ປາກົດເຫັນການຕັ້ງກຸ່ມຫລິ້ນຫວຍ ຫລື ເປຍຫວຍ ທາງອອນລາຍ ກາຍເປັນບັນຫາສັງຄົມ ເຖິງເວລາທີ່ເຮົາຄວນຫັນກັບໄປຄິດພິຈາລະນາແລ້ວຫລືຍັງ

ໂດຍ: ແວ່ນສະທ້ອນ
ເຮົາຈະມັກເຫັນບຸກຄົນຕ່າງປະກາດຕັ້ງຕົວເອງເປັນແມ່ຫວຍ ຮັບເອົາລູກຫວຍເຂົ້າກຸ່ມຫລິ້ນຫວຍ ໃນເຟສບຸກຂອງບຸກຄົນ ນັບມື້ຫລາຍຂຶ້ນ ໂດຍການໂຄສະນາຮູບແບບຕັ້ງກຸ່ມກັນຂຶ້ນມາສາຍໜຶ່ງປະມານ 10 ຄົນ, ເງິນເຂົ້າຮ່ວມແຕ່ໜ້ອຍ ຫາ ຫລາຍ ຫລື ບາງສາຍສູງເຖິງ 100 ລ້ານ-1000 ລ້ານກໍມີ.
ການຫລິ້ນຫວຍດັ່ງກ່າວນັ້ນຖ້າເປັນບຸກຄົນສະໜິດຮູ້ຈັກກັນ ເຂົ້າຫວຍເພື່ອເປັນການທ້ອນເງິນ ຫລື ຊ່ວຍແກ້ໄຂບັນຫາດ້ານການເງິນເຊິ່ງກັນແລະກັນນັ້ນແມ່ນເປັນການດີ ເພາະມີຄວາມໝັ້ນໃຈດ້ານຄວາມຊື່ສັດຕໍ່ກັນ ຈິງໃຈນຳກັນ ບໍ່ຄົດບໍ່ໂກງ ມັນກໍບໍ່ມີບັນຫາ.
ແຕ່ໄລຍະບໍ່ດົນມານີ້ປາກົດໃຫ້ເຫັນຫລາຍຕໍ່ຫລາຍເທື່ອທີ່ແມ່ຫວຍໂກງລູກຫວຍຈົນເປັນຄະດີຄວາມເຖິງຂັ້ນຮ້ອງຟ້ອງຂຶ້ນໂຮງຂຶ້ນສານກັນ ແລະ ຈັບເຂົ້າຄຸກກໍມີ ຕົວຢ່າງຫລ້າສຸດກໍຄືຄະດີເຈ້ທິບ ມີທັງໂກງແບບເປັນແມ່ຫວຍ ແລະ ໂກງແບບຮັບຝາກເງິນໂດຍໃຫ້ອັດຕາດອກເບ້ຍສູງເຖິງ 30%ຕໍ່ເດືອນ, ສຸດທ້າຍລູກຫວຍ ແລະ ເຈົ້າຂອງເງິນຝາກບໍ່ໄດ້ເງິນດອກເບ້ຍຕາມທີ່ຕົນເອງຄາດຫວັງ ຊ້ຳບໍ່ໜໍາຕົ້ນທຶນກໍຫາຍໄປກັບກີບເມກ. ເຖິງແມ່ນວ່າປັດຈຸບັນນີ້ຈະສາມາດກັກຕົວເຈ້ທິບໄດ້ແລ້ວກໍຕາມ ແຕ່ຄະດີກໍຍັງພວມດຳເນີນຕາມຂັ້ນຕອນຂອງເຈົ້າໜ້າທີ່ຢູ່ ທຸກຄົນຍັງບໍ່ຮູ້ເລີຍວ່າອະນາຄົດຕໍ່ໜ້າຈະໄດ້ເງິນທີ່ຖືກໂກງໄປນັ້ນຄືນຫລືບໍ່.
ນອກຈາກກໍລະນີແມ່ຫວຍໂກງລູກຫວຍແລ້ວ ລູກຫວຍໂກງແມ່ຫວຍກໍປາກົດໃຫ້ຫລາຍກໍລະນີເຊັ່ນດຽວກັນ ແຕ່ຄວາມເສຍຫາຍອາດຈະບໍ່ຫລາຍທໍ່ແມ່ຫວຍໂກງລູກຫວຍ ຜ່ານມາປາກົດເຫັນວ່າແມ່ຫວຍໂພສປະຈານຕ່າງໆນານາກໍລະນີຖືກລູກຫວຍໂກງບໍ່ຈ່າຍເງິນຫວຍຕາມນັ້ນຈົນເຖິງຂັ້ນມີປະທະຄາລົມກັນທາງສື່ອອນລາຍບໍ່ທຳມະດາ ມັນໄດ້ສ້າງຄວາມບໍ່ສະຫງົບ ແລະ ກາຍເປັນປາກົດການຫຍໍ້ທໍ້ແກ່ສັງຄົມບໍ່ໜ້ອຍ.
ແຕ່ຂໍ້ສັງເກດຂອງຜູ້ຂຽນຢາກຕັ້ງຂຶ້ນມາ ເປັນຫຍັງຈຶ່ງຍັງມີຄົນກ້າປະກາດເປັນແມ່ຫວຍຜ່ານສື່ ແລະ ລູກຫວຍຈຶ່ງກ້າເຂົ້າໄປຫລິ້ນຫວຍຕ່າງໆນັ້ນ ເພາະທີ່ຜ່ານມາກໍປາກົດໃຫ້ເຫັນກໍລະນີສຶກສາຫລາຍກໍລະນີ ອັນໄດ້ສ້າງຜົນເສຍຫາຍແລະສ້າງຄວາມບໍ່ສະຫງົບໃນສັງຄົມ.
ຈາກເຫດການຕ່າງໆທີ່ຜ່ານມາ ມັນໄດ້ເປັນອຸທາຫອນໃຫ້ເຮົາໄດ້ຄິດທົບທວນດ ນຶກເຖິງເຫດການເສຍຫາຍ ບໍ່ເອົາຄວາມໂລບມາເປັນໂຕນຳທາງແນວຄິດທີ່ຈະເຮັດໃຫ້ເກີດມີບັນຫາຫຍຸ້ງຍາກໃຫ້ກັບຊີວິດ ກາຍເປັນບັນຫາຂອງສັງຄົມ.

