ການສໍ້ລາດບັງຫລວງ ເກີດຈາກຄົນບາງກຸ່ມ ແຕ່ເດືອດຮ້ອນກັນຖ້ວນໜ້າ
ໂດຍ: ທິດກໍ່າ ຫາກຕັ້ງໂຈດກັນວ່າ: ບັນຫາການສໍ້ລາດບັງຫລວງຢູ່ວົງການສັງຄົມລາວທີ່ຍັງເປັນພະຍາດຊຳເຮື້ອຕິດແປດມາຮອດທຸກວັນນີ້ມັນມີຕົ້ນເຫດມາຈາກບາງສະຫາຍ, ບາງຄົນ ແລະ ບາງກຸ່ມຄົນທີ່ສັງກັດຢູ່ໃນບາງກົມກອງທ້ອງຖິ່ນ ນັບແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນ. ໃນບາງບຸກຄົນ ແລະ ກຸ່ມຄົນທີ່ໄດ້ກ່າວມານີ້ ຕົວຈິງມັນກໍນອນຢູ່ໃນອົງຄະນະພັກ, ເປັນສະມາຊິກພັກພະນັກງານຫລັກແຫລ່ງການນຳພາຜູ້ທີ່ມີຖານະຕຳແໜ່ງ, ມີສິດອຳນາດໃນກົມກອງນັ້ນໆເປັນຜູ້ພາເຮັດພາທຳ ຫາກບໍ່ແມ່ນພະນັກງານທົ່ວໄປແຕ່ປະການໃດ ຫລື ຖ້າແມ່ນພວກເຂົາເຮັດກໍຕ້ອງໄດ້ຮັບຄຳສັ່ງຊີ້ນຳບັນຊາການຈາກຫົວໜ້າໃນຮູບການສໍ້ລາດບັງຫລວງ ແບບນີ້ເຂົາເອີ້ນວ່າ: ພ້ອມກັນໂກງກິນແບບທີມງານເປັນໝູ່ຄະນະ ຫລືວ່າ…










