ຕຳຫລວດ ຂຶ້ນບັນຊີເປົ້າໝາຍອາຊະຍາກຳ 551 ແຫລ່ງ ມ້າງກຸ່ມຄ້າຂາຍຢາເສບຕິດ 2.253 ລາຍ

ສະຫາຍ ພັທ ຄຳສະຫວັນ ສຸທຳມະວົງ ຮັກສາການເລຂາຄະນະບໍລິຫານງານຊາວໜຸ່ມ ກົມໃຫຍ່ຕໍາຫລວດ ກະຊວງ ປກສ ກ່າວໃນກອງປະຊຸມ ສະຫລຸບວຽກງານຊາວໜຸ່ມ ປະຈໍາ 6 ເດືອນຕົ້ນປີ ໃນວັນທີ 16 ສິງຫາ 2022 ນີ້ວ່າ: ການຈັດຕັ້ງປະຕິບັດວຽກງານຊາວໜຸ່ມ 6 ເດືອນຕົ້ນປີ 2022, ຄະນະຊາວຫນຸ່ມໄດ້ເອົາໃຈໃສ່ປະຕິບັດໜ້າທີ່ວິຊາສະເພາະ ດ້ວຍຄວາມຮັບຜິດຊອບສູງ ແລະ ມີຜົນສໍາເລັດຫລາຍດ້ານ ເປັນຕົ້ນ
– ໄດ້ເກັບກຳຂຶ້ນບັນຊີເປົ້າໝາຍອາຊະຍາກຳປະເພດຕ່າງໆໄດ້ 551 ແຫລ່ງຂ່າວ,
– ພົວພັນສູນໂທລະສັບ 996 ຄັ້ງ,
– ເກັບກຳຕິດຕາມເປົ້າໝາຍອາຊະຍາກຳໄດ້ 532 ເປົ້າໝາຍ,
– ສືບຄົ້ນຫາເປົ້່າໝາຍໄດ້ 476 ເປົ້າໝາຍ,
– ລົງສັນນະສູດເປົ້າໝາຍ 171 ລາຍ,
– ກັກຕົວຜູ້ຖືກຫາໄດ້ 277 ຄົນ;
ວຽກງານສືບສວນ-ສອບສວນ ແມ່ນໄດ້ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ດຳເນີນຄະດີດ້ວຍຄວາມຍຸຕິທຳ ຖືກຕ້ອງຕາມລະບຽບຫລັກການວິຊາສະເພາະ ຢ່າງເຂັ້ມງວດ
– ຊອກໄລ່ຈັບເປົ້າໝາຍ 21 ຄັ້ງ,
– ດຳເນີນຄະດີທີ່ຄ້າງມາ ແລະ ຄະດີຂຶ້ນມາໃໝ່ 650 ລາຍ,
– ດຳເນີນສຳເລັດແລ້ວ 272 ລາຍ;
– ວຽກງານປ້ອງກັນສະກັດກັ້ນອາຊະຍາກຳ ມີຄະດີເກີດຂຶ້ນ 974 ເລື່ອງ,
– ແກ້ໄຂສຳເລັດ 278 ເລື່ອງ;
– ວຽກງານສະກັດກັ້ນ ແລະ ຕ້ານຢາເສບຕິດ ສາມາດມ້າງໄດ້ 2.253 ລາຍ,
– ຈັບຕົວຜູ້ຖືກຫາໄດ້ 3.302 ຄົນ,
– ດຳເນີນຄະດີສຳເລັດແລ້ວ 1.811 ລາຍ ແລະ ວຽກງານອື່ນໆ.

