ອູແກຣນຮຽກຮ້ອງປະເທດຕາເວັນຕົກກົດດັນຣັດເຊຍຕໍ່ ພາຍຫລັງລົ້ມເຫລວເຈລະຈາຢຸດຍິງ

ການເຈລະຈາສັນຕິພາບຄັ້ງທໍາອິດໃນຮອບ 3 ປີ ລະຫວ່າງຜູ້ແທນຂອງຣັດເຊຍ ແລະ ອູແກຣນ ຢູ່ນະຄອນອິສຕັນບູລ ຂອງຕວກກີ ວັນທີ 16 ພຶດສະພາ ຈົບລົງໂດຍທັງສອງຝ່າຍບໍ່ສາມາດບັນລຸຂໍ້ຕົກລົງຢຸດຍິງໄດ້ ເຖິງວ່າບັນຍາກາດການເຈລະຈາເປັນເວລາເກືອບ 2 ຊົ່ວໂມງຈະເປັນໄປດ້ວຍດີ ຂະນະທີ່ທັງສອງປະເທດຕົກລົງຈະແລກປ່ຽນສະເລີຍເສິກ 1,000 ຄົນ ຈາກແຕ່ລະຝ່າຍ.
ແຫລ່ງຂ່າວໃນລັດຖະບານອູແກຣນເປີດເຜີຍວ່າ: ຝ່າຍຣັດເຊຍໄດ້ຍື່ນເງື່ອນໄຂໃໝ່ທີ່ບໍ່ສາມາດຍອມຮັບໄດ້ ເພື່ອແລກກັບການບັນລຸຂໍ້ຕົກລົງຢຸດຍິງ ເຊິ່ງລວມທັງການໃຫ້ອູແກຣນຖອນທະຫານອອກຈາກດິນແດນສ່ວນໃຫຍ່ທີ່ຣັດເຊຍຢຶດຄອງ.
ພາຍຫລັງການເຈລະຈາ, ປະທານາທິບໍດີ ໂວໂລດິເມຍ ເຊເລນສະກີ ໄດ້ໂທລະສັບເຈລະຈາກັບປະທານາທິບໍດີ ໂດນັລ ທຣໍາ ແລະ ຜູ້ນໍາຝຣັ່ງ, ເຢຍລະມັນ ແລະ ໂປໂລຍ ໂດຍທ່ານ ເຊເລນສະກີ ຮຽກຮ້ອງໃຫ້ປະເທດຕາເວັນຕົກ ຍັງຮັກສາມາດຕະການຂວ້ຳບາດທີ່ເຂັ້ມງວດເພື່ອກົດດັນຣັດເຊຍຕໍ່ໄປ ຖ້າຣັດເຊຍປະຕິເສດຈະຢຸດຍິງ.
ທ່ານ ເຄຍ ສະຕາຣເມີ ນາຍົກລັດຖະມົນຕີອັງກິດ ກ່າວວ່າ: ຈຸດຢືນຂອງຣັດເຊຍຍອມຮັບບໍ່ໄດ້ ແລະ ຜູ້ນໍາເອີຣົບ, ອູແກຣນ ແລະ ອາເມລິກາ ກໍາລັງປັບແນວທາງຕອບຮັບຕໍ່ທ່າທີຂອງຣັດເຊຍ.
ຂະນະທີ່ທ່ານ ເອີຊູລາ ຟອນ ແດຣ ໄລເອິນ ປະທານຄະນະກໍາມາທິການເອີຣົບ ກ່າວວ່າ: ສະຫະພາບເອີຣົບກໍາລັງດໍາເນີນການພິຈາລະນາມາດຕະການຂວ້ຳບາດຊຸດໃໝ່ຕໍ່ມົດສະກູ.
ທ່ານ ຣຸສເຕມ ອູເມຣອບ (Rustem Umerov) ລັດຖະມົນຕີກະຊວງປ້ອງກັນປະເທດອູແກຣນ ເຊິ່ງເປັນຜູ້ນໍາຄະນະຜູ້ແທນເຈລະຈາຂອງອູແກຣນ ກ່າວວ່າ: ການແລກປ່ຽນສະເລີຍເສິກຈະເກີດຂຶ້ນໃນມໍ່ໆນີ້, ແຕ່ບໍ່ໄດ້ລະບຸວັນເວລາທີ່ແນ່ນອນ ແລະ ຮຽກຮ້ອງໃຫ້ການເຈລະຈາໃນຂັ້ນຕໍ່ໄປ ຄວນເປັນການເຈລະຈາໂດຍກົງລະຫວ່າງທ່ານ ເຊເລນສະກີ ແລະ ປະທານາທິບໍດີ ວະລາດິເມຍ ປູຕິນ.
ຂະນະທີ່ທ່ານ ວະລາດິເມຍ ເມດິນສະກີ ຜູ້ຊ່ວຍຂອງທ່ານ ປູຕິນ ແລະ ຫົວໜ້າຄະນະເຈລະຈາຂອງຣັດເຊຍ ກ່າວວ່າ: ຝ່າຍຣັດເຊຍໄດ້ຮັບຮູ້ຄໍາຂໍຂອງອູແກຣນ ແລະ ຊີ້ວ່າ: ຄະນະຜູ້ແທນຂອງຣັດເຊຍສະແດງຄວາມເພິ່ງພໍໃຈຕໍ່ການເຈລະຈາ ແລະ ພ້ອມຈະມີການຕິດຕໍ່ລະຫວ່າງທັງສອງຝ່າຍຕໍ່ໄປ.
ອ້າງອີງ:

