ກະເປົາແບນດັງ Balenciaga 2,145 ໂດລາ ອອກແບບຄ້າຍຄືກັບກະເປົາຊອບປິ້ງ

ປີກາຍນີ້ ກະແສກະເປົາສາຍລູ້ງແບນດັງ ໄດ້ອອກໂຕຢູ່ໃນເຄັດວອກມາແລ້ວ ມື້ນີ້ກະເປົາແບນດັງ Balenciaga ຍັງຄົງເນັ້ນຄວາມໃຫຍ່ ສົ່ງຄໍເລັກຊັ້ນລ່າສຸດ ທີ່ເບີ່ງຈັ່ງໃດກໍ່ຄື ຖົງກະເປົາຊອບປິ້ງ ໃນຫ້າງຊັບພະສິນຄ້າ Ikea

ກະເປົາ Balenciaga
ກະເປົາ Balenciaga

ກະເປົາ Balenciaga ສ້າງຄວາມຮືຮາເມື່ອໄດ້ເປີດຕົວໃນເຟຊັ້ນ Men’s Spring 2017 ພາຍໄຕ້ຄອນເຊັບ ທັນສະໃຫມ ບວກກັບມຸມອງໃນການນຳສະເຫນີສິ່ງໃຫມ່ຯ. ກະເປົາເປັນກະເປົາພາຍໃຫຍ່ ສີຟ້າສົດໃສ, ແຕ່ເຖີງຈັ່ງໃດກໍ່ຕາມກະເປົາກໍ່ມີລັກສະນະຄ້າຍຄືກັບກະເປົາໃນຫ້າງຊັບພະສິນຄ້າ ແຕ່ສິ່ງຫນຶ່ງທີ່ບໍ່ຄື ແລະ ແຕກຕ່າງທີ່ສຸດແມ່ນລາຄາ. ໃນຂະນະທີ່ກະເປົາຫ້າງ Ikea ທີ່ເຮັດຈາກຢາງທີ່ຜະລິດຈາກຢາງຖິມໄປແລ້ວ ( ຣີໄຊເຄີ້ນ ) ມີລາຄາພຽງແຕ່ 8000 ກີບ ແຕ່ຖົງກະເປົາ Balenciaga ທີ່ເຮັດດ້ວຍຫນັງແບບຫລູຫລາ ມີລາຄາປະມານ 17,500,000 ກີບ

ກະເປົາ Ikea