ເດືອນກໍລະກົດ  ສປປ ລາວ ໝົດບັນຫານໍ້າມັນເຊື້ອໄຟຂາດແຄນ

ເດືອນກໍລະກົດ ສປປ ລາວ ໝົດບັນຫານໍ້າມັນເຊື້ອໄຟຂາດແຄນ

ນັບຕັ້ງແຕ່ທ້າຍເດືອນມິຖຸນາເປັນຕົ້ນມາ ລັດຖະບານໄດ້ເຮັດທຸກວິທີທາງເລັ່ງແກ້ໄຂບັນຫານໍ້າມັນຂາດແຄນ ດ້ວຍການອະນຸມັດເງິນຈຳນວນ 200 ລ້ານໂດລາ ເພື່ອນຳເຂົ້ານໍ້າມັນເຊື້ອໄຟ ແລະ ແຈກຈ່າຍສຳເລັດແລ້ວທົ່ວປະເທດລາວ. ເດືອນກໍລະກົດ ເປັນເດືອນທີ່ລາວເຮົາໝົດບັນຫານໍ້າມັນຂາດແຄນ ນັບແຕ່ເໜືອຕະຫລອດໃຕ້ ກໍຄືທົ່ວປະເທດ ບໍ່ວ່າປໍ້ານ້ອຍປໍ້າໃຫຍ່ກໍກັບມາເປີດໃຫ້ກິດຈະການດັ່ງທີ່ເຄີຍມີມາ. ທຸກມື້ນີ້ ພວກເຮົາຈະບໍ່ເຫັນບັນຫາການຮ່າຍນໍ້າມັນໃສ່ຕຸກຂາຍຕາມແຄມທາງ, ບໍ່ມີການລຽນຄິວໃສ່ນໍ້າມັນ ແລະ ບັນຫາອື່ນໆ ທີ່ເຄີຍເກີດໃນໄລຍະເດືອນພຶດສະພາ ຫາທ້າຍເດືອນມິຖຸນາ…

ພູມໃຈໃນທີມຊາດ U19 ສ້າງປະຫວັດສາດໜ້າໃໝ່ໃຫ້ແກ່ຊາດລາວ

ພູມໃຈໃນທີມຊາດ U19 ສ້າງປະຫວັດສາດໜ້າໃໝ່ໃຫ້ແກ່ຊາດລາວ

ໂດຍ: ລູກເມືອງພວນ ກິລາບານເຕະ ເປັນກິລາປະເພດໜຶ່ງທີ່ໄດ້ຮັບຄວາມນິຍົມຊົມຊອບຂອງຄົນຈຳນວນຫຼາຍໃນທົ່ວໂລກ, ອັນເນື່ອງຈາກວ່າກິລາປະເພດນີ້ເປັນກິລາທີ່ມີສິລະປະ ຍຸດທະວິທີການຫລິ້ນທີ່ຫລາກຫລາຍ ດູດດຶງຄວາມສົນໃຈຂອງຄົນທັງໂລກ. ກ່ອນອື່ນໝົດ ກິລານີ້ເປັນກິລາປະເພດຫລິ້ນເປັນທີມ, ມີການວາງແຜນການຕໍ່ສູ້, ມີການວາງຕົວນັກກິລາໃນແຕ່ລະຕຳແໜ່ງຢ່າງເໝາະສົມ, ມີການບຸກ ການຖອຍ ປ້ອງກັນຕົວ ຕາມແຕ່ລະສະຖານະການ, ມີແບບແຜນໃນການວາງເກມຫລິ້ນ…ທັງໝົດນີ້ຢາກເຮັດໄດ້ກໍຍ້ອນມີຄູຝຶກ. ຄູຝຶກມີຄວາມສຳຄັນຫລາຍ, ຖ້າຄູຝຶກມີການວາງແຜນຫຼີ້ນທີ່ດີ, ຮູ້ວາງຕົວນັກກິລາໃນແຕ່ລະຕຳແໜ່ງທີ່ເໝາະສົມ ສົມທົບກັບເຕັກນິກ,…

ການຮັກສາສິ່ງແວດລ້ອມແມ່ນບັນຫາເປັນຕາຍ ຂອງຊາວໂລກ

ການຮັກສາສິ່ງແວດລ້ອມແມ່ນບັນຫາເປັນຕາຍ ຂອງຊາວໂລກ

ໂດຍ: ລູກເມືອງພວນ ສິ່ງແວດລ້ອມໄດ້ກາຍເປັນບັນຫາກວມລວມຂອງທົ່ວໂລກ, ບໍ່ສະເພາະແຕ່ແມ່ນຂອງຊາດໃດຊາດໜຶ່ງເທົ່ານັ້ນ. ຍ້ອນແນວນັ້ນ, ອົງການສະຫະປະຊາຊາດ ຈຶ່ງໄດ້ສ້າງຕັ້ງຄະນະກຳມະການສິ່ງແວດລ້ອມໂລກຂຶ້ນມາ ເພື່ອເຮັດໜ້າທີ່ປຸກລະດົມ, ຂົນຂວາຍ, ປູກຈິດສຳນຶກ, ໂຄສະນາ ແລະ ປົກປັກຮັກສາສິ່ງແວດລ້ອມຂອງໂລກ. ທຸກໆຊາດໃນໂລກຕ້ອງມີພັນທະໃນການປະກອບສ່ວນປົກປັກຮັກສາສິ່ງແວດລ້ອມ. ບັນດາປະເທດ ອຸດສາຫະກຳຍັກໃຫ່ຍ ຂະຫຍາຍຕົວ ແລະ ພັດທະນາແລ້ວ, ໜ້າທີ່ຕົ້ນຕໍໃນການປົກປັກຮັກສາສິ່ງແວດລ້ອມກໍ່ຄືການລົດພາວະເຮືອນແກ້ວ,…

ຜົນສຳເລັດກອງປະຊຸມສະພາແຫ່ງຊາດ ເປັນທີ່ໜ້າພໍໃຈ ແຕ່ຍັງຕ້ອງເບິ່ງກັນໄລຍະຍາວທາງພາກປະຕິບັດ

ຜົນສຳເລັດກອງປະຊຸມສະພາແຫ່ງຊາດ ເປັນທີ່ໜ້າພໍໃຈ ແຕ່ຍັງຕ້ອງເບິ່ງກັນໄລຍະຍາວທາງພາກປະຕິບັດ

ໂດຍ: ທິດກໍ່າ ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ IX ໄດ້ດຳເນີນມາເປັນເວລາ 20 ວັນເຕັມ ເຊິ່ງໄດ້ໄຂຂຶ້ນແຕ່ວັນທີ 13 ມິຖຸນາ ຫາວັນທີ 8 ກໍລະກົດ 2022 ທີ່ຜ່ານມາ ໄດ້ປິດລົງຢ່າງເປັນທາງການ ແລະ ດ້ວຍຜົນສຳເລັດທຸກປະການ….

ສັງຄົມສົນໃຈວ່າເປັນຍ້ອນຫຍັງລາຄາຊື້-ຂາຍ ແກັສຫຸງຕົ້ມຈິ່ງແຕກໂຕນກັນຫລາຍແຕ່ 10.000-40.000 ກີບຕໍ່ຖັງ

ສັງຄົມສົນໃຈວ່າເປັນຍ້ອນຫຍັງລາຄາຊື້-ຂາຍ ແກັສຫຸງຕົ້ມຈິ່ງແຕກໂຕນກັນຫລາຍແຕ່ 10.000-40.000 ກີບຕໍ່ຖັງ

ແກັສຫຸງຕົ້ມເປັນສິນຄ້າໜຶ່ງ ທີ່ນອນຢູ່ໃນລາຍການສິນຄ້າລັດຕ້ອງຄວບຄຸມລາຄາ ຕາມດຳລັດ 474/ນຍ, ຂຶ້ນກັບຂະແໜງການຂອງລັດ ເປັນຜູ້ຄິດໄລ່ໂຄງສ້າງລາຄາສິນຄ້ານັ້ນໆອອກມາເພື່ອໃຫ້ຜູ້ປະກອບການນຳໄປປະຕິບັດ ກໍດັ່ງລາຄານ້ຳມັນເຊື້ອໄຟ ທີ່ຂາຍຢູ່ແຕ່ລະປ້ຳໃນທົ່ວປະເທດແມ່ນລັດເປັນຜູ້ກຳນົດໃຫ້ຕາມໄລຍະທາງຂົນສົ່ງທີ່ແຕກຕ່າງກັນອາດແຕກຕ່າງກັນໂດຍຖືເອົານະຄອນຫລວງວວຽງຈັນເປັນຈຸດສູນກາງ. ໃນກໍລະນີຫາກມີປ້ຳໃດໜຶ່ງມີການລະເມີດຂາຍເກີນລາຄາທີ່ລັດກຳນົດອອກໃນແຕ່ລະໄລຍະ ແມ່ນຈະຖືກປັບໃໝ, ສຶກສາອົບຮົມ, ປິດກິດຈະການຕາມສະຖານຫນັກຫລືເບົາ. ແຕ່ເມື່ອເຮົາມາເບິ່ງລາຄາແກັສຫຸງຕົ້ມ ໃນປັດຈຸບັນນີ້ ປາກົດເຫັນວ່າມີ ລາຄາບໍ່ເປັນເອກະພາບກັນ ຕາມການກຳນົດລາຍການສິນຄ້າ ແລະ ບໍລິການ ທີ່ພາກລັດວາງໄວ້…

ຄວາມເປັນມາ ແລະ ຄວາມສຳຄັນຂອງບຸນເຂົ້າພັນສາ

ຄວາມເປັນມາ ແລະ ຄວາມສຳຄັນຂອງບຸນເຂົ້າພັນສາ

ບຸນເຂົ້າພັນສາ ມີຄວາມສຳຄັນແນວໃດ? ເປັນຫຍັງຈຶ່ງຕ້ອງເຂົ້າພັນສາ?ເປັນຫຍັງພະສົງຕ້ອງຈຳວັດ 3 ເດືອນ? ຊຶ່ງພຸດທະສາສະນິກະຊົນລາວເຮົາລ້ວນຮູ້ດີ ເພາະເປັນວັນສຳຄັນທາງສາສະໜາພຸດ ເປັນວັນທີ່ພະສົງເຖລະວາດ ຈະອະທິດຖານວ່າ ຈະພັກປະຈຳຢູ່ບ່ອນໃດໜຶ່ງຕະຫລາດໜ້າຝົນ 3 ເດືອຮນ ຕາມພະວິໄນບັນຍັດໄວ້ໂດຍບໍ່ໄປຄ້າງຄືນບ່ອນອື່ນນັບແຕ່ແຮມ 1 ຄໍ່າເດືອນ 8 ເຖິງມື້ຂຶ້ນ 15 ຄໍ່າເດືອນ 11….

ສຶກສາ ແບບຢ່າງອັນລ້ຳຄ່າຂອງປະທານສຸພານຸວົງ

ສຶກສາ ແບບຢ່າງອັນລ້ຳຄ່າຂອງປະທານສຸພານຸວົງ

ຜ່ານເສັ້ນທາງການປະຕິວັດປົດປ່ອຍປະເທດຊາດ ຢ່າງລຳບາກ ແລະ ລະອິດລະອ້ຽວ, ປະທານ ສຸພານຸວົງ ໄດ້ເປັນແບບຢ່າງ ແລະປະບົດຮຽນຕົວຈິງອັນລ້ຳຄ່າທີ່ສຸດໃຫ້ແກ່ຄົນຮຸ່ນຫລັງທັງການດຳລົງຊີວິດ ແລະ ການເຄື່ອນໄຫວພາລະກິດວຽກງານຂອງຕົນ ຊຶ່ງທຸກປີເມື່ອເຖິງວັນທີ 13 ກໍລະກົດ ສຳນັກງານກົມກອງທັງສູນກາງ ແລະ ທ້ອງຖິ່ນຕ່າງກໍຈັດຕັ້ງການປາຖະກະຖາ ການເລົ່າມູນເຊື້ອທີ່ດີງາມຂອງເພິ່ນ ທັງຮຽກຮ້ອງໃຫ້ປະຕິບັດຕາມແບບຢ່າງຂອງເພິ່ນ, ແຕ່ຕົວຈິງແລ້ວເກີດຫຍັງໃໝ່ແດ່ ມີອັນໃດແດ່ທີ່ເຮັດໄດ້…

ເມື່ອໃດການປະຕິບັດກົດໝາຍແບບສັກສິດເດັດຂາດ ເມື່ອນັ້ນການສໍ້ລາດບັງຫລວງຈະໝົດໄປ

ເມື່ອໃດການປະຕິບັດກົດໝາຍແບບສັກສິດເດັດຂາດ ເມື່ອນັ້ນການສໍ້ລາດບັງຫລວງຈະໝົດໄປ

ໂດຍ: ທິດກໍ່າ ສຳລັບ ສປປ ລາວ ພວກເຮົາ ກ່າວເຖິງພາລະກິດໃນການຄົ້ນຄວ້າຕົວບົດກົດໝາຍ ເຫັນໄດ້ວ່າອຸດົມສົມບູນຫລາກຫລາຍເກືອບທຸກຂົງເຂດວຽກງານ ສົມກັບຄວາມຫວັງຂອງພັກ ແລະ ລັດຖະບານທີ່ຈະສ້າງໃຫ້ເປັນລັດແຫ່ງກົດໝາຍຢ່າງແທ້ຈິງ. ນອກຈາກມີກົດໝາຍແມ່ທີ່ເປັນຕົວແບບແລ້ວ ຍັງມີນິຕິກຳລຸ່ມກົດໝາຍອື່ນໆ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດໃຫ້ເກີດດອກອອກຜົນ ເປັນຕົ້ນຄຳສັ່ງ, ບົດແນະນຳ ແລະ ບັນດາແຈ້ງການຕ່າງໆ ເພື່ອໃຫ້ອົງກອນ ແລະ…

ປະທານ ສຸພານຸວົງ ກັບພາລະກິດການປະຕິວັດປົດປ່ອຍຊາດ

ປະທານ ສຸພານຸວົງ ກັບພາລະກິດການປະຕິວັດປົດປ່ອຍຊາດ

ທົ່ວພັກ-ທົ່ວປວງຊົນລາວທັງຊາດ ຕ່າງກໍຮູ້ດີວ່າປະທານ ສຸພານຸວົງ ເປັນເຊື້ອເຈົ້າ ແລະ ແມ່ນປັນຍາຊົນຜູ້ໜຶ່ງທີ່ມີນ້ຳໃຈຮັກຊາດອັນດູດດື່ມທີ່ໄດ້ເອົາຊີວິດຕິດພັນກັບພາລະກິດຕໍ່ສູ້ປົດປ່ອຍຊາດແຕ່ຫົວທີ ແລະ ຕະ ຫລອດເຄິ່ງສະຕະວັດທີ່ຜ່ານມາ. ປະທານ ສຸພານຸວົງ ໄດ້ເລີ່ມຈາກນັກຮັກຊາດທີ່ແທ້ຈິງກາຍເປັນນັກປະຕິ ວັດທີ່ກ້າແກ່ນ, ເປັນໜຶ່ງໃນບັນດາຜູ້ນຳທີ່ດີເດັ່ນ ແລະ ເປັນທີ່ເຄົາລົບຮັກຂອງປະຊາຊົນລາວບັນດາເຜົ່າ. ປະທານ ສຸພານຸວົງ ເຄີຍໄດ້ບັນທຶກຄວາມຊົງຈຳເປັນຂໍ້ຄວາມຕອນໜຶ່ງໄວ້ວ່າ: “ສະເພາະຂ້າພະເຈົ້າແລ້ວຕັ້ງແຕ່ອາຍຸ…

ນໍ້າມັນເຊື້ອໄຟພຽງພໍໃຊ້ພາຍໃນປະເທດ​ ເຫດຮ້າຍຕ່າງໆກໍໝົດໄປ

ນໍ້າມັນເຊື້ອໄຟພຽງພໍໃຊ້ພາຍໃນປະເທດ​ ເຫດຮ້າຍຕ່າງໆກໍໝົດໄປ

ຕະຫລອດໄລຍະ ເກືອບ​ 2 ເດືອນ​ ຄືຕັ້ງແຕ່ຕົ້ນເດືອນພຶດສະພາ ຫາ​ ທ້າຍ​ເດືອນມິຖຸນາ​ ທົ່ງສັງຄົມລາວພົບວິກິດການຂາດແຄນນໍ້າມັນ,​ ປະຊາຊົນເດືອດຮ້ອນກັນທຸກຍ່ອມຫຍ້າ,​ ທຸກຂອກແຄແຈຮົ້ວເຕັມໄປດ້ວຍສຽງຈົ່ມວ່າ ຍ້ອນມີຄວາມຫຍຸ້ງຍາກໃນການຊື້ນໍ້າມັນ​ ເຖິງຂັ້ນເອີ່ຍວ່າ ຈະແພງກໍພໍສູ້ໄຫວ ແຕ່ບໍ່ມີນໍ້າມັນໃຫ້ໃສ່ຂໍຍອມ. ໃນໄລຍະທີ່ຂາດແຄນນໍ້າມັນເຊື້ອນັ້ນ ພວກເຮົາໄດ້ເຫັນບັນຫາຕ່າງໆຢ່າງຫລາກຫລາຍ​ ເປັນຕົ້ນແມ່ນຄົນເຫັນແກ່ໂຕບາງຈຳພວກໄດ້ກັກຕຸນນໍ້າມັນ,​ ປໍ້ານໍ້າມັນຂາຍ​ເກີນ​ລາຄາ, ການຮ່າຍຕຸກຂາຍຊະຊາຍ, ບັນຫາຈະລາຈອນແອອັດຍ້ອນລຽນຄິວໃສ່ນໍ້າມັນ,…