ຫວຽດນາມເລັ່ງເຈລະຈາອາເມລິກາ ຫວັງຫລີກລ່ຽງພາສີນໍາເຂົ້າສູງເຖິງ 46% ກະທົບເສດຖະກິດ

ຫວຽດນາມ ແລະ ອາເມລິກາ ເລີ່ມການເຈລະຈາລະດັບລັດຖະມົນຕີໂດຍກົງເປັນຄັ້ງທໍາອິດໃນວັນທີ 16 ພຶດສະພາ ເພື່ອຫາທາງຫລີກລ່ຽງພາສີນໍາເຂົ້າທີ່ອາເມລິກາອາດຈະເກັບຈາກສິນຄ້ານໍາເຂົ້າຈາກຫວຽດນາມໃນອັດຕາສູງເຖິງ 46% ເຊິ່ງອາດກະທົບຢ່າງໜັກຕໍ່ເສດຖະກິດຂອງຫວຽດນາມທີ່ອາໄສການສົ່ງອອກໄປອາເມລິກາເປັນຫລັກ.
ກະຊວງການຄ້າຫວຽດນາມເປີດເຜີຍວ່າ: ການເຈລະຈາເກີດຂຶ້ນຢູ່ເກາະເຊຈູ ສ.ເກົາຫລີ ພາຍຫລັງກອງປະຊຸມລັດຖະມົນຕີການຄ້າເອເປັກ (APEC) ຄັ້ງທີ 31 ແລະ ສະທ້ອນຄວາມຕັ້ງໃຈຂອງທັງສອງປະເທດໃນການຮັກສາການພົວພັນທາງເສດຖະກິດ ແລະ ການລົງທຶນໃຫ້ໝັ້ນຄົງຕໍ່ໄປ.
ການເຈລະຈານີ້ເປັນຜົນມາຈາກການເຈລະຈາທາງໂທລະສັບລະຫວ່າງທ່ານ ຫວງຽນ ຫົງ ຢຽນ ລັດຖະມົນຕີການຄ້າຫວຽດນາມ ແລະ ທ່ານ ເຈມິສັນ ເກ ຜູ້ແທນການຄ້າອາເມລິກາ ໃນເດືອນເມສາຜ່ານມາ ເຊິ່ງຖືເປັນການເລີ່ມຕົ້ນເຈລະຈາຢ່າງເປັນທາງການ ໂດຍອາເມລິກາລະບຸວ່າພໍໃຈຕໍ່ແນວທາງ ແລະ ຂໍ້ສະເໜີໃນປັດຈຸບັນຂອງຫວຽດນາມ ແລະ ຫວັງວ່າການເຈລະຈາທາງເຕັກນິກໃນມໍ່ໆນີ້ຈະໄດ້ຮັບຜົນຮັບທີ່ດີ.
ທັງນີ້, ອາເມລິກາຢຸດການບັງຄັບໃຊ້ພາສີດັ່ງກ່າວໄປຈົນຮອດເດືອນກໍລະກົດ ໂດຍຖ້າມີການບັງຄັບໃຊ້ແທ້ ອາດສົ່ງຜົນກະທົບຮຸນແຮງຕໍ່ເສດຖະກິດຫວຽດນາມ ເຊິ່ງມີດຸນການຄ້າເກີນດູນກັບອາເມລິກາສູງເຖິງ 1.235 ແສນລ້ານໂດລາໃນປີຜ່ານມາ. ດັ່ງນັ້ນ ຫວຽດນາມຈຶ່ງໄດ້ເລັ່ງດໍາເນີນມາດຕະການເພື່ອຫລຸດການເກີນດູນການຄ້າກັບອາເມລິກາເຊັ່ນ: ຫລຸດພາສີສິນຄ້າຫລາຍລາຍການທີ່ສົ່ງອອກໄປອາເມລິກາ ແລະ ເຂັ້ມງວດການສົ່ງຕໍ່ສິນຄ້າຈາກຈີນຜ່ານຫວຽດນາມໄປອາເມລິກາ.

