ບັນຫາຂີ້ລັກງັດແງະ ປຸ້ນຈີ້ຊີງຊັບ ຍັງເປັນປາກົດການຫຍໍ້ທໍ້ພົ້ນເດັ່ນທີ່ສ້າງຄວາມຢ້ານກົວແກ່ສັງຄົມ

ໂດຍ: ທິດກໍ່າ

ສະພາບທຸກວັນນີ້ ນອກຈາກພວກເຮົາຈະໄດ້ຕິດຕາມສະພາບການປ່ຽນແປງດິນຟ້າອາກາດແລ້ວ ສິ່ງທີ່ຕາມມາກໍຄືມີຄົນຂີ້ລັກປາກົດຕົວໃນສັງຄົມບ້ານເມືອງ. ໃນສະພາບປັດຈຸບັນ ເຫັນວ່າສິ່ງຫຍໍ້ທໍ້ໃນດ້ານນີ້ມີລັກສະນະແຜ່ລາມພໍສົມຄວນ. ດັ່ງໃນວັນທີ 2 ກັນຍາ 2022 ເວລາ 20 ໂມງ 30 ນາທີ ຢູ່ບ້ານຫ້ວຍລືສີ ເມືອງບາຈຽງຈະເລີນສຸກ ແຂວງຈຳປາສັກ ໄດ້ມີຄົນຮ້າຍເຂົ້າໄປລັກເອົາລົດຈັກທີ່ຢູ່ໃນເຮືອນຫລັງໜຶ່ງ ແຕ່ບັງເອີນເຈົ້າຂອງເຮືອນບໍ່ທັນນອນຈຶ່ງສາມາດຈັບຄົນຮ້າຍໄດ້ຄາທີ່. ນີ້ຄືປາກົດການຫຍໍ້ທໍ້ຢ່າງໜຶ່ງໃນຫລາຍໆປາກົດການທີ່ເກີດຂຶ້ນໃນຍາມຟ້າຝົນຕົກລິນ ໂດຍສະເພາະແມ່ນຕອນເດິກດື່ນທ່ຽງຄືນຍາມຄົນເຮົານອນຫລັບແຈບຈົມທ່າມກາງສາຍຝົນຕົກລິນໃນຊ່ວງລະດູຝົນ.

ຫາກຕັ້ງໂຈດກັນວ່າ: ສິ່ງຫຍໍ້ທໍ້ທີ່ເກີດຂຶ້ນໃນຍາມເດິກດື່ນຝົນຕົກລົນນັ້ນມີຫລັງແດ່. ຄຳຕອບໂຈດກໍຄືມີຫລາຍປາກົດການເຊັ່ນ: ມີຄົນບໍ່ດີໄປຫາຊອກລັກເປັດ, ລັກໄກ່, ລັກຂ້າງົວ, ລັກຂ້າຄວາຍ ໂດຍສະເພາະຢູ່ແຖວຊົນນະບົດ ຄົນເຮົາມັກປ່ອຍງົວປ່ອຍຄວາຍໄປກິນຕາມທົ່ງຫຍ້າ, ຕາມປ່າເລົ່າຫົວໄຮ່ປາຍນາ ຫລື ຜູກໄວ້ຢູ່ໃນຄອກມັນຍັງມາລັກເອົາ.

ນອກຈາກທີ່ກ່າວມານີ້ແລ້ວ ກໍຍັງມີປາກົດການລັກລົດຈັກ, ລົດໃຫຍ່, ລັກເງິນລັກຄຳ ແລະ ຂອງມີຄ່າອື່ນໆ ດ້ວຍຮູບການງັດແງະທຳລາຍມ້າງເພ, ຮ້າຍແຮງກວ່ານັ້ນຍັງເກີດມີການປຸ້ນຈີ້ຂ້າເຈົ້າເອົາເງິນ, ເອົາລົດຈັກຕາມເສັ້ນທາງປ່ຽວ, ບ່ອນມືດມິດໃນຍາມເດິກດື່ນ. ບັນດາປາກົດການທີ່ໄດ້ກ່າວມານີ້ ຍັງເຫັນມີຢ່າງແຜ່ລາມເກືອບທຸກທ້ອງຖິ່ນໃນທົ່ວປະເທດ.

ເຖິງຢ່າງໃດກໍດີ, ຖ້າຫາກພວກເຮົາຫາກພ້ອມກັນມາວິເຄາະຕົ້ນເຫດທີ່ພາໃຫ້ເກີດມີສິ່ງຫຍໍ້ທໍ້ເຫລົ່ານີ້ມັນກໍເນື່ອງມາຈາກພວກຕິດຢາບ້າ, ຄ້າຢາເມົານັ້ນເອງ. ສະນັ້ນ ອີງໃສ່ສະພາບຄວາມເປັນຈິງດັ່ງກ່າວ ພັກ ແລະ ລັດຖະບານເຮົາຈຶ່ງຖືເອົາບັນຫາເຫລົ່ານີ້ເປັນວາລະແຫ່ງຊາດ ໄປຄຽງຄູ່ກັບການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ເຊິ່ງຜ່ານການເຄື່ອນໄຫວນັບແຕ່ສະພາແຫ່ງຊາດມີມະຕິຮັບຮອງເອົາມາຮອດປັດຈຸບັນເຫັນວ່າທາງເຈົ້າໜ້າທີ່ກ່ຽວຂ້ອງສາມາດຈັບກຸມບັນດາເປົ້າໝາຍ, ເຄືອຂ່າຍ ນັບທັງຜູ້ກະທຳຜິດໄດ້ຢ່າງຫລວງຫລາຍ. ຄາດກະວ່າໃນອະນາຄົດຕໍ່ໜ້າ ແລະ ຍາວນານ ບັນຫາປາກົດການຫຍໍ້ທໍ້ຕ່າງໆເຫລົ່ານີ້ກໍຈະຫລຸດໜ້ອຍຖອຍລົງ.

ພວກສວຍໂອກາດຂີ້ລັກງັດແງະ, ຫາລັກລົດຈັກ, ລັກເປັດລັກໄກ່, ລັກງົວລັກຄວາຍຂອງປະຊາຊົນກໍຈະມະຫັບມະຫາຍໄປຈາກສັງຄົມລາວຢ່າງແນ່ນອນ.