ຢຶດອຳນາດວຽງຈັນສຳເລັດຈາກການໂມ່ງ 3 ຄ້ອນຍຸດທະສາດ
ບາດຄ້ອນທີ 1 ການລຸກຮື້ຂຶ້ນຂອງມວນຊົນໃນເດືອນພຶດສະພາ, ເປີດສາກດ້ວຍຂະບວນການລຸກຮື້ຂຶ້ນໂຮມຊຸມໃຫຍ່ເພື່ອລະນຶກວັນກຳມະກອນສາກົນ( 1/5)ໂດຍສະຫະພັນແຮງງານ ແລະ 21 ການຈັດຕັ້ງມະ ຫາຊົນ ເປັນຜູ້ນຳໜ້າ. ທ່ານ ເດືອນ ສູນນະລາດ ຝ່າຍແນວລາວຮັກຊາດ ຊຶ່ງເປັນລັດຖະມົນຕີວ່າການກະ ຊວງພາຍໃນໄດ້ເປັນປະທານການໂຮມຊຸມນຸມໃຫຍ່; ຈາກນັ້ນຜູ້ເຂົ້າຮ່ວມຊຸມນຸມໄດ້ເດີນຂະບວນສະແດງກຳ ລັງເລາະໄປແຕ່ລະມຸມເມືອງວຽງຈັນຍົກປ້າຍຄຳຂວັນສະໜັບສະໜູນລັດຖະບານປະສົມ,ຄະນະປະສົມການ ເມືອງ, ຊົມເຊີຍການຍຸບເລີກສະພາ,…










