ລະດູຟ້າຝົນຊົນລະທາການໄປມາຫຍຸ້ງຍາກ ສິ່ງສຳຄັນຄືຄວນມີສະຕິ
ໂດຍ: ທິດກໍ່າ ມາຮອດໄລຍະນີ້, ສະພາບດິນຟ້າອາກາດຢູ່ບ້ານເຮົາກໍກ້າວເຂົ້າທ້າຍລະດູຝົນແລ້ວ, ແຕ່ອັນສຳຄັນນັ້ນ ເຮົາກໍຍັງບໍ່ທັນຮູ້ລະອຽດວ່າຈະມີພາຍຸຫົວໃຫຍ່ມາອາລະວາດຊ້ຳທ້າຍອີກ ຫລື ບໍ່ ເພາະວ່າຕາມອຸຕຸແຈ້ງເຕືອນສະພາບຟ້າຝົນ ນັບແຕ່ວັນທີ 5 ຫາວັນທີ 11 ກັນຍາ 2022 ຈະມີຝົນຕົກໜັກໃນທົ່ວປະເທດວ່າຊັ້ນ ! ສະໄໝນີ້ ສະພາບຟ້າຝົນມັນບໍ່ແນ່ນອນ ບາງປີຍາມບຸນທາດຫລວງກໍມີຝົນຕົກໜັກທັງລົມທັງຝົນໜໍ່າລົງມາ…










