂົ້າມາທ່ຽວປະເທດລາວຢ່າງຫລວງຫລາຍພາຍມາກ. ປີນີ້ເຮົາຈັດໄດ້ຢ່າງຍິ່ງໃຫຍ່ ທັງມີຄວາມໝາຍ. ປີໜ້າ ແລະ ປີຕໍ່ໆໄປ ການສະຫລອງປີໃໝ່ລາວຍິ່ງຈະຄຶກຄື້ນ, ຍິ່ງໃຫຍ່ອາລັງການ ສາມາດໂຄສະນາດຶງດູດເອົາຊາວໂລກມາທ່ຽວລາວນັບມື້ຫລາຍຂຶ້ນ.

