ສະໜາມຂີ້ເຫຍື້ອແຄມທາງ ບັນຫາໜ້າຫ່ວງ ແລະ ຄວນແກ້ໄຂຢ່າງຮີບດ່ວນ

ສະໜາມຂີ້ເຫຍື້ອແຄມທາງ ບັນຫາໜ້າຫ່ວງ ແລະ ຄວນແກ້ໄຂຢ່າງຮີບດ່ວນ

ໂດຍ: ມຶກບໍ່ແຫ້ງ ການຖິ້ມຂີ້ເຫຍື້ອແຄມທາງຫຼວງເລກທີ 13 ໃຕ້ ກາຍເປັນບັນຫາທີ່ຄວນເອົາໃຈໃສ່ຢ່າງຮີບດ່ວນ ຖ້າພວກເຮົາບໍ່ຢາກເຫັນແຕ່ຖົງຢາງ ກະຕຸກປລາສຕິກຢັ່ງຢາຍປານກອງຂີ້ເຫຍື້ອຢູ່ຕາມສອງຟາກທາງແຕ່ເໜືອຮອດໃຕ້. ເມື່ອອາທິດຜ່ານມາ ໄດ້ມີໂອກາດລົງໄປເຮັດວຽກຢູ່ພາກໃຕ້ຂອງລາວ ມີພາບທີ່ຕິດຕາບໍ່ລືມກໍຄື ບັນດາກອງຂີ້ເຫຍື້ອ ທີ່ຖິ້ມຊະຊາຍຕາມສອງຟາກທາງນັ້ນ ໄດ້ກາຍເປັນເລື່ອງທີ່ໜ້າອັບອາຍ ເພາະວ່າຕາມເສັ້ນທາງແມ່ນຕົວແທນແຫ່ງພາບພົດຂອງພວກເຮົາ, ຄົນຕ່າງຖິ່ນ ຈະເຫັນສິ່ງລຽບຕາມເສັ້ນທາງກ່ອນໝູ່ ເມື່ອເຂົາເຈົ້າມາຢ້ຽມຢາມ. ເມື່ອເປັນເຊັ່ນນັ້ນ ການສົ່ງເສີມການທ່ອງທ່ຽວຂອງລັດຖະບານທີ່ຖືເປັນບູລິມະສິດນັ້ນ…

ບຸນເດືອນເກົ້າຫໍ່ເຂົ້າປະດັບດິນ

ບຸນເດືອນເກົ້າຫໍ່ເຂົ້າປະດັບດິນ

ໂດຍ: ທິດກໍ່າ ບຸນຫໍ່ເຂົ້າປະດັບດິນປີນີ້, ກົງກັບວັນສຸກ ວັນທີ 26 ສິງຫາ 2022 ເປັນມື້ແຮມ 14 ຄໍ່າເດືອນ 9 ພສ 2565 ຕາມປະຕິທິນລາວເຮົາ. ໃນໂອກາດບຸນຫໍ່ເຂົ້າປະດັບດິນປີນີ້ ຊາວພຸດເຮົາທັງຫລາຍໃນທຸກບ້ານ, ທຸກວັດໃນຂອບເຂດທົ່ວປະເທດ ຕ່າງກໍໄດ້ກຽມຈິດກຽມໃຈ ທັງຫ້າງຫາກະກຽມວັດຖຸປັດໄຈ,…

ຄວາມເປັນມາ ແລະ ອານິສົງຂອງບຸນຫໍ່ເຂົ້າປະດັບດິນ

ຄວາມເປັນມາ ແລະ ອານິສົງຂອງບຸນຫໍ່ເຂົ້າປະດັບດິນ

ເມື່ອຮອດມື້ດັບຄື ແຮມ 14 ຄໍ່າເດືອນເກົ້າຂອງທຸກປີ, ພຸດທະສາສະນິກະຊົນທັງຫລາຍໄດ້ຮ່ວມກັນບຸນຫໍ່ເຂົ້າປະດັບດິນ ຊຶ່ງຖືເປັນປະເພນີທີ່ດີງາມມາຈົນຮອດທຸກມື້ນີ້. ບຸນຫໍ່ເຂົ້າປະດັບດິນໝາຍເຖິງການເຮັດບຸນອຸທິດສ່ວນບຸນກຸສົນສົ່ງໄປໃຫ້ຍາດຜູ້ທີ່ລ່ວງລັບໄປແລ້ວໄປຢູ່ໃນພົບພູມອື່ນ ຊຶ່ງພວກຍາດທີ່ຍັງມີຊີວິດຢູ່ນີ້ ມີຄວາມຮໍ່າເພີງແລະຄຶດຮອດຄຶດເຖິງວ່າ ຍາດຂອງຕົນທີ່ລ່ວງລັບໄປນັ້ນໄປເກີດທີ່ດີເຖິງສຸກແລ້ວບໍ່ ຫລື ຕົກ ທຸກໄດ້ຍາກລຳບາກຫລາຍປານໃດ. ດັ່ງນັ້ນ ພໍເຖິງບຸນຫໍ່ເຂົ້າປະດັບດິນວຽນມາເຖິງ ຈຶ່ງໄດ້ພາກັນຫໍ່ເຂົ້າຕົ້ມ ເຂົ້າໜົມ ມີກ້ວຍອ້ອຍສ້ອຍປີ ເຄື່ອງສົ້ມຂອງຫວານ ຄຳໝາກກອກຢາ…

7 ເລື່ອງທີ່ມາພ້ອມກັບຄວາມຮັກ ໂດຍທີ່ທ່ານບໍ່ສາມາດຫລີກເວັ້ນໄດ້.

7 ເລື່ອງທີ່ມາພ້ອມກັບຄວາມຮັກ ໂດຍທີ່ທ່ານບໍ່ສາມາດຫລີກເວັ້ນໄດ້.

  ຄວາມໄວ້ເນື້ອເຊື່ອໃຈເປັນສິ່ງບອບບາງ : ຄວາມໄວ້ເນື້ອເຊື່ອໃຈເປັນຮາກຖານສຳຄັນຂອງຄວາມສຳພັນທີ່ດີ, ແຕ່ຖ້າເມື່ອໃດກໍຕາມທີ່ຄວາມໄວ້ວາງໃຈ ຫລື ຄວາມເຊື່ອໃຈທີ່ວ່ານັ້ນຖືກທຳລາຍລົງ ກໍທຳໃຈໄວ້ໄດ້ເລີຍວ່າທ່ານອາດຈະບໍ່ມີໂອກາດໄດ້ພົບກັບມັນອີກ. ໃນຫລາຍໆກໍລະນີ ການທີ່ຄູ່ຮັກສູນເສຍຄວາມໄວ້ເນື້ອເຊື່ອໃຈຕໍ່ກັນ ມັກນຳໄປສູ່ຈຸດຈົບຂອງຄວາມສຳພັນໃນທີ່ສຸດ ຖ້າຮູ້ທັງຮູ້ ແຕ່ທ່ານກໍເຕັມໃຈທີ່ຈະທຳລາຍຄວາມໄວ້ເນື້ອເຊື່ອໃຈຂອງຄົນຮັກ ໃຫ້ຮູ້ໄວ້ເລີຍວ່າມັນໝາຍເຖິງການສິ້ນສຸດສັນຍາຮັກທີ່ທ່ານມີຕໍ່ກັນ ມັນຕ້ອງໃຊ້ເວລາ ແລະ ຄວາມພະຍາຍາມຢ່າງຫລາຍທີ່ຈະພິສູດຕົນເອງວ່າທ່ານເປັນຄົນທີ່ໜ້າເຊື່ອຖື ຫາກຢາກໃຫ້ຄົນຮັກຂອງທ່ານກັບມາເຊື່ອໃຈທ່ານໄດ້ອີກຄັ້ງ. ທ່ານບໍ່ໄດ້ຢູ່ຝ່າຍດຽວກັນສະເໝີໄປ :…

ກຽມເຄື່ອງຫໍ່ເຂົ້າພຽງພໍເພື່ອແບ່ງປັນ 4 ສ່ວນ ແກ່ນແທ້ຂອງບຸນຫໍ່ເຂົ້າປະດັບດິນ

ກຽມເຄື່ອງຫໍ່ເຂົ້າພຽງພໍເພື່ອແບ່ງປັນ 4 ສ່ວນ ແກ່ນແທ້ຂອງບຸນຫໍ່ເຂົ້າປະດັບດິນ

ຂໍ້ມູນຈາກປຶ້ມວັດທະນະທຳລາວ ໂດຍສະເພາະໃນບົດສຶກສາປະເພນີລາວໃນຮີດສິບສອງກ່ຽວກັບບຸນເດືອນເກົ້າ(ບຸນຫໍ່ເຂົ້າປະດັບດິນ) ລະບຸວ່າ: ບຸນຫໍ່ເຂົ້າປະດັບດິນ ມີພິທີການສຳຄັນຄື ການເຮັດຫໍ່ເຂົ້າ ເພື່ອອຸທິດສ່ວນກຸສົນໄປໃຫ້ດວງວິນຍານຜູ້ລ່ວງລັບໄປແລ້ວໃນຕອນເຊົ້າມືດ ເຊິ່ງປະກອບມີພືດທັນຍາຫານທີ່ອຸດົມສົມ ບູນ ແລະ ຄຳວ່າ ເຂົ້າປະດັບດິນ ໄດ້ແກ່ເຂົ້າ ແລະ ຂອງຄາວ, ຫວານພ້ອມທັງໝາກພູ, ຢາສູບທີ່ຫໍ່ດ້ວຍໃບຕອງ, ຢາຊອງ ຫລື ວັດຖຸອື່ນໆແລ້ວນຳໄປວາງ…

ລັດຖະບານ ສຸມຄວາມພະຍາຍາມຢ່າງສຸດຂີດ ເພື່ອປັບປຸງສະພາບແວດລ້ອມການລົງທຶນພາຍໃນປະເທດເຮົາໃຫ້ດີຂຶ້ນ ແຕ່ກໍມີຫາງສຽງບາງບັນຫາ

ລັດຖະບານ ສຸມຄວາມພະຍາຍາມຢ່າງສຸດຂີດ ເພື່ອປັບປຸງສະພາບແວດລ້ອມການລົງທຶນພາຍໃນປະເທດເຮົາໃຫ້ດີຂຶ້ນ ແຕ່ກໍມີຫາງສຽງບາງບັນຫາ

ໂດຍ: ມຶກບໍ່ແຫ້ງ ການລົງທຶນທີ່ຫວັງກຳໄລ ຕ້ອງຂື້ນກັບຫຼາຍປັດໄຈ ໃນນັ້ນກໍແມ່ນການເອື້ອອຳນວຍຄວາມສະດວກຂອງລັດຖະບານເພື່ອຊຸກຍູ້ການລົງທຶນທີ່ມີຄຸນນະພາບ ທັງຮັບປະກັນປະສິດທິຜົນຂອງການລົງທຶນ. ການລົງທຶນຂອງພາກສ່ວນເອກະຊົນ ທັງພາຍໃນ ແລະຕ່າງປະເທດ ແມ່ນປັດໄຈສຳຄັນຕໍ່ການພັດທະນາ ເສດຖະກິດ-ສັງຄົມ ຂອງປະເທດເຮົາ. ຍາມໃດກໍຖືວ່າການຂົນຂວາຍ ແລະ ສ້າງແຮງດຶງດູດການມາລົງທຶນ ຂອງນັກລົງທຶນຖືວ່າແມ່ນບຸລິມະສິດຂອງລັດຖະບານເຮົາ. ເມື່ອບໍ່ດົນມານີ້ຜູ້ຂຽນໄດ້ມີໂອກາດລົງຕິດຕາມ ແລະຊຸກຍູ້ນັກລົງທຶນຮ່ວມກັບພາກລັດ ເຊິ່ງພວກເຮົາໄດ້ຢ້ຽມຢາມ ສອງຂະແໜງການຄື…

23 ສິງຫາ ສັນຍາລັກໄຊຊະນະສາມບາດຄ້ອນຍຸດທະສາດ

23 ສິງຫາ ສັນຍາລັກໄຊຊະນະສາມບາດຄ້ອນຍຸດທະສາດ

ໂດຍ: ທິດກໍ່າ ວັນທີ 23 ສິງຫາ ໄດ້ຫວນຢ້ອນມາຄົບຮອບ 47 ປີອີກວາລະໜຶ່ງ. ຫາກຕັ້ງໂຈດກັນວ່າ 23 ສິງຫາ ມີຄວາມໝາຍແນວໃດຕໍ່ການຢຶດອຳນາດໃນປີ 1975 ຈົນກ້າວສູ່ການໂຄ້ນລົ້ມອຳນາດການປົກຄອງເກົ່າ ພາຍໃຕ້ການປົກຄອງໃນລະບອບສັກດີນາ ແລ້ວປະກາດສ້າງຕັ້ງເປັນປະເທດໃໝ່, ລະບອບໃໝ່ ລະບອບປະຊາທິປະໄຕປະຊາຊົນຕາມເສັ້ນທາງສັງຄົມນິຍົມ ຄືປະເທດສາທາລະນະລັດ ປະຊາທິປະໄຕ…

23 ສິງຫາ ວັນມະຫາໄຊຊະນະຂອງປວງຊົນລາວທັງຊາດ

23 ສິງຫາ ວັນມະຫາໄຊຊະນະຂອງປວງຊົນລາວທັງຊາດ

ໃນປະຫວັດສາດແຫ່ງການຕໍ່ສູ້ຂອງປະຊາຊົນລາວເຮົາພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ ໄດ້ມີການປະກາດຢຶດອຳນາດຈາກພວກຈັກກະພັດລ່າເມືອງຂຶ້ນ ແລະ ລູກມືພວກເຂົາເຖິງ 2 ເທື່ອຄື ເທື່ອທີ 1 ວັນທີ 23 ສິງຫາ 1945 ແລະ ເທື່ອທີ 2 ວັນທີ 23 ສິງຫາ 1975. ທັງວັນທີ…

ເຕືອນໄພ ! ຢ່າຫລົງເຊື່ອກຸ່ມຫລອກລວງຕັ້ງເພຈປອມເປັນສະຖາບັນການເງິນປ່ອຍເງິນກູ້ ດອກເບ້ຍຕ່ຳ ຕົວະເອົາເງິນຄ່າທຳນຽມ

ເຕືອນໄພ ! ຢ່າຫລົງເຊື່ອກຸ່ມຫລອກລວງຕັ້ງເພຈປອມເປັນສະຖາບັນການເງິນປ່ອຍເງິນກູ້ ດອກເບ້ຍຕ່ຳ ຕົວະເອົາເງິນຄ່າທຳນຽມ

ການສ້າງເພຈປອມເປັນສະຖາບັນການເງິນປ່ອຍສິນເຊື່ອໂດຍດອກເບ້ຍຕ່ຳສ້າງຄວາມຈູງໃຈໃຫ້ຜູ້ທີ່ເດືອດຮ້ອນມີຄວາມຈຳເປັນຕ້ອງໃຊ້ເງິນເພື່ອແກ້ໄຂຄວາມຫຍຸ້ງຍາກຂອງຊີວິດ ຊ້ຳພັດມາຕົກຫລຸມກົນໂກງຂອງຄົນບໍ່ດີ ຈາກທີ່ຈົນຢູ່ແລ້ວພັດມາຈົນເພີ່ມ ຍ້ອນຫລົງເຊື່ອກົນອຸບາຍທີ່ພວກເຂົາອຸປະໂຫລກຂຶ້ນມາ. ວິທີການຂອງຄົນກຸ່ມນີ້ແມ່ນຕົວະໃຫ້ຜູ້ທີ່ສົນໃຈຈະກູ້ເງິນຕ້ອງປະກອບເອກະສານເພື່ອຂໍກູ້ເງິນແລ້ວສົ່ງໄປໃຫ້ສະຖານບັນທີ່ເຂົາສ້າງຂຶ້ນມາ (ບໍ່ມີຕົວຕົນຢູ່ຈິງ) ແລ້ວແນະນຳວິທີການຄື: ທ່ານສາມາດກູ້ໄດ້ສູງສຸດ 20 ລ້ານກີບ ດອກ 0.5% ຕໍ່ເດືອນ ສາມາດຜ່ອນຍາວເຖິງ 24 ເດືອນ ຫາກມີຄົນຕິດກັບດັກກໍຈະຂໍຂໍ້ມູນສ່ວນຕົວທີ່ສຳຄັນເຊັ່ນ ຊື່, ທີ່ຢູ່, ບັດປະຈຳຕົວ…

Sexual Harassment ແມ່ນຫຍັງ?

Sexual Harassment ແມ່ນຫຍັງ?

Sexual Harassment ຫລື ການຄຸກຄາມທາງເພດ ມັກພົບເຫັນໄດ້ຫລາຍໃນສັງຄົມ ໂດຍສະເພາະອົງກອນຕ່າງໆ, ໂຮງຮຽນ ຫລື ສະຖານທີ່ ທີ່ມີຜູ້ມີອໍານາດມັກຈະໃຊ້ຊ່ອງວ່າງນີ້ເອົາປຽບຜູ້ທີ່ໃຕ້ບັງຄັບບັນຊາ. Sexual Harassment ປຽບເໝືອນອາດຊະຍາກໍາຮູບແບບໜຶ່ງ ທັງທາງກົງ ແລະ ທາງອ້ອມ ທີ່ສາມາດເກີດຂຶ້ນໄດ້ກັບຜູ້ຊາຍ ແລະ ຜູ້ຍິງ ຫລື…