ໄຟອຳນາດເປ່ເພ ຂາດການສ້ອມແປງ ແລະ ແກ້ໄຂ ບໍ່ແມ່ນການປິດເພື່ອທົດລອງຈະລາຈອນແອອັດ
ໂດຍ: ລູກເມືອງພວນ ຫລາຍເດືອນຜ່ານມານີ້ ປາກົດເຫັນໄຟສັນຍານຈະລາຈອນຢູ່ຕາມ 3 ແຍກ, 4 ແຍກ ທົ່ວນະຄອນຫລວງ ວຽງຈັນ ປິດໝົດ ຫຼື ເປ່ເພໝົດກໍບໍ່ຮູ້, ຍັງເຫລືອພຽງແຕ່ໄຟສັນຍານສີເຫລືອງທີ່ຍັງກະພິບກະພິບຢູ່, ແຕ່ບາງບ່ອນກໍບໍ່ມີເລີຍ ເຊິ່ງໜັງສືພິມລາວພັດທະນາໄດ້ນຳສະເໜີໃຫ້ສັງຄົມມີສະຕິລະມັດລະວັງໃນການໃຊ້ລົດໃຊ້ຖະໜົນ ແລະ ສ່ອງແສງເຖິງເຈົ້າໜ້າທີ່ພາກສ່ວນກ່ຽວຂ້ອງເລື້ອຍມາ. ເຮັດໃຫ້ຫລາຍຄົນເວົ້າບໍ່ເປັນທາງການວ່າ “ບໍ່ແມ່ນມັນເປ່ເພ…










