ການຈອດລົດເທິງທາງຍ່າງ ທີ່ເປັນບັນຫາຊຳເຮື້ອ ທີ່ສ້າງຜົນກະທົບຕໍ່ປະຊາຊົນຜູ້ທຽວທາງ ແລະ ສ້າງຄວາມເຂົ້າໃຈຜິດແກ່ນັກທ່ອງທ່ຽວ

ການຈອດລົດເທິງທາງຍ່າງ ທີ່ເປັນບັນຫາຊຳເຮື້ອ ທີ່ສ້າງຜົນກະທົບຕໍ່ປະຊາຊົນຜູ້ທຽວທາງ ແລະ ສ້າງຄວາມເຂົ້າໃຈຜິດແກ່ນັກທ່ອງທ່ຽວ

ບັນຫາການຈອດລົດເທິງທາງຍ່າງ ເປັນບັນຫາຊຳເຮື້ອມາຍາວນານ ເປັນບັນຫາທີ່ຖືກສ່ອງແສງຈາກສັງຄົມເປັນຈຳນວນຫລາຍໃນຕະຫລອດໄລຍະຜ່ານມາ ທັງນີ້ກໍເນື່ອງມາຈາກພວກເຂົາໄດ້ຮັບຄວາມເດືອດຮ້ອນ, ສ້າງຄວາມຫຍຸ້ງຍາກເວລາຍ່າງ, ມີຄວາມບໍ່ປອດໄພ ແລະ ຄວາມບໍ່ຈົບງາມໃຫ້ແກ່ຕົວເມືອງ. ຖ້າເວົ້າເຖິງບັນຫານີ້ແລ້ວເຮົາມັກຈະເວົ້າເຖິງການຖືເບົາເວົ້າຄວາມງ່າຍ ແລະ ການບໍ່ພິຈາລະນາຄົ້ນຄິດຖີ່ຖ້ວນເປັນບົດພິສູດທີ່ສາມາດຊີ້ໃຫ້ເຫັນຄວາມຜິດພາດຂອງພາກສ່ວນກ່ຽວຂ້ອງລວມທັງບັນດານັກຂັບຂີ່ລົດທັງຫລາຍ ຊຶ່ງຄວາມຈິງແລ້ວທຸກການກໍ່ສ້າງ ເພື່ອການນຳໃຊ້ ດັ່ງທາງຍ່າງ ຊຶ່ງຄໍາວ່າ ທາງຍ່າງ ບໍ່ຈຳເປັນອະທິບາຍ ພຽງແຕ່ຊື່ກໍຮູ້ແລ້ວ, ແຕ່ບັນຫາ ການນໍາໃຊ້ຜົນປະໂຫຍດຈາກມັນຖືກເປົ້າໝາຍໜ້ອຍຫລາຍສໍ່າໃດ…

ອີງໃສ່ທ່າແຮງປະເທດຊາດ ພັດທະນາເສດຖະກິດໃຫ້ເຂັ້ມແຂງ

ອີງໃສ່ທ່າແຮງປະເທດຊາດ ພັດທະນາເສດຖະກິດໃຫ້ເຂັ້ມແຂງ

ໂດຍ: ລູກເມືອງພວນ ລາວເປັນປະເທດນ້ອຍດ້ອຍພັດທະນາ ແຕ່ມີເນື້ອທີ່ດິນທີ່ກວ້າງໃຫຍ່ໄພສານ ແລະ ອຸດົມສົມບູນໄປດ້ວຍຊັບໃນດິນສິນໃນນໍ້າ ອັນເປັນເງື່ອນໄຂທີ່ເອື້ອອຳນວຍໃຫ້ແກ່ການສ້າງສາພັດທະນາປະເທດຊາດໄດ້ເປັນຢ່າງດີ ເມື່ອທຽບໃສ່ພົນລະເມືອງ. 2/3 ເນື້ອທີ່ຂອງປະເທດ ເປັນພູຜາປ່າດົງຢູ່ທາງພາກເໜືອຂອງລາວ ທີ່ເຕັມໄປດ້ວຍສັດສາວາສິ່ງນານາຊະນິດ, ມີຮາກໄມ້ໃບຫຍ້າທີ່ເປັນຢາປົວພະຍາດຊັ້ນຍອດ ຕະຫຼອດຮອດແມ່ນໍ້າລຳເຊກໍຫຼາກຫຼາຍ ຊຶ່ງເປັນແຫຼ່ງສ້າງພະລັງງານໄຟຟ້ານໍ້າຕົກທີ່ມະຫາສານ, ຢູ່ພື້ນດິນກໍເຕັມໄປດ້ວຍແຮ່ທາດຕ່າງໆ ເຊັ່ນ: ບໍ່ຄຳ, ບໍ່ຊືນ, ກົ່ວ,…

7 ເຕັກນິກຮ້ອງເງິນເດືອນສູງໆ ຕ້ອງຮູ້ມູນຄ່າໂຕເອງໃນວຽກ ແລະ ເວລາຄວນຈະເວົ້າ.

7 ເຕັກນິກຮ້ອງເງິນເດືອນສູງໆ ຕ້ອງຮູ້ມູນຄ່າໂຕເອງໃນວຽກ ແລະ ເວລາຄວນຈະເວົ້າ.

     ໃນໄລຍະເສດຖະກິດຖົດຖອຍ ແຕ່ເຮົາຍັງເຮັດວຽກເທົ່າເກົ່າ ຫລື ອາດຈະໜັກຂຶ້ນຕື່ມ ຈະມີວິທີລົມເລື່ອງເງິນເດືອນເມື່ອສະໝັກວຽກໄດ້ແນວໃດແດ່ ? ຫລາຍຄົນທີ່ກຳລັງຊອກວຽກໃໝ່ໃນຕຳແໜ່ງລະດັບຜູ້ຈັດການຂຶ້ນໄປທີ່ໄດ້ເງິນເດືອນສູງຂຶ້ນ ຫລື ບາງຄົນຫາກໍຮຽນຈົບແຕ່ກໍຢາກໄດ້ຕຳແໜ່ງສູງໆ ເງິນເດືອນສູງໆ ໄລຍະນີ້ມີຄຳຖາມຫລາຍເປັນພິເສດກ່ຽວກັບການຕໍ່ລອງເງິນເດືອນໃນສະຖານະການແບບນີ້ ຄົງເປັນໄລຍະທີ່ຫລາຍຄົນຍື່ນເອກະສານສະໝັກງານໄປແລ້ວ ແລະ ໄດ້ການຕອບຮັບມາແລ້ວ, ແຕ່ຈະລົມເລື່ອງເງິນແນວໃດດີ ມື້ນີ້ພວກເຮົາມີບາງເຕັກນິກ ແລະ ວິທີຄິດດີໆມາແນະນຳບັນດາທ່ານ….

ລັດວິສາຫະກິດ​ມີແຕ່ຫລຸບທຶນ​ ສ້າງພາລະໜີ້ສິນໃຫ້ລັດຖະບານ

ລັດວິສາຫະກິດ​ມີແຕ່ຫລຸບທຶນ​ ສ້າງພາລະໜີ້ສິນໃຫ້ລັດຖະບານ

ໂດຍ: ທິດກໍ່າ ນັບແຕ່ປະເທດຊາດຂອງພວກເຮົາໄດ້ມີການປ່ຽນແປງໃໝ່ ໂດຍສະເພາະການປະຕິຮູບດ້ານເສດຖະກິດແຕ່ປີ 1986 ເປັນຕົ້ນມາ ການເປີດກວ້າງການລົງທຶນກໍນັບມື້ນັບຫລາຍຂຶ້ນໃນແຕ່ລະປີ, ໃນນີ້ກໍມີທັງພາຍໃນ ແລະ ຕ່າງປະເທດໄດ້ມີການລົງທຶນຢ່າງຫລວງຫລາຍ ອັນເປັນການສົ່ງເສີມ ແລະ ຊຸກຍູ້ເສດຖະກິດລາວໃຫ້ເຕີບໃຫຍ່ຂະຫຍາຍຕົວເປັນກ້າວໆມາ. ຈາກປັດໄຈດັ່ງກ່າວ ໄດ້ມີຫລາຍພາກສ່ວນເສດຖະກິດປາກົດຕົວຂຶ້ນປານດອກເຫັດ. ບັນດາຫົວໜ່ວຍເສດຖະກິດທຸລະກິດຕ່າງໆທີ່ໄດ້ກຳເນີດເກີດຂຶ້ນນັ້ນ ກໍໄດ້ແກ່ເສດຖະກິດຂອງລັດ ຫລື ເອີ້ນວ່າ ລັດວິສາຫະກິດ,…

ຢາເສບຕິດ ໜຶ່ງໃນອະບາຍະມຸກ ທີ່ອັນຕະລາຍເບື່ອເມົາສັງຄົມ

ຢາເສບຕິດ ໜຶ່ງໃນອະບາຍະມຸກ ທີ່ອັນຕະລາຍເບື່ອເມົາສັງຄົມ

“ອະບາຍະມຸກ” ຄຳນີ້ຫລາຍທ່ານຮູ້ດີເມື່ອໃດທີ່ເຮົາຢູ່ໃນວັງວົນຂອງມັນ ລ້ວນແຕ່ຈິບຫາຍວາຍວອດ ແລະ ການຍົກບັນຫານີ້ເພື່ອບໍ່ຢາກໃຫ້ໃຜຕົກລົງຂຸມຂອງຄວາມຈິບຫາຍ ແລະ ສຸດທ້າຍຊີວິດຈະເລີນເມື່ອເຮົາກັບໃຈ ໄວ ທັນ ແລະ ເຕັມໄປດ້ວຍຄວາມຫວັງ. ບັນຫາຢາເສບຕິດ ເປັນໜຶ່ງໃນປາກົດການຫຍໍ້ທໍ້ໃນສັງຄົມ ແລະ ເປັນໜຶ່ງໃນອະບາຍະມຸກທີ່ຜິດກົດໝາຍມັນໄດ້ສ້າງຄວາມຈິບຫາຍໃຫ້ທັງຜູ້ພົວພັນກັບມັນ, ຄອບຄົວ ແລະ ສັງຄົມມາແລ້ວ, ມັນເປັນເປັນພິດໄພຕໍ່ ການພັດທະນາແທ້ໆ….

ເຕືອນໄພ ! ລະວັງຕົກເປັນເຫຍື່ອກຸ່ມຄົນຫລອກລວງທາງອອນລາຍ

ເຕືອນໄພ ! ລະວັງຕົກເປັນເຫຍື່ອກຸ່ມຄົນຫລອກລວງທາງອອນລາຍ

ປັດຈຸບັນນີ້ເກີດມີການສໍ້ໂກງຊັບກັນທາງອອນລາຍມີຫລາຍຮູບແບບ ຈະຍົກຕົວຢ່າງໃຫ້ເຫັນ 3 ຮູບແບບຄື: 1. ການຕັ້ງເພຈຂາຍເຄື່ອງຕ່າງໆໂດຍການໂພສຮູບສິນຄ້າຕ່າງໆ ທັງໆທີ່ຜູ້ກ່ຽວບໍ່ມີເຄື່ອງຢູ່ຈິງ ເປັນການຕົວະໃຫ້ຄົນຫລົງເຊື່ອແລ້ວໂອນເງິນເພື່ອສັ່ງຊື້ສິນຄ້າ ແຕ່ສຸດທ້າຍບໍ່ໄດ້ສິນຄ້າຈາກແມ່ຄ້າ ຊ້ຳບໍ່ໜ້ຳຖືກແມ່ຄ້າບັອກຊ່ອງທາງການຕິດຕໍ່ທຸກທາງທີ່ເຄີຍຕິດຕໍ່ກັບແມ່ຄ້າ ສຸດທ້າຍບໍ່ໄດ້ເງິນທີ່ໂອນໄປນັ້ນຄືນ. 2. ການສ້າງເພຈເປັນສະຖາບັນການເງິນປ່ອຍສິນເຊືອໂດຍດອກເບ້ຍຕ່ຳສ້າງຄວາມຈູງໃຈໃຫ້ຜູ້ທີ່ເດືອດຮ້ອນມີຄວາມຈຳເປັນຕ້ອງໃຊ້ເງິນເພື່ອແກ້ໄຂຄວາມຫຍຸ້ງຍາກຂອງຊີວິດ ຊ້ຳພັດມາຕົກຫລຸມກົນໂກງຂອງຄົນບໍ່ດີ ຈາກທີ່ຈົນຢູ່ແລ້ວພັດມາຈົນເພີ່ມ ຍ້ອນຫລົງເຊື່ອກົນອຸບາຍທີ່ພວກເຂົາອຸປະໂຫລກຂຶ້ນມາ. ວິທີການຂອງຄົນກຸ່ມນີ້ແມ່ນຕົວະໃຫ້ຜູ້ທີ່ສົນໃຈຈະກູ້ເງິນຕ້ອງປະກອບເອກະສານເພື່ອຂໍກູ້ເງິນແລ້ວສົ່ງໄປໃຫ້ສະຖານບັນທີ່ເຂົາສ້າງຂຶ້ນມາ (ບໍ່ມີຕົວຕົນຢູ່ຈິງ) ແລ້ວແນະນຳວິທີການຄື: ທ່ານສາມາດກູ້ໄດ້ສູງສຸດ…

ພະລັງຄວາມສາມັກຄີຄືພະລັງແຫ່ງການຜ່ານຜ່າຄວາມຫຍຸ້ງຍາກ

ພະລັງຄວາມສາມັກຄີຄືພະລັງແຫ່ງການຜ່ານຜ່າຄວາມຫຍຸ້ງຍາກ

ພາລະກິດປົກປັກຮັກສາ, ສ້າງສາ ແລະ ພັດທະນາປະເທດຊາດ ເປັນພັນທະໜ້າທີ່ລວມຂອງຄົນລາວທັງຊາດ ປະເທດຊາດຈະໝັ້ນຄົງ, ເສດຖະກິດ-ສັງຄົມ ຈະພັດທະນາ ລ້ວນແຕ່ຂຶ້ນກັບຄວາມສາມັກຄີ, ຄວາມເປັນຈິດໜຶ່ງໃຈດຽວຂອງປະຊາຊົນລາວບັນດາເຜົ່າ. ພວກເຮົາມີມູນເຊື້ອທີ່ດີເລີດຄືສາມັກຄີ ແລະ ພ້ອມກັນເສຍສະລະຜົນປະໂຫຍດສ່ວນຕົວຕໍ່ສູ້ປົດປ່ອຍຊາດ ຊຶ່ງນີ້ຄືກໍາລັງແຮງສັງລວມທີ່ມະຫາສານສາມາດເຮັດໃຫ້ປະເທດຊາດໄດ້ຮັບການປົດປ່ອຍຢ່າງສົມບູນໃນປີ 1975 ແລ້ວສ້າງຕັ້ງສາທາລະນະລັດ ປະຊາທິປະ ໄຕ ປະຊາຊົນລາວ. ພາຍຫລັງປະເທດຊາດໄດ້ຮັບການປົດປ່ອຍຢ່າງສົມບູນແລ້ວ…

ຮ່ວມໃຈສາມັກຄີເປັນພະລັງຜ່ານພົ້ນວິກິດທີ່ມາຂັດຂວາງທຳລາຍປະເທດຊາດ

ຮ່ວມໃຈສາມັກຄີເປັນພະລັງຜ່ານພົ້ນວິກິດທີ່ມາຂັດຂວາງທຳລາຍປະເທດຊາດ

ໂດຍ: ທິດກໍ່າ ເປັນເວລ 3 ປີທີ່ປະເທດຊາດ ກໍຄືປະຊາຊົນລາວບັນດາເຜົ່າໃນທົ່ວປະເທດໄດ້ປະສົບບັນຫາວິກິດກັບໂຄວິດ-19 ມາຂັດຂວາງ, ກົດໜ່ວງ, ທຳລາຍຄວາມສະຫງົບປອດໄພ ແລະ ລະບົບເສດຖະກິດແຫ່ງຊາດ. ໃນໄລຍະດັ່ງກ່າວ ປະເທດຊາດຂອງພວກເຮົາໄດ້ຮັບຜົນກະທົບຢ່າງໃຫຍ່ຫລວງຕໍ່ລະບົບເສດຖະກິດ ມີຫລາຍຂະແໜງການ ເປັນຕົ້ນພາກການທ່ອງທ່ຽວ, ໂຮງແຮມ, ຮ້ານອາຫານ, ການບໍລິການກິນດື່ມ ໄດ້ເສຍລາຍຮັບໄປຫລາຍພັນຕື້ກີບ. ດ້ານການສຶກສາກໍຕ້ອງໄດ້ປິດການຮຽນ-ການສອນຂອງລູກຫລານໄປເປັນເວລາຫລາຍເດືອນ….

ຢາກໃຫ້ເສດຖະກິດຂັບເຄື່ອນໄວ ຕ້ອງເອົາບຸກຄະລາກອນເປັນປັດໄຈຕົວຊີ້ວັດ

ຢາກໃຫ້ເສດຖະກິດຂັບເຄື່ອນໄວ ຕ້ອງເອົາບຸກຄະລາກອນເປັນປັດໄຈຕົວຊີ້ວັດ

ໂດຍ: ທິດກໍ່າ ໃນກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ IX ໜຶ່ງໃນບັນຫາທີ່ຍົກຂຶ້ນມາເປັນປະເດັນນັ້ນ ກໍແມ່ນບຸກຄະລາກອນ. ອັນສາເຫດກໍຍ້ອນວ່າ ບຸກຄະລາກອນເປັນປັດໄຈອັນສຳຄັນຕົ້ນຕໍໃນການຂັບເຄື່ອນເສດຖະກິດ ກໍຄືການສ້າງສາພັດທະນາປະເທດຊາດ, ປະເທດຊາດຈະກ້າວໜ້າ ທັນສະໄໝກໍແມ່ນບຸກຄະລາກອນ ຫລືວ່າ ຄົນ ເປັນຂອດຕັດສິນຊີ້ຂາດ. ເໝືອນດັ່ງປັດຊະຍາວັດຖຸນິຍົມປະຫວັດສາດໄດ້ກ່າວໄວ້ວ່າ: “ຄົນເປັນຜູ້ສ້າງປະຫວັດສາດ”. ເພາະສະນັ້ນ, ການປະຕິບັດໜ້າທີ່ການເມືອງ…

ເງິນກີບລາວເຮົາຈະແຂງຄ່າກໍຕ້ອງອາໄສຄວາມເປັນເຈົ້າຂອງປວງຊົນລາວທັງຊາດ

ເງິນກີບລາວເຮົາຈະແຂງຄ່າກໍຕ້ອງອາໄສຄວາມເປັນເຈົ້າຂອງປວງຊົນລາວທັງຊາດ

ບັນຫາເງິນກີບອ່ອນຄ່າແມ່ນເລີ່ມເປັນມາໄດ້ຫລາຍທົດສະວັດແລ້ວ ສາເຫດກໍຍ້ອນໃນປະຫວັດສາດຜ່ານມາ ຄົນລາວປະເທດລາວຂອງພວກເຮົາສ່ວນໃຫຍ່ເປັນປະເທດທີ່ມີກຳລັງຊື້-ຂາຍຫລາຍກວ່າກຳລັງການຜະລິດ ໝາຍວ່າຄົນລາວເຮົາເປັນຄົນມັກຊື້ຫລາຍກວ່າມັກຜະລິດ ເພື່ອເປັນສິນຄ້າທີ່ຫລາກຫລາຍສົ່ງຂາຍໄປຍັງຕ່າງປະເທດ. ຍົກຕົວຢ່າງໃນຫລາຍຮ້ອຍປີຜ່ານມາ ປະເທດລາວຄົນລາວເຮົາມີການອາໄສແຕ່ສິນຄ້າຂອງໄທເປັນຫລັກຈົນວ່າປະເທດລາວຂອງພວກເຮົາກາຍເປັນຕະຫລາດຈຳໜ່າຍສິນຄ້າລາຍໃຫຍ່ໃຫ້ປະເທດໄທ. ໃນເມື່ອບໍ່ມີການຜະລິດສິນຄ້າທີ່ຫລາກຫລາຍ ເພື່ອສົ່ງອອກໄປຂາຍຢູ່ຕ່າງປະເທດແລ້ວກໍຍິ່ງເຮັດໃຫ້ການນຳເຂົ້າສິນຄ້າຈາກພາຍນອກຫລາຍກວ່າການສົ່ງອອກ ສຸດທ້າຍມາກໍມີການຂາດດູນຢ່າງຫລວງຫລາຍ ດັ່ງທີ່ເຄີຍມີ ແລະ ເຄີຍເຫັນໃນຫລາຍໆປີຜ່ານມາ. ນີ້ຄືເຫດຜົນໜຶ່ງທີ່ເຮັດໃຫ້ເງິນກີບລາວອ່ອນຄ່າ. ສ່ວນເຫດຜົນອັນທີສອງກໍແມ່ນຍ້ອນຄົນລາວເຮົາເອງພາກັນຫັນໄປນິຍົມຊົມຊອບເງິນຕາຕ່າງປະເທດເກີນໄປ ໂດຍສະເພາະແມ່ນເງິນບາດໄທກັບເງິນໂດລາສະຫະລັດ. ອັນນີ້ມັນກໍເປັນສິ່ງທີ່ແນ່ນອນຢ່າງປະຕິເສດບໍ່ໄດ້ວ່າ ໃນເມື່ອເງິນກີບລາວອ່ອນຄ່າ ໃຜກໍບໍ່ຢາກຄອບຄອງຊົມໃຊ້ ຍ້ອນມັນບໍ່ມີຄວາມໝັ້ນຄົງ….