9 ຂອງກິນດັບຮ້ອນ ກິນແລ້ວດີຕໍ່ສຸຂະພາບ

9 ຂອງກິນດັບຮ້ອນ ກິນແລ້ວດີຕໍ່ສຸຂະພາບ

ປະເທດລາວຖືໄດ້ວ່າເປັນປະເທດໜຶ້່ງທີ່ຢູ່ໃກ້ເສັ້ນສູນສູດ ເຊິ່ງເຮັດໃຫ້ອາກາດບ້ານເຮົາຮ້ອນແຮງໃນຊ່ວງນີ້ ແລະ ເຮັດໃຫ້ເຮົາບໍ່ສະບາຍຕົວ, ນອກນັ້ນຍັງມາພ້ອມກັບພະຍາດຫລາຍຊະນິດທັງທາງກົງ ແລະ ທາງອ້ອມ ເຊັ່ນ:​ ເປັນລົມແດດ, ຖອກທ້ອງ, ແລະ ຍັງເຮັດໃຫ້ເຮົາສູນເສຍນໍ້າໃນຮ່າງກາຍຫລາຍອີກດ້ວຍ . ແຕ່ຮູ້ຫລືບໍ່? ນອກຈາກນໍ້າດື່ມທີ່ຊ່ວຍດັບຮ້ອນແລ້ວ ຍັງມີ ຜັກ, ໝາກໄມ້ຫລາຍຊະນິດທີ່ຊ່ວຍດັບຮ້ອນໄດ້ດີເຊັ່ນດຽວກັນ ແລະ ຍັງດີຕໍ່ສຸຂະພາບຂອງເຮົາອີກດ້ວຍ…

ເບິ່ງໂທລະພາບ ແລະ ເບິ່ງຮູບເງົາ ແບບອ່ອນລາຍ ດ້ວຍລາຄາສຸດຄຸ້ມຖືກກວ່າ ລົງທະບຽນແພກເກດດາຕ້າ

ເບິ່ງໂທລະພາບ ແລະ ເບິ່ງຮູບເງົາ ແບບອ່ອນລາຍ ດ້ວຍລາຄາສຸດຄຸ້ມຖືກກວ່າ ລົງທະບຽນແພກເກດດາຕ້າ

ຍຸກດີຈີຕອນ ປະຈຸບັນ ມີຫຼາຍໆບໍລິການ ທີ່ສະໜອງໃນມືຖື ພຽງມີອິນເຕີເນັດກໍ່ເຊື່ອມຕໍ່ເບິ່ງບໍລິການ, ເລືອກຊື້ບໍລິການໄດ້ແບບງ່າຍດ່າຍ ແຕ່ລູກຄ້າຮູ້ບໍ ການນໍາໃຊ້ດາຕ້າອິນເຕີເນັດທີປະຢັດແລະຄຸ້ມຄ່າ ລູກຄ້າກໍ່ຕ້ອງເລືອກ ທີ່ຈະໃຊ້ຂໍ້ມູນໃນຮູບແບບເສຍຄ່າບໍລິການເປັນຕົ້ນແມ່ນລູກຄ້າທີ່ໃຊ້ເບີ ຢູນີເທວ ຍິ່ງມີທາງເລືອກ ໃນການໃຊ້ບໍລິການທີ່ສະດວກຫຼາຍ ແລະ ມີຫຼາຍບໍລິການໃຫ້ເລືອກ ໃນລາວແອັບ “LaoApp”ບໍລິການທີ່ຢາກແນະນໍາໃນ ລາວແອັບມີຫຼາຍ ແຕ່ຈະແນະນໍາບໍລິການທີ່ ລູກຄ້າມັກໃຊ້ຫຼາຍສຸດຄື:…

WHO ເຕືອນ “ສານໃຫ້ຄວາມຫວານ” ອັນຕະລາຍບໍ່ຕ່າງຈາກນໍ້າຕານ

WHO ເຕືອນ “ສານໃຫ້ຄວາມຫວານ” ອັນຕະລາຍບໍ່ຕ່າງຈາກນໍ້າຕານ

ນໍ້າຕານທຽມ ອັນຕະລາຍບໍ່? ໃຜທີ່ກໍາລັງບໍລິໂພກນໍ້າຕານທຽມ ເປັນປະຈໍ່າ ລະວັງໃຫ້ດີ, ເມື່ອບໍ່ດົນມານີ້ ອົງການອະນາໄມໂລກ (WHO) ໄດ້ອອກມາເຕືອນວ່າວັດຖຸທີ່ໃຊ້ແທນນໍ້າຕານ ຫລື ນໍ້າຕານທຽມທຸກຊະນິດ ລວມທັງຫຍ້າຫວານ ເປັນອັນຕະລາຍຕໍ່ຮ່າງກາຍ ນອກຈາກບໍ່ຊ່ວຍຫລຸດນໍ້າໜັກແລ້ວ ຍັງເຮັດໃຫ້ເກີດຄວາມສ່ຽງທີ່ຈະເປັນເບົາຫວານ ແລະ ພະຍາດຫົວໃຈ . WHO ໄດ້ບອກເຖິງອັນຕະລາຍໃນການບໍລິໂພກນໍ້າຕານທຽມວ່າ…

ຮູ້ຫລືບໍ່ ຕັບສາມາດຟື້ນຟູຕົວເອງໄດ້

ຮູ້ຫລືບໍ່ ຕັບສາມາດຟື້ນຟູຕົວເອງໄດ້

ຮ່າງກາຍມະນຸດ ແມ່ນສິ່ງມະຫັດສະຈັນຢ່າງໜຶ່ງທີ່ມີຫລາຍຄົນອາດຍັງບໍ່ຮູ້ວ່າມີລະບົບທີ່ເຮັດວຽກໄດ້ຢ່າງໜ້າອັດສະຈັນ ບໍ່ວ່າຈະເປັນສະໝອງ, ກະດູກ ຫລື ແມ່ນແຕ່ຕັບ ເຊິ່ງເປັນອະໄວຍະວະທີ່ສຳຄັນ ເພາະຕັບປຽບດັ່ງໂຮງງານທີ່ຄອຍຂັບເຄື່ອນຊີວິດຂອງເຮົາ. ມື້ນີ້ພວກເຮົາມີຄວາມຈິງກ່ຽວກັບເລື່ອງຂອງຕັບທີ່ສາມາດຟື້ນຟູຕົວເອງໄດ້ມາບອກເລົ່າໃຫ້ບັນດາທ່ານໄດ້ຮັບຮູ້ກັນ. ຕັບ ເປັນອະໄວຍະວະທີ່ໃຫຍ່ທີ່ສຸດໃນຮ່າງກາຍມະນຸດ ແລະ ເປັນອະໄວຍະວະໜຶ່ງທີ່ມີຄວາມສາມາດໃນການຟື້ນຟູຕົວເອງໄດ້ດີທີ່ສຸດ ເມື່ອເກີດບາດແຜທີ່ເຮັດໃຫ້ເນື້ອເຍື່ອເກີດຄວາມເສຍຫາຍໃນບໍລິເວນຕັບ ຕັບສາມາດຟື້ນຟູຕົວເອງໂດຍການແທນບ່ອນແຊນເກົ່າເຫລົ່ານັ້ນດ້ວຍແຊນໃໝ່ ເພື່ອປິ່ນປົວຄວາມຜິດປົກກະຕິຕ່າງໆໄດ້ຢ່າງໄວວາ ເຖິງວ່າຊີ້ນຕັບຖືກທຳລາຍກ່ວາ 70% ຕັບກໍຍັງສາມາດປົ່ງໃໝ່ໄດ້ພາຍໃນ 2…

ກະຊວງສຶກສາ ຍ້ອງຍໍນັກຮຽນຕ່າງປະເທດ ປະກອບສ່ວນບັນທຶກສຽງຫລັກສູດວິຊາພາສາອັງກິດ ປ.5 ສະບັບປັບປຸງໃໝ່

ກະຊວງສຶກສາ ຍ້ອງຍໍນັກຮຽນຕ່າງປະເທດ ປະກອບສ່ວນບັນທຶກສຽງຫລັກສູດວິຊາພາສາອັງກິດ ປ.5 ສະບັບປັບປຸງໃໝ່

ກະຊວງສຶກສາທິການ ແລະ ກິລາ (ສສກ) ຮ່ວມກັບລັດຖະບານອົດສະຕຣາລີ ຜ່ານແຜນງານປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າເຖິງການສຶກສາຂັ້ນພື້ນຖານ ໃນ ສປປ ລາວ (ແຜນງານບີຄວາ) ໄດ້ຈັດພິທີຍ້ອງຍໍນັກຮຽນຕ່າງຊາດ ທີ່ຮຽນຢູ່ໂຮງຮຽນນານາຊາດ ວຽງຈັນ ໄດ້ປະກອບສ່ວນໃນການບັນທຶກສຽງ ສໍາລັບຫລັກສູດວິຊາພາສາອັງກິດ ຊັ້ນ ປ.5 ສະບັບປັບປຸງໃໝ່…

ການຮັບໃບປະກາດ, ນຳໃຊ້ວຸດທິປະລິນຍາເອກກິດຕິມະສັກ ແລະ ສາດສະດາຈານກິດຕິມະສັກ

ການຮັບໃບປະກາດ, ນຳໃຊ້ວຸດທິປະລິນຍາເອກກິດຕິມະສັກ ແລະ ສາດສະດາຈານກິດຕິມະສັກ

ອີງຕາມ ກົດຫມາຍວ່າດ້ວຍການສຶກສາຊັ້ນສູງ ສະບັບເລກທີ 87/ສພຊ, ລົງວັນທີ 11 ພະຈິກ 2020; ອີງຕາມ ດໍາລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງກະຊວງສຶກສາທິການ ແລະ ກິລາ ສະບັບເລກທີ 633/ນຍ, ລົງວັນທີ 18…

ຍິ່ງມີເງິນຍິ່ງມີຄວາມສຸກ

ຍິ່ງມີເງິນຍິ່ງມີຄວາມສຸກ

ແນວຄວາມຄິດທີ່ບອກວ່າ “ເງິນຊື້ຄວາມສຸກບໍ່ໄດ້” ອາດຈະໃຊ້ບໍ່ໄດ້ອີກຕໍ່ໄປແລ້ວ ເພາະທຸກຢ່າງລ້ວນແລ້ວຕ້ອງໄດ້ອາໄສເງິນ, ຜົນການສຶກສາບອກວ່າຍ້ອນຄ່າຄອງຊີບທີ່ສູງຂຶ້ນ, ສິນຄ້າຂຶ້ນລາຄາທຸກມື້ ຈຶ່ງເຮັດໃຫ້ເປັນສິ່ງທີ່ແກ້ບັນຫາດ້ານນີ້ໄດ້ດີທີ່ສຸດ ແລະ ຍັງຊ່ວຍເພີ່ມທາງເລືອກໃນການໃຊ້ຊີວິດໄດ້ອີກຫລາກຫລາຍຢ່າງ ຈະເຮັດຫຍັງກໍໄດ້ເພາະມີເງິນຊ່ວຍ . ແຕ່ດ້ວຍເສດຖະກິດປັດຈຸບັນທີ່ປະສົບກັນທົ່ວໂລກ ອາດຈະເຮັດໃຫ້ເຮົາຕ້ອງສູ້ຊົນໃຫ້ຫລາຍຂຶ້ນ ແນວໃດກໍສູ້ງໆເດີ້ . ຂໍ້ມູນຈາກ

ສັງເກດຕົວເອງດ່ວນ! ເລັບມີຮອຍຊໍ້າລຸກລາມ ອາດເປັນມະເຮັງຜິວໜັງ  .

ສັງເກດຕົວເອງດ່ວນ! ເລັບມີຮອຍຊໍ້າລຸກລາມ ອາດເປັນມະເຮັງຜິວໜັງ .

ສາວເລົ່າປະສົບການ ໄປຮ້ານເລັບ ຊ່າງສັງເກດເຫັນເສັ້ນບາງໆໃນເລັບ ກ່ອນເຕືອນໃຫ້ໄປພົບແພດ ຈົນຮູ້ວ່າເປັນມະເຮັງຜິວໜັງ . ນີ້ແມ່ນລັກສະນະເລັບຂອງ ສະເຕຊີ່ ບອສ ຜູ້ຍິງໄວອາຍຸ 32 ປີ ໃນສະກ໋ອດແລນ ທີ່ມີເສັ້ນສີນໍ້າຕານອ່ອນໆໃນເລັບນິ້ວໂປ້ເບື້ອງຂວາ ແຕ່ຜູ້ຍິງຄົນນີ້ບໍ່ໄດ້ສົນໃຈ ຄິດວ່າເປັນຮອຍຊໍ້າທໍາມະດາ ເລີຍບໍ່ໄດ້ໄປພົບແພດ . ແຕ່ເມື່ອລາວໄປຮ້ານເລັບ ຊ່າງເຮັດເລົບຈຶ່ງໄດ້ເຕືອນຍິງຄົນດັ່ງກ່າວວ່າຄວນໄປຫາໝໍໂດຍດ່ວນ,…

ຊ່ອງທາງການຊື້ສິນຄ້າອອນລາຍ ແລະ ການຊໍາລະຄ່າບໍລິການຊອງທາງU-money

ທ່ານຮູ້ຫຼືບໍ່ວ່າ ບໍລິການ u-money ມີຫຼາກຫຼາຍບໍລິການທີ່ສາມາດຊ່ວຍທ່ານໄດ້ບໍ່ວ່າຈະເປັນ: ການໂອນເງິນ, ການຖອນເງິນ,ການຊຳລະສິນຄ້າແລະ ຍັງມີບໍລິການອື່ນໆອີກດ້ວຍ u-moneyແມ່ນບໍລິການ ກະເປົ່າ ເອເລັກໂທນິກ (E-wallet)ເຊີ່ງບໍລິການດັ່ງກ່າວສາມາດ ຮັບ-ໂອນເງິນສົດ ໄດ້ທີ່ຈຸດບໍລິການຂອງຢູນິເທວທົ່ວປະເທດ ແລະ ຊຳລະຄ່າບໍລິການຕ່າງໆໄດ້, ສາມາດເຮັດທຸລະກຳໄດ້ທຸກທີ່ທຸກເວລາ, ປອດໄພໂດຍຜ່ານສັນຍານຂອງ Unitel ໃນທົ່ວປະເທດ. ສາມາດນໍາໃຊ້ໄດ້ກັບໂທລະສັບມືຖືທຸກຮູບແບບມືຖື…

ລາວ-ຈີນ ກະກຽມຈັດງານວັນການທ່ອງທ່ຽວພູເຂົາສາກົນ ຄັ້ງທີ 5 ແລະ ກອງປະຊຸມປິ່ນອ້ອມທີ່ ສປປ ລາວ

ລາວ-ຈີນ ກະກຽມຈັດງານວັນການທ່ອງທ່ຽວພູເຂົາສາກົນ ຄັ້ງທີ 5 ແລະ ກອງປະຊຸມປິ່ນອ້ອມທີ່ ສປປ ລາວ

ສປປ ລາວ ແລະ ສປ ຈີນ ໄດ້ມີຄວາມເຫັນເປັນເອກະພາບກັນໃນການຈັດງານ ວັນການທ່ອງທ່ຽວພູເຂົາສາກົນ ຄັ້ງທີ 5 ແລະ ກອງປະຊຸມປິ່ນອ້ອມກ່ຽວຂ້ອງ ທີ່ ສປປ ລາວ, ໂດຍໃນວັນທີ 11 ພຶດສະພາ 2023 ຜູ້ຕາງໜ້າສະຫະພັນການທ່ອງທ່ຽວ ພູເຂົາສາກົນ…