ທ່ານ ທຣໍາ ເຈລະຈາໂດຍກົງກັບທ່ານ ປູຕິນ ຊີ້ຣັດເຊຍ ແລະ ອູແກຣນຈະເລີ່ມຕົ້ນເຈລະຈາຢຸດຍິງ ແລະ ຢຸດສົງຄາມທັນທີ

           ປະທານາທິບໍດີ ໂດນັລ ທຣໍາ ຂອງອາເມລິກາ ໂພສຂໍ້ຄວາມຜ່ານ Truth Social ວັນທີ 19 ພຶດສະພາ ປະກາດວ່າໄດ້ໂທລະສັບເຈລະຈາກັບປະທານາທິບໍດີ ວະລາດິເມຍ ປູຕິນ ຂອງຣັດເຊຍ ເປັນເວລາກວ່າ 2 ຊົ່ວໂມງ ແລະ ຊີ້ວ່າຣັດເຊຍ ແລະ ອູແກຣນຈະເລີ່ມຕົ້ນການເຈລະຈາຢຸດຍິງ ແລະ ຢຸດສົງຄາມໃນທັນທີ.

           ໂດຍທ່ານຍັງກ່າວວ່າ: ໄດ້ແຈ້ງເລື່ອງການເຈລະຈາຢຸດຍິງດັ່ງກ່າວເຖິງປະທານາທິບໍດີ ໂວໂລດິເມຍ ເຊເລນສກີ ຂອງອູແກຣນ ລວມທັງຜູ້ນໍາສະຫະພາບເອີຣົບ,  ຝຣັ່ງ, ອິຕາລີ, ເຢຍລະມັນ ແລະ ແຟງລັງແລ້ວ ໃນລະຫວ່າງກອງປະຊຸມສາຍຫລັງຈາກຫາລືກັບທ່ານ ປູຕິນ.

         ປະກາດຂອງທ່ານ ທຣໍາ ມີຂຶ້ນຫລັງຈາກຜູ້ແທນລະດັບສູງຂອງຣັດເຊຍ ແລະ ອູແກຣນຮ່ວມເຈລະຈາຢູ່ນະຄອນອິສຕັນບູລຂອງຕວກກີໃນຕົ້ນອາທິດຜ່ານມາ ເຊິ່ງຝ່າຍອູແກຣນກ່າວວ່າ: ຣັດເຊຍໄດ້ຍື່ນເງື່ອນໄຂໃໝ່ທີ່ບໍ່ສາມາດຍອມຮັບໄດ້ ເພື່ອແລກກັບການບັນລຸຂໍ້ຕົກລົງຢຸດຍິງ ເຊິ່ງລວມທັງການໃຫ້ອູແກຣນຖອນທະຫານອອກຈາກດິນແດນສ່ວນຫລາຍທີ່ຣັດເຊຍຍຶດຄອງ.

ອ້າງອີງ: