23 ສິງຫາ ວັນຢຶດອຳນາດຈາກລະບອບຈັກກະພັດມາເປັນລະບອບປະຊາທິປະໄຕ

ພາຍໃຕ້ການນໍາພາຂອງພັກ ແລະ ແນວລາວສ້າງຊາດ ເປັນຄັນທຸງ, ວັນທີ 23 ສິງຫາ 1975 ປະຊາ ຊົນລາວ ສາມາດຢຶດອໍານາດວຽງຈັນ ທີ່ເປັນສູນກາງການເມືອງການປົກຄອງ, ເສດຖະກິດ-ສັງຄົມ, ການທະຫານ, ການຕ່າງປະເທດຂອງຝ່າຍລາຊະອານາຈັກ. ຜົນສຳເລັດດັ່ງກ່າວມາຈາກການຜັນຂະຫຍາຍສາມບາດຄ້ອນຍຸດທະສາດແຕ່ວັນທີ 5 ພຶດສະພາ 1975 ຫາມື້ຢຶດອໍານາດມາມືປະຊາຊົນບັ້ນສຸດທ້າຍໃນວັນທີ 23 ສິງຫາ 1975.

ຢ້ອນຄືເມື່ອຕອນການລວມລາວ ຫລື ຄວາມປອງດອງຊາດເທື່ອທີ 3 ຫລື ເທື່ອສຸດທ້າຍປີ 1975 ໂດຍວັນທີ 21 ກຸມພາ 1973, ສັນຍາວ່າດ້ວຍການຟື້ນຟູສັນຕິພາບ ແລະ ປະຕິບັດຄວາມຖືກຕ້ອງປອງດອງຊາດຢູ່ລາວ ໄດ້ຮັບການລົງນາມ ຊຶ່ງເປັນການລວມລາວເທື່ອທີ 3 ຊຶ່ງ 2 ເທື່ອຜ່ານມາ ລ້ວນແຕ່ຖືກຝ່າຍລາຊະອານາຈັກໃຊ້ກົນອຸບາຍຕ່າງໆນານາມ້າງເພຫວັງດັບສູນກຳລັງຮັກຊາດ. ຄຳສັ່ງຢຸດຍິງຢູ່ທົ່ວດິນແດນລາວ ມີຜົນສັກສິດແຕ່ເວລາ 12 ໂມງ 00 ນາທີຂອງວັນທີ 22 ກຸມພາ 1975 ເປັນຕົ້ນໄປ ຊຶ່ງສັນຍາໄດ້ຮັບຮອງເອົາບັນດາສິດທິພື້ນຖານແຫ່ງຊາດ ແລະ ສິດຕັດສິນດ້ວຍຕົນເອງຂອງປະຊາຊົນລາວ, ຮັບຮູ້ເຂດປົດປ່ອຍຂອງບັນດາກຳລັງຮັກຊາດ, ຍຸຕິສົງຄາມ, ຢຸດເຊົາທຸກໆການຕິດພັນທາງການທະຫານກັບຕ່າງປະ ເທດ, ຈັດຕັ້ງລັດຖະບານປະສົມຊົ່ວຄາວແຫ່ງຊາດ ແລະ ຄະນະມົນຕີປະສົມການເມືອງແຫ່ງຊາດ ເຮັດໃຫ້ນະຄອນຫລວງວຽງຈັນ ແລະ ຫລວງພະບາງ ເປັນນະຄອນເປັນກາງ.

ສຳລັບການເຂົ້າປະສົມກັບຝ່າຍວຽງຈັນນັ້ນເປັນພຽງຍຸດໂທບາຍບໍ່ໂຄ່ນລົ້ມເຂົາ ເຂົາກໍໂຄ່ນລົ້ມເຮົາດັ່ງເຄີຍເຮັດມາແລ້ວ. ພາຍຫລັງລັດຖະບານ ປະສົມແຫ່ງຊາດໄດ້ວາງໂຄງການການເມືອງ 18 ຂໍ້ອອກໃນເດືອນເມສາ 1974 ເປັນຕົ້ນມາໃນເງື່ອນໄຂຂອງຄວາມປອງດອງຊາດ ເຂດປົດປ່ອຍໄດ້ຮັບການປັບປຸງກໍ່ສ້າງກາຍເປັນລັດໜຶ່ງຂອງແນວລາວຮັກຊາດ, ອິດທິພົນຂອງແນວລາວຮັກຊາດໄດ້ຂະຫຍາຍໄປທົ່ວປະເທດ; ມວນຊົນ ຂ້າລາຊະການ, ນັກຮຽນນັກສຶກສາຢູ່ 2 ນະຄອນເປັນກາງ (ຫລວງພະບາງແລະວຽງຈັນ) ແລະບັນດາຕົວເມືອງໃຫຍ່ ໄດ້ຕື່ນຕົວດ້ານການ ເມືອງສະແດງກໍາລັງເລັ່ງທວງໃຫ້ຄະນະລັດຖະບານປະສົມຊົ່ວຄາວແຫ່ງຊາດນໍາໂດຍສະເດັດ ສຸວັນນະພູມາ ແລະ ຄະນະມົນຕີປະສົມການເມືອງແຫ່ງຊາດ ນໍາໂດຍສະເດັດ ສຸພານຸວົງ ເພີ່ມທະວີມາດຕະການຮັກສາສັນຕິພາບ ແລະ ຄວາມຖືກຕ້ອງປອງດອງຊາດຂະນະທີ່ຝ່າຍລາຊະອານາຈັກລາວຮູ້ສຶກເຖິງທ່າເສຍ ປຽບ ແລະ ໄດ້ດີ້ນຮົນໃຊ້ກົນອຸບາຍເລ່ຫລ່ຽມທີ່ເຄີຍໃຊ້ມ້າງເພທໍາລາຍການລວມລາວ 2 ເທື່ອຜ່ານມາ,ແຕ່ ເທື່ອນີ້, ທຸກກົນອຸບາຍລ້ວນແຕ່ຖືກຕີຖອຍທັບມ້າງຈາກມວນຊົນພາຍໃຕ້ການສະໜັບສະໜນຂອງແນວລາວຮັກຊາດ.

ຮອດເດືອນພະຈິກ 1974, ສູນກາງພັກ ໄດ້ອອກມະຕິວ່າດ້ວຍໜ້າທີ່ການເມືອງ ແລະ ຈຸດໝາຍສະເພາະໜ້າດັ່ງນີ້:”ຕ້ອງເດັດດ່ຽວຕໍ່ສູ້ເພື່ອລົບລ້າງການຄອບງຳຂອງຈັກກະພັດອາເມຣິກາ; ຍາດແຍ່ງ, ຜັນແຍກກຳລັງຝ່າຍຂວາເຮັດໃຫ້ພວກປະຕິການຂວາຈັດຖືກໂດດດ່ຽວ, ຫັນປ່ຽນກອງທະຫານຂອງເຂົາ, ໂຄ່ນລົ້ມລັດຖະບານປະສົມ ແລະ ກໍ່ການປະທະດ້ວຍກຳລັງອາວຸດ, ຕໍ່ສູ້ເຮັດໃຫ້ກົງຈັກການປົກຄອງຝ່າຍວຽງຈັນແຕ່ເທິງລົງຮອດຮາກຖານອ່ອນເພຍເປ້ຍລ່ອຍ”.

ເຫດການເຫລົ່ານີ້ສົມທົບກັບການລຸກຮື້ຂຶ້ນຂອງທະ ຫານຝ່າຍຂວາຢູ່ຫ້ວຍຊາຍປີ 1974 ໄດ້ເປັນພື້ນຖານທິດສະດີ ແລະ ພຶດຕິກຳໃຫ້ເກີດມີແນວຄິດ 3 ບາດຄ້ອນຍຸດທະສາດ ເພື່ອບັນລຸໜ້າທີ່ການເມືອງແລະຈຸດໝາຍສະເພາະໜ້າໃນການຢຶດອໍານາດການປົກຄອງ. ພາຍຫລັງຕີລາຄາວ່າ: ສະພາບການພາຍໃນ ແລະ ສາກົນອຳນວຍໄດ້ສ້າງໃຫ້ເກີດສະພາບສຸກງອມແລ້ວ, ຄະນະປະຈໍາ(ກົມການເມືອງ)ສູນກາງພັກປະຊາຊົນປະຕິວັດລາວ ໄດ້ອອກຄຳສັ່ງຢຶດອຳນາດການປົກຄອງໃນທົ່ວປະເທດດ້ວຍການປຸກລະດົມກຳລັງແຮງສັງລວມຂອງປວງຊົນລາວທັງຊາດ ກຳກາລະໂອກາດປະ ຫວັດສາດ”ພັນປີມີເທື່ອໜຶ່ງ” ອີງໃສ່ທ່າສະໜາມ 3 ເຂດທີ່ເປັນຜົນດີທີ່ສຸດໃຫ້ແກ່ການປະຕິວັດ ແລະ ການ ປະສານສົມທົບ 3 ບາດຄ້ອນ ຄື ບາດຄ້ອນລຸກຮື້ຂຶ້ນທີ່ປະກອບມີນັກຮຽນນັກສຶກສາ, ກຳມະກອນ, ຂ້າລາ ຊະການ ແລະ ປະຊາຊົນເຂົ້າຮ່ວມໂດຍນີ້ແມ່ນຮູບການຮຸນແຮງດ້ານການເມືອງເພື່ອໂຄ່ນລົ້ມລະບອບການປົກຄອງເກົ່າ, ແມ່ນການລຸກຂຶ້ນຢຶດອຳນາດການປົກຄອງໃນນີ້ຖ້າຈໍາເປັນ ມວນຊົນອາດປະກອບອາວຸດລຸກຮື້ຂຶ້ນນໍາ, ບາດຄ້ອນທະຫານ ແລະ ຕໍາຫລວດຝ່າຍຂວາ ແຍກມາຂຶ້ນກັບກຳລັງປະຕິວັດຮັກຊາດ.

ໃນສະພາບການຕໍ່ສູ້ເວລານັ້ນສຳຄັນທີ່ສຸຸດຍ້ອນບໍ່ພຽງແຕ່ຍູ້ໜູນໃຫ້ຂະບວນການຕໍ່ສູ້ຂອງມະຫາຊົນດ້ານການເມືອງ ການທະຫານເທົ່ານັ້ນ, ແຕ່ຍັງຍູ້ໜູນໃຫ້ແກ່ການຕໍ່ສູ້ດ້ານກົດໝາຍ ແລະ ທາງຫາງສຽງອີກ, ບາດຄ້ອນກຳລັງປະກອບອາວຸດຮັກຊາດເປັນກຳລັງໜູນໜີບແມ່ນບາດຄ້ອນສຳຄັນທີ່ສຸດ ແລະ ມີລັກສະນະຕັດສິນບາງຄັ້ງຄາວຢູ່ບາງບ່ອນ, ແມ່ນບາດຄ້ອນບຸກໂຈມຕີເຂົ້າໃສ່ບັນດາອົງການບັນຊາທີ່ເປັນມັນສະໝອງ, ກອງກໍາລັງປະຕິການດື້ດ້ານ, ກອງວິທະຍາການ ແລະ ຄັງສາງ ເພື່ອແນ່ໃສ່ຍູ້ໜູນໃຫ້ແກ່ຂະບວນການຕໍ່ສູ້ຂອງມະ ຫາຊົນຢ່າງມີຜົນສັກສິດ ແລະ ເຮັດໃຫ້ກຳລັງທະຫານຂອງພວກເຂົາອ່ອນໂຊລົ້ມລະລາຍ, ສ້າງເງື່ອນໄຂລຶບລ້າງລະບອບເກົ່າໃຫ້ໄດ້ຢ່າງເດັດຂາດເຖິງຖອງ.

ການເຂົ້າຢຶດອໍານາດວຽງຈັນ, ສູນກາງພັກ ໄດ້ແຕ່ງຕັ້ງທ່ານ ສີສະຫວາດ ແກ້ວບຸນພັນ ເສນາທິການສູງສຸດ ແລະ ທ່ານ ສີພອນ ຜະລີຂັນ ເປັນຄະນະບັນຊາການປົດອາວຸດທະຫານກອງທັບແຫ່ງຊາດພາກ 5 ແລະ ຈັດຕັ້ງນຳພາຂະບວນການລຸກຮື້ຂຶ້ນຢຶດອຳນາດຢູ່ນະຄອນວຽງຈັນສົມທົບກັບຄະນະນຳຂອງສູນກາງພັກທີ່ພວມເຂົ້າຮ່ວມໃນຄະນະລັດຖະບານປະສົມແຫ່ງຊາດທີ່ວຽງຈັນ. ສູນບັນຊາການຂອງຄະນະໃນເບື້ອງຕົ້ນຢູ່ຫ້ວຍຊອນຫ້ວຍຊົ້ວ (ເດືອນກໍລະກົດປີ 1975, ປະທານ ໄກສອນ ພົມວິຫານ ໄດ້ປິດລັບເຂົ້າມາຢູ່ຫລັກ 6 ນະຄອນຫຼວງວຽງຈັນເພື່ອຊີ້ນຳການຢຶດດອຳນາດຢູ່ໝາກຫົວໃຈຂອງປະເທດ.

ພັກເຮົາໄດ້ປຸກລະ ດົມຂະບວນການຂອງມະຫາຊົນຍົກສູງຄັນທຸງສັນຕິພາບ ເອກະລາດ ປະຊາທິປະໄຕ ຄວາມຖືກຕ້ອງປອງດອງ ແລະ ເອກະພາບແຫ່ງຊາດ, ຍາດແຍ່ງທຸກກຳລັງທີ່ສາມາດຍາດແຍ່ງໄດ້, ສວຍໃຊ້ຄວາມຂັດແຍ່ງພາຍໃນລະຫວ່າງພັກຝ່າຍຕ່າງໆຝ່າຍຂວາເພື່ອຍາດແຍ່ງ ແລະ ຜັນແຍກກຳລັງຂອງພວກເຂົາ. ຂະບວນ ການຕໍ່ສູ້ຂອງມະຫາຊົນຊາວນະຄອນຫລວງວຽງຈັນນັບມື້ເຕີບໃຫຍ່ ແລະຟົດເດືອດຂຶ້ນເລື້ອຍໆ. ຈາກການຕໍ່ສູ້ເພື່ອຄວາມຍຸຕິທຳທວງເອົາສິດການດຳລົງຊີວິດເພື່ອສັນຕິພາບ ສິດປະຊາທິປະໄຕກ້າວຂຶ້ນເຖິງການລຸກຮື້ຂຶ້ນຕໍ່ສູ້ຢຶດອຳນາດການປົກຄອງ.